ສທໜ ມອບເງິນໃຫ້ແຂວງຊຽງຂວາງ

  ທ່ານ ປອ ຄຳແສນ ສີສະວົງ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕະວັດລາວປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 20 ລ້ານກີບ ໃຫ້ແຂວງຊຽງຂວາງໃນວັນທີ 22 ມັງກອນ 2021 ຢູ່ທີ່ຫ້ອງວ່າການແຂວງໃຫ້ກຽດຮັບໂດຍ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆ ຊຽງຂວາງພ້ອມດ້ວຍຄະນະ.

  ທ່ານເຈົ້າແຂວງໆຊຽງຂວາງໄດ້ກ່າວຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້ເງິນຈຳນວນດັ່ງກ່າວແມ່ນຈະນຳໄປປະກອບສ່ວນເພື່ອນຳໃຊ້ເຂົ້າໃນການຈະກໍ່ສ້າງເຮືອນທ່ານພູມີ ວົງວິຈິດຢູ່ບ້ານຄາຍ ເມືອງແປກ ເພື່ອເປັນອານຸສອນສະຖານໃຫ້ຄົນຮຸ່ນຫຼັງໄດ້ຮູ້ໄດ້ຮໍ່າຮຽນເອົາບົດຮຽນອັນລໍ້າຄ່າຂອງເພິ່ນທັງເປັນບ່ອນສັກກາລະບູຊາ ແລະ ເປັນແຫຼ່ງທ່ອງທ່ຽວປະຫວັດສາດນຳອີກການກໍ່ສ້າງແມ່ນຈະໄດ້ໃຊ້ງົບປະມານຄາດວ່າຈະໄດ້ຂໍຄວາມຊ່ວຍເຫຼືອຈາກຫຼາຍພາກສ່ວນການກໍ່ສ້າງຈຶ່ງຈະສຳເລັດ.

------------

ຂ່າວ: ບຸນມີ ແສງທຸມມີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ