ລາວ ກວດພົບຜູ້ຕິດເຊື້ອໂຄວິດເພີ່ມ 2 ກໍລະນີ

 ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງມາແຕ່ປະເທດໄທເພີ່ມອີກ 2 ກໍລະນີ ພາຍຫຼັງທີ່ບໍ່ມີຜູ້ຕິດເຊື້ອພະຍາດເພີ່ມເປັນເວລາ 46 ວັນ, ຂະນະທີ່ຈໍານວນຜູ້ຕິດເຊື້ອສະສົມຈໍານວນ 41 ຄົນ ແພດກໍສາມາດປົວດີໝົດແລ້ວ.

  ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຜູ້ປະຈໍາການຄະນະສະເພາະກິດຄວບຄຸມ, ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງຖະແຫຼງຕໍ່ສື່ມວນຊົນຕອນເຊົ້າວັນທີ 22 ມັງກອນ 2021 ່າ: ວັນທີ 21 ມັງກອນ ຄະນະສະເພາະກິດໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຄືກໍ ລະນີທີ 42 ເປັນເພດຍິງອາຍຸ 33 ປີ, ສັນຊາດລາວ, ອາຊີບກໍາມະກອນ.

  ປະຫວັດການເດີນທາງ: ເດືອນກໍລະກົດ 2020 ໄປເຮັດວຽກຢູ່ນະຄອນຫຼວງບາງກອກປະເທດໄທ, ຍ້ອນສະ ພາບການລະບາດຂອງພະຍາດໂຄວິດ-19 ຢູ່ບ່ອນເຮັດວຽກໄດ້ປິດກິດຈະການລົງ, ວັນທີ 18 ມັງກອນ ເດີນທາງກັບຄືນປະເທດຈາກນະຄອນຫຼວງບາງກອກຜ່ານຈັງຫວັດສີສະເກດ,ຮອດຈັງຫວັດອຸບົນວັນທີ 19 ມັງກອນຈາກນັ້ນເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ, ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8 ຄົນ ແລະຖືກຈໍາກັດບໍລິເວນຢູ່ສູນຫຼັກ 21 ເມືອງປະທຸມພອນ ແຂວງຈໍາສັກ ແລະໄດ້ເກັບຕົວຢ່າງມາກວດເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດຈາກຫ້ອງວິເຄາະແຂວງຈໍາປາສັກວ່າເປັນຜົນບວກແຕ່ເພື່ອຄວາມແນ່ນອນໄດ້ສົ່ງຕົວຢ່າງມາກວດຢູ່ນະຄອນຫຼວງວຽງຈັນອີກ ແລະພົບວ່າມີຜົນບວກເປັນກໍລະນີທີ 42. ປະຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະບໍ່ມີອາການຜິດປົກກະຕິ ຫຼືເປັນໄຂ້ແຕ່ຢ່າງໃດ, ຂະນະດຽວກັນຄະນະສະເພາະກິດຂອງແຂວງຈໍາປາສັກໄດ້ຕິດຕາມຫາຜູ້ໃກ້ສິດທັງໝົດ 40 ຄົ າກວດຫາເຊື້ອພະຍາດແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.

   ກໍລະນີທີ 43 ເປັນເພດຊາຍ ອາຍຸ 29 ປີ ເປັນສັນຊາດຈີນ, ວັນທີ 18 ມັງກອນ 2021 ເດີນທາງມາຈາກ ເມືອງແມ່ສາຍ, ຈັງຫວັດຊຽງຮາຍ ປະເທດໄທ,ຂີ່ເຮືອເຂົ້າເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍບໍ່ຜ່ານດ່ານຈາກນັ້ນເຂົ້າພັກຢູ່ໂຮງແຮມສີສວນ 1 ຄືນ ແລ້ວເໝົາລົດຈາກແຂວງບໍ່ແກ້ວເດີນທາງໄປແຂວງຫລວງນໍ້າທາເຂົ້າພັກ ຢູ່ເຮືອນພັກກົງເອີເມືອງຫລວງນໍ້າທາ ແຂວງຫຼວງນໍ້າທາ, ວັນທີ 19 ມັງກອນ ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຫຼວງນໍ້າທາແຕ່ຜົນກວດບໍ່ຊັດເຈນຈຶ່ງສົ່ງຜົນກວດມາກວດຢູ່ສູນວິເຄາະ ແລະລະບາດວິທະຍານະຄອນຫຼວງວຽງຈັນ,  ວັນທີ 21 ມັງກອນ ຈຶ່ງຢັ້ງຢືນຜົນກວດເປັນບວກ.

ປະຈຸບັນໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ແລະຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ, ນັບແຕ່ເດີນທາງເຂົ້າມາ ສປປ ລາວ ມີຜູ້ໃກ້ສິດທັງໝົດ 37 ຄົນແຕ່ລະຄົນໄດ້ເກັບຕົວຢ່າງມາກວດແຕ່ບໍ່ພົບເຊື້ອ ແລະຖືກຈໍາກັດບໍລິເວນຢູ່ສູນໝົດທຸກຄົນແລ້ວ.