ກົມຄຸ້ມຄອງລະບົບຊຳລະສະສາງ ເຜີຍແຜ່ວຽກຊໍາລະ

  ກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມເຜີຍແຜ່ວຽກງານການຊໍາລະທີ່ຕິດພັນກັບການຄຸ້ມຄອງຕິດຕາມກວດກາລະບົບການຊໍາລະ ແລະຜູ້ໃຫ້ບໍລິການຊຳລະຂຶ້ນທີ່ນະຄອນຫຼວງວຽງຈັນເມື່ອວັນທີ  21 ມັງກອນຜ່ານມາເປັນປະທານໂດຍທ່ານນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ, ມີຜູ້ຕາງໜ້າຈາກກະຊວງອຸດສາຫະກຳ ແລະການຄ້າ, ກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ສະມາຄົມທະນາຄານທຸລະກິດ, ສະມາຄົມການເງິນຈຸລະພາກ, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ,ສະມາຄົມໄອຊີທີລາວ,ບັນດາສະຖາບັນການ ເງິນ ແລະບໍລິສັດ, ຄະນະພະແນກ ແລະວິຊາການຈາກກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ລຳມອນ ສິມມະໄລວົງ ກ່າວວ່າ: ການເຜີຍແຜ່ວຽກງານການຊໍາລະຄັ້ງນີ້ເປັນການເຜີຍແຜ່ບັນດານິຕິກຳທີ່ຕິດພັນກັບການຄົ້ນຄວ້າອະນຸຍາດການຕິດ ຕາມກວດກາລະບົບການຊໍາລະ ແລະຜູ້ໃຫ້ບໍລິການຊຳລະເພື່ອຊຸກຍູ້ໃຫ້ວຽກງານການຊໍາລະມີການເຄື່ອນໄຫວຢ່າງມີປະສິດທິພາບ ແລະມີຄວາມປອດໄພແນໃສ່ສົ່ງເສີມການຂັບເຂື່ອນທາງດ້ານເສດຖະກິດ ແລະ ຮັກສາສະຖຽນລະພາບທາງການເງິນ-ເງິນຕາແຫ່ງຊາດ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດມີຄວາມເປັນເອກະພາບ ແລະສອດຄ່ອງຕາມລະບຽບການທີ່ ທຫລ ວາງອອກແຕ່ລະໄລຍະທັງເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້-ເຂົ້າໃຈຢ່າງເລິກເຊິງຕໍ່ກັບເນື້ອໃນຈິດໃຈຂອງບັນດາລະບຽບການ ທຫລ ວາງອອກເພື່ອນຳໄປຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບທຸລະກິດຂອງຕົນຢ່າງຖືກຕ້ອງສໍາລັບຜູ້ໃຫ້ບໍລິການຊໍາລະທີ່ບໍ່ໄດ້ຮັບອະນຸຍາດ ຫຼືມີການເຄື່ອນໄຫວທີ່ບໍ່ສອດ ຄ່ອງ ຫຼືລະເມີດລະບຽບກົດໝາຍກໍ່ມີການຈັດຕັ້ງປະຕິບັດມາດຕະການສະເພາະ.

 ປະຈຸບັນສັງຄົມລາວມີການໃຫ້ບໍລິການຊໍາລະທີ່ຫຼາກຫຼາຍ, ການດໍາເນີນທຸລະກິດຂອງຫຼາຍພາກສ່ວນແມ່ນມີການນໍາໃຊ້ເຄື່ອງມືການຊໍາລະທີ່ແຕກຕ່າງກັນບໍ່ວ່າຈະເປັນການຊໍາລະດ້ວຍເງິນສົດ, ບັດ, ແຊັກ, ເງິນໂອນ,ເງິນອີເລັກໂຕຣນິກຊຶ່ງການນໍາໃຊ້ເຄື່ອງມືທັງໝົດນັ້ນຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ຮັດກຸມແນໃສ່ເຮັດໃຫ້ການພັດທະ ນາລະບົບການຊຳລະມີຄວາມສະດວກ, ປອດໄພສາມາດເຊື່ອມໃຊ້ຮ່ວມກັນໄດ້ມີຄວາມໜ້າເຊື່ອຖື ແລະມີຕົ້ນທຶນຕໍ່າ,ຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການຊໍາລະ, ລັດຖະບານຈຶ່ງໄດ້ປະກາດນໍາໃຊ້ກົດໝາຍວ່າດ້ວຍລະບົບການຊໍາລະສະບັບເລກທີ 32/ສພຊລົງວັນທີ 7 ພະຈິກ 2017 ແລະໄດ້ມອບໃຫ້ ທຫລ ເປັນຜູ້ຄຸ້ມ ຄອງມະຫາພາກດ້ານວຽກງານການຊໍາລະຢ່າງລວມສູນໃນຂອບເຂດທົ່ວປະເທດຊຶ່ງມີກົມຄຸ້ມຄອງລະບົບຊໍາລະສະສາງທີ່ເປັນເສນາທິການໃຫ້ແກ່ ທຫລ ກໍຄືລັດຖະ ບານໃນການຈັດຕັ້ງປະຕິບັດການຄຸ້ມຄອງຕິດຕາມກວດກາວຽກງານດັ່ງກ່າວໃຫ້ມີການເຄື່ອນໄຫວທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍສະນັ້ນຜູ້ທີ່ມີຈຸດ ປະສົງໃຫ້ບໍລິການຊໍາລະຕ້ອງໄດ້ຜ່ານການອະນຸຍາດຈາກ ທຫລ.

 ໃນໄລຍະຜ່ານມາກົມຄຸ້ມຄອງລະບົບຊໍາລະສະສາງໄດ້ມີການຄຸ້ມຄອງ ແລະຕິດຕາມກວດກາຜູ້ຄວບຄຸມລະບົບ ແລະຜູ້ໃຫ້ບໍລິການຊໍາລະໂດຍການຄົ້ນຄວ້າພິຈາລະນາອະ ນຸຍາດຜູ້ໃຫ້ບໍລິການຊຳລະດຳເນີນການຕິດຕາມກວດກາ ແລະຍຸບເລີກການໃຫ້ບໍລິການຊຳລະຕາມລະບຽບການຢ່າງເປັນປົກກະຕິເຖິງແນວໃດກໍຕາມຍັງມີບາງພາກ ສ່ວນບໍ່ທັນຮັບຮູ້-ເຂົ້າໃຈ ແລະຍັງບໍ່ໄດ້ເຂົ້າມາພົວພັນເພື່ອຂໍອະນຸຍາດຈາກ ທຫລ ເປັນຕົ້ມ່ນການໃຫ້ບໍລິການຕູ້ເຕີມເງິນເອເລັກໂຕຣນິກ, ການອອກເງິນເອເລັກໂຕຣນິກ ແລະການສ້າງ Platform ການໃຫ້ບໍລິການອອນລາຍ ແລະອື່ນໆ ແມ່ນຍັງປາກົດເຫັນໃນສັງຄົມ.

  ຈາກນັ້ນປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ມີສ່ວນຮ່ວມທັງພາກລັດ, ພາກທຸລະກິດ ແລະຜູ້ໃຊ້ບໍລິການຕ້ອງມີກົນໄກໃນການປະສານງານກັນຢ່າງກົມກຽວເພື່ອເຮັດໃຫ້ການຄຸ້ມຄອງວຽກງານຊຳລະມີຄວາມຄ່ອງຕົວດີຍິ່ງຂຶ້ນ,ຊຶ່ງຖ້າຫາກພາກສ່ວນໃດມີຄວາມສົນໃຈເພີ່ມຕື່ມກ່ຽວກັບການສະເໜີຂໍອະນຸຍາດປັບປຸງປ່ຽນແປງການເປັນຜູ້ຄວບຄຸມລະບົບຍ່ອຍ, ການເປັນຜູ້ໃຫ້ ບໍລິການຊຳລະ, ການພັດທະນາ ແລະການອອກຜະລິດຕະພັນການໃຫ້ບໍລິການຊຳລະແມ່ນສາມາດຕິດຕາມຂໍ້ມູນທາງ Website:www.bol.gov.la ຫຼືປະສານງານຜ່ານໂທລະສັບ  021 253 596, 021 253 595 ຫຼື ສາມາດເຂົ້າມາປຶກ ສາໄດ້ທີ່ກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ.