ກອງປະຊຸມຄະນະຊີ້ນຳຄຸ້ມຄອງໂຄງການປ່າໄມ້ບ້ານ

 ໃນຕອນເຊົ້າວັນທີ 22 ມັງກອນ 2021 ນີ້ໂຄງການຄຸ້ມຄອງປ່າໄມ້ບ້ານ,​ ກົມປ່າໄມ້, ກະຊວງກະສິກໍາ ແລະປ່າໄມ້ໄດ້ຈັດກອງປະຊຸມຄັ້ງທີ I ຂອງຄະນະຊີ້ນໍາໂຄງການຂອງຕົ້ນຂຶ້ນທີ່ຢູ່ຫ້ອງປະຊຸມໂຮງແຮມວັງທອງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະປ່າໄມ້,  ເຂົ້າຮ່ວມມີທ່ານ ຢານ໌ ເວກ ເກີລ໌ ມັນຫົວໜ້າຫ້ອງການທະນາຄານເພື່ອການພັດທະນາປະເທດເຢຍລະມັນ (KFW),ຮອງຫົວໜ້າກົມ, ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງພະບາງ ແລະແຂວງໄຊຍະບູລີກອງເລຂາ,ຄະນະຮັບຜິດຊອບໂຄງການຂັ້ນສູນກາງ,ແຂວງ ແລະຂັ້ນເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ປອ.​ ອຸປະກອນ ອະລຸນສະຫວັດ ຫົວໜ້າພະແນກຄຸ້ມຄອງປ່າໄມ້ບ້ານ ແລະເຄື່ອງປ່າຂອງດົງໄດ້ລາຍງານຄວາມເປັນມາແລະລາຍງານຜົນຂອງການຈັດຕັ້ງປະຕິ ບັດວຽກງານຂອງໂຄງການໃຫ້ຮູ້ວ່າ:  ໄລຍະຂອງການດໍາເນີນໂຄງການກໍານົດ 7 ປີ ເລີ່ມແຕ່ ປີ 2019 ຫາ 2025, ມີເປົ້າໝາຍຈັດຕັ້ງປະຕິບັດຢູ່ໃນ 70 ບ້ານຂອງ 2 ເມືອງຄື: ເມືອງໂພນໄຊ, ແຂວງຫຼວງພະບາງ ແລະເມືອງພຽງ, ແຂວງໄຊຍະບູລີ,ມີງົບປະມານທັງໝົດ 7,76 ລ້ານຢູໂຣ ໃນນັ້ນ,ເງິນຊ່ວຍເຫຼືອລ້າຈາກທະນາຄານ ເພື່ອການພັດທະນາປະເທດເຢຍລະມັນ (KFW) ຈໍານວນ 7 ລ້ານຢູໂຣ ແລະການປະກອບສ່ວນຂອງລັດຖະບານ  ສປປ ລາວ 0,76 ລ້ານຢູໂຣ,ສໍາລັບເປົ້າໝາຍ ແລະແຜນກິດຈະກໍາຫຼັກຂອງໂຄງການແມ່ນເລັ່ງໃສ່ວຽກງານຄຸ້ມຄອງປ່າໄມ້ຂັ້ນບ້ານຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດພື້ນທີ່ເປົ້າໝາຍຂອງ ຄງການ, ສົ່ງເສີມສ້າງຄວາມອາດສາມາດທາງດ້ານເຕັກນິກວິຊາການໃຫ້ແກ່ພະນັກງານຂັ້ນສູນກາງ, ແຂວງ, ເມືອງ ແລະຊາວບ້ານໃນການຄຸ້ມຄອງ, ປົກປັກຮັກສາພັດ ທະນາປ່າໄມ້ ແລະນໍາໃຊ້ປ່າໄມ້ໃນເຂດປົກຄອງຂອງບ້ານໃຫ້ມີຄວາມຍືນນານ, ໃນໄລຍະ 1 ປີ ສາມາດປະຕິບັດໄດ້ຄື: ສໍາເລັດການສ້າງບົດແນະນໍາທາງດ້ານເຕັນນິກໃນການວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ, ສໍາເລັດການສ້າງບົດແນະນໍາທາງດ້ານເຕັກນິກໃນການຫຼີກລ້ຽງຜົນກະທົບທາງລົບ ທີ່ອາດເກີດຂຶ້ນຕໍ່ສັງຄົມ ແລະສິ່ງແວດລ້ອມໃນເຂດໂຄງການ, ສໍາເລັດການສ້າງຮູບແບບການຊຸກຍູ້ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນຕາມທ່າແຮງຂອງແຕ່ລະບ້ານສໍາເລັດການຄັດເລືອກບ້ານເປົ້າໝາຍຂອງໂຄງການຕາມເງື່ອນໄຂທີ່ໂຄງການກໍານົດຈໍານວນ 70 ບ້ານ ໃນ 2 ເມືອງໆລະ 35 ບ້ານ, ສໍາເລັດການລົງທົບທວນວາງແຜນນໍາໃຊ້ທີ່ດິນຈໍານວນ 70 ບ້ານ ໃນນັ້ນໄດ້ປັບປຸງແຜນນໍາໃຊ້ທີ່ດິນສໍາເລັດ 14 ບ້ານ (ເມືອງພຽງ 9 ບ້ານ, ເມືອງໂພນໄຊ 5 ບ້ານ),ພ້ອມນີ້ບັນດາຜູ້ແທນກອງປະຊຸມ, ຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານ ແລະແລກປ່ຽນບົດໃນການການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານດັ່ງກ່າວສອດຄ່ອງ ແລະ ຖືກຕາມເປົ້າໝາຍຂອງໂຄງ ການໄດ້ວາງໄວ້, ໃນຕອນທ້າຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ກຽດໂອ້ລົມຊື່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະຕິບັດໄລຍະຜ່າມາພ້ອມນີ້ໃຫ້ສືບຕໍ່ເອົາໃຈໃສ່ໃນການປະສານງານຢ່າງກົມກ່ຽວໃນການຈັດຕັ້ງປະຕິບັດວຽກງານຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢ່າງເປັນລະບົບເພື່ອວຽກງານໄດ້ດໍາເນີນຕາມແຜນການຂອງໂຄງການພ້ອມທັງເຮັດໃຫ້ພື້ນທີ່ປ່າໄມ້ດັ່ງກ່າວໄດ້ກາຍເປັນທ່າແຮງໃນການສ້າງຮັບລາຍໃຫ້ແກ່ປະຊາຊົນໃນອະນາຄົດນໍາອີກ, ກອງປະຊຸມໃນຄັ້ງຍັງໄດ້ຈັດພິທີມອບ-ຮັບພາຫະນະ ແລະເຄື່ອງຮັບໃຊ້ຫ້ອງການໃຫ້ແກ່ແຂວງ ແລະເມືອງຂອງໂຄງການເພື່ອນໍາໄປຮັບໃນການຈັດຕັ້ງປະຕິບັດວຽກງານນໍາອີກ.