ດ່ານນໍ້າເຫືອງສ້າງລາຍຮັບໄດ້ 390 ຕື້ກວ່າກີບ

  ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເກັບລາຍຮັບປະຈໍາປີ 2020 ຂອງດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມັງ ກອນ 2021 ນີ້,ຢູ່ທີ່ຫ້ອງປະຊຸມດ່ານພາສີດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະບັນດາຫົວໜ້າໜ່ວຍງານເຂົ້າຮ່ວມ ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2020 ວ່າ: ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງເປັນດ່ານໜຶ່ງຕັ້ງຢູ່ເມືອງແກ່ນທ້າວແຂວງໄຊຍະບູລີ ມີ 4 ດ່ານປະເພນີຂຶ້ນກັບຄື: ດ່ານປະເພນີສີພູມ, ດ່ານປະເພນີບ້ານເມືອງໝໍ,ດ່ານປະເພນີນາແກ້ງມ້າເມືອງແກ່ນທ້າວ ແລະດ່ານປະເພນີນາຂ່າ ເມືອງບໍ່ແຕນ, ການບໍລິ ການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງເຫັນວ່າມີບາງຊະນິດສິນຄ້າແມ່ນໄດ້ເພີ່ມຂຶ້ນ, ບາງຊະນິດຫຼຸດລົງ ແລະບໍລິມາດສິນຄ້າ, ເຄື່ອງຂອງທີ່ເສຍພາສີສ່ວນຫຼາຍແລ້ວແມ່ນການນໍາເຂົ້ານໍ້າມັນເຊື້ອໄຟ ແລະອາຍແກັດຊຶ່ງກວມເອົາ 94,04% ຂອງລາຍຮັບທົ່ວດ່ານໃນປີ 2020 ສາມາດປະຕິບັດການຈັດເກັບລາຍຮັບໄດ້ທັງໝົດ 390.753.000.000 ກວ່າກີບທຽບ ໃສແຜນການປີປະຕິບັດໄດ້ 111,64%. ໃນນີ້, ລາຍຮັບພາກສ່ວນພາສີ 215. 696.000.000 ກວ່າກີບ ແລະລາຍຮັບພາກສ່ວນອາກອນ 175.057.000.000 ກວ່າກີບ, ສະເພາະປີ 2021 ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງໄດ້ຮັບແຜນເກັບລາຍຮັບເຂົ້າງົບປະມານທັງໝົດ 331.800.000.000 ກີບ.
________
 
 
ຂ່າວ: ຖວທ ແກ່ນທ້າວ
ຮູບພາບ: ໜັງສືພິມເສດຖະກິດສັງຄົມ