ປີແລ້ວເກືອບ 2 ພັນຄົນ ພົ້ນ ແລະຮັບອະໄພຍະໂທດ

  ກົມຕໍາຫຼວດຄຸມຂັງ-ດັດສ້າງກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພັນດາຄ້າຍຈັດຕັ້ງປະຕິບັດການສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງປະຈໍາແຕ່ລະໄຕມາດໄດ້ສໍາເລັດຜ່ານການສຶກສາອົບຮົມດັ່ງກ່າວເຮັດໃຫ້ນັກໂທດ, ຜູ້ຖືກດັດສ້າງມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງກາຍເປັນພົນລະເມືອງດີເມື່ອພົ້ນໂທດອອກໄປໂດຍໃນ 1 ປີຜ່ານມາໄດ້ປ່ອຍຕົວນັກໂທດທີ່ໝົດໂທດ ແລະປ່ອຍຕົວອະໄພຍະໂທດຕາມດໍາລັດຂອງປະທານປະເທດທັງໝົດ 1.198 ຄົນ.

   ໃນກອງປະຊຸມສະຫຼຸບວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2020 ແລະວາງທິດທາງແຜນການປີ 2021 ໃນວັນທີ 25 ມັງກອນຜ່ານມາ, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງມີຄະນະພັກ-ຄະນະບັນຊາຫົວໜ້າພະແນກຄ້າຍຄຸມຂັງແຂກຮັບເຊີນ ແລະພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.

  ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງກ່າວວ່າ: ວຽກງານສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໄດ້ໃຈຢ່າງໃກິດຕິດແທດຊຶ່ງເປັນວຽກງານທີ່ສໍາຄັນເພື່ອຫັນປ່ຽນໃຫ້ນັກໂທດ, ຜູ້ຖືກດັດສ້າງກາຍເປັນພົນລະເມືອງດີໃນເມື່ອພົ້ນໂທດອອກໄປສູ່ສັງຄົມ.

 ພ້ອມນີ້,ຍັງໄດ້ເອົາໃຈໃສ່ຝຶກອົບຮົມວິຊາຊີບໃຫ້ເຂົາເຈົ້າໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມ ແລະຄວາມສາມາດຕົວຈິງຂອງແຕ່ລະຄ້າຍໂດຍເລັ່ງໃສ່ການປູກຝັງ, ລ້ຽງ ສັດ, ຫັດຖະກໍາຈັກສານ, ແກະສະຫຼັກ,ຖັກແສ່ວ,ເຟີນີເຈີ, ປັ້ນດິນບ໋ອກ,ກໍ່ສ້າງເພື່ອໃຫ້ເຂົາເຈົ້າມີອາຊີບຕິດຕົວເມື່ອພົ້ນໂທດອອກໄປແລ້ວນໍາເອົາຄວາມຮູ້ຄວາມສາມາດດັ່ງກ່າວໄປປະກອບອາຊີບທີ່ບໍ່ຜິດກົດໝາຍ ແລະບໍ່ກັບໄປກະທໍາຜິດອີກ, ຜ່ານການຈັດຕັ້ງປະຕິບັດເຫັນວ່າມີຫຼາຍຄ້າຍສາມາດສ້າງລາຍຮັບຈາກການຜະລິດແກ້ໄຂຊີວິດການເປັນຢູ່ຂອງນັກໂທດກໍຄືພະນັກງານນັກຮົບໄດ້ດີ.

  ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ຄົ້ນຄວ້າເນື້ອໃນ, ວິທີການສຶກສາອົບຮົມໃຫ້ມີຫຼາຍຮູບແບບທີ່ອຸດົມສົມບູນເຮັດໃຫ້ເຂົ້າໃຈຈະແຈ້ງຕໍ່ແນວທາງອັນຖືກຕ້ອງຂອງພັກລັດ, ໃຫ້ເຂົາເຈົ້າຕັ້ງໜ້າຝຶກຝົນຫຼໍ່ຫຼອມດັດສ້າງຕົນເອງ, ຕີຖອຍແນວຄິດຫວັງໂຕນໜີໃຫ້ຫຼຸດໜ້ອຍຖອຍລົງ, ສຸມໃສ່ອອກແຮງງານຝຶກວິຊາຊີບໃຫ້ນັກໂທດ, ຜູ້ຖືກດັດສ້າງເພື່ອແກ້ໄຂຊີວິດການເປັນຢູ່ ແລະພັດທະນາຄ້າຍໃຫ້ດີຂຶ້ນເທື່ອລະກ້າວ.

_________

ຂ່າວຄຳໂຖ ວັນນະລາດ ປກສ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ