ພິດໂຄວິດດຶງອັດຕາວ່າງງານລາວຂື້ນ 20%

  ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ສັງຄົມມວນມະນຸດຄາດວ່າໃນທົ່ວໂລກຈະມີຄົນວ່າງງານເພີ່ມຂຶ້ນຮອດ 25 ລ້ານຄົນ, ສຳລັບ ສປປ ລາວ ກໍໄດ້ຮັບຜົນກະທົບໂດຍທາງກົງ ແລະທາງອ້ອມເຊັ່ນດຽວກັນເນື່ອງຈາກວ່າມີພົນລະເມືອງລາວທີ່ເດີນທາງກັບຈາກປະເທດໄທນັບແຕ່ເດືອນມີນາເຖິງເດືອນທັນວາ 2020 ມີຈຳນວນ ຫຼາຍກວ່າ 1,4 ແສນຄົນ,ພ້ອມນີ້ຜູ້ອອກແຮງງານລາວທີ່ວ່າງງານພາຍໃນປະເທດຍ້ອນການໂຈະ ແລະປິດກິດຈະການຖາວອນຂອງຫົວໜ່ວຍງານຈຳນວນບໍ່ໜ້ອຍຊຶ່ງຄາດວ່າອັດຕາການວ່າງງານຢູ່ ສປປ ລາວ ຈະເພີ່ມຈາກ 9,6% ເປັນ 20%.

 ຕໍ່ສະພາບການດັ່ງກ່າວກະຊວງແຮງງານ ແລະສະຫວັດດີການສັງຄົມກໍໄດ້ປະສານສົມທົບ ແລະປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງກຳນົດທິດທາງໃນສະເພາະໜ້າ ແລະຍາວນານເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບເຫຼົ່ານັ້ນຜ່ານການເກັບກຳຂໍ້ມູນຄວາມຕ້ອງການແຮງງານຢູ່ພາຍໃນປະເທດເຫັນບາງຂະ ແໜງການກໍຍັງມີຄວາມຕ້ອງການແຮງງານຈຳນວນຫຼາຍເປັນຕົ້ນແມ່ນຢູ່ເຂດເສດຖະກິດ,ຂະແໜງພະລັງງານ ແລະບໍ່ແຮ່,ຂະແໜງຫັດຖະກຳ, ຂະແໜງກໍ່ສ້າງທາງລົດໄຟຟ້າວລາວ-ຈີນ ແລະຂະແໜງກະສິກຳໂດຍສະເພາະຢູ່ໃນໂຄງການປູກຢາງພາລາ ແລະປູກກ້ວຍ.

  ຄຽງຄູ່ກັບຄວາມຕ້ອງການນຳໃຊ້ແຮງງານລາວຂອງຫົວໜ່ວຍແຮງງານທີ່ຢູ່ພາຍໃຕ້ຂອງຂະແໜງການຕ່າງໆກະຊວງແຮງງານ ແລະສະຫວັດດີການສັງຄົມກໍໄດ້ເກັບກຳຂໍ້ມູນຜູ້ທີ່ຕ້ອງການມີວຽກເຮັດງານທຳໃນຂອບເຂດທົ່ວປະເທດ ແລະຈັດຫາວຽກເຮັດງານທຳໄປພ້ອມໆກັນພ້ອມນີ້, ກະຊວງແຮງງານ ແລະສະຫວັດດີການສັງຄົມ ກຳລັງສ້າງລະບົບຖານຂໍ້ມູນຂະໜາດໃຫຍ່ເພື່ອໃຫ້ສາມາດເຊື່ອມໂຍງກັບພາກສ່ວນຕ່າງໆ ເພື່ອມີຂໍ້ມູນຄວາມຕ້ອງການ ແລະ ການສະໜອງທີ່ຫຼາກຫຼາຍເພື່ອບັນຈຸຜູ້ຕ້ອງການເຮັດວຽກເຂົ້າສູ່ຕຳແໜ່ງງານ ແລະເປັນຂໍ້ມູນໃນການວາງແຜນດັດສົມແຮງງານໃຫ້ໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ.

  ການມີວຽກເຮັດງານທຳຢູ່ພາຍໃນປະເທດຈະເຮັດໃຫ້ມີເວລາຢູ່ກັບຄອບຄົວ, ມີຄວາມອົບອຸ່ນ, ບໍ່ໄດ້ເສຍຄ່າໃຊ້ຈ່າຍສູງໃນການດຳເນີນເອກະສານເພື່ອເຂົ້າເຖິງການມີວຽກເຮັດງານທຳ, ມີຄວາມສ່ຽງໜ້ອຍຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະການກົດຂີ່ຂູດຮີດແຮງງານເພາະບໍ່ໄດ້ຕິດພັນກັບການເດີນທາງຂ້າມປະເທດມີຄວາມສະດວກໃນການເຂົ້າເຖິງການບໍລິການທາງດ້ານສັງຄົມ ແລະແຫຼ່ງທຶນຕ່າງໆເຊັ່ນ: ການແກ້ໄຂຂໍ້ຂັດແຍ່ງແຮງງານ,ມີລະບົບປະກັນສັງຄົມຮອງຮັບ,ການເຂົ້າເຖິງແຫຼ່ງກອງທຶນຕ່າງໆ ເພື່ອປະກອບອາຊີບອິດສະຫຼະ, ບໍ່ຄວາມຫຍຸ້ງຍາກທາງດ້ານພາສາ ຫຼືການປັບຕົວເຂົ້າກັບສົງຄົມຊຶ່ງເປັນສິ່ງທີ່ຜູ້ອອກແຮງງານລາວປະເຊີນໃນເວ ລາໄປເຮັດວຽກຢູ່ຕ່າງປະເທດພ້ອມນີ້, ກໍເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດນຳອີກດ້ວຍ.

  ສະນັ້ນ, ເພື່ອເຮັດໃຫ້ຜູ້ຊອກຫາວຽກເຮັດງານທຳສາມາດເຂົ້າເຖິງການຈ້າງງານຢູ່ພາຍໃນປະເທດໄວຂຶ້ນໃຫ້ໄປຂຶ້ນທະບຽນຢູ່ຫ້ອງການບ້ານ ຫຼືຫ້ອງການເມືອງຂອງຕົນ ຕາມແບບຟອມລົງທະບຽນຂອງກະຊວງແຮງງານ ແລະສະຫວັດດີການສັງຄົມສຳລັບຜູ້ທີ່ມີຄວາມສະດວກໃນການໃຊ້ອິນເຕີເນັດ, ລວມທັງອິນເຕີເນັດເທິງໂທລະສັບມືຖື, ສາມາດລົງທະບຽນອອນລາຍຜ່ານເວັບໄຊຂໍ້ມູນ-ຂ່າວສານຕະຫຼາດແຮງງານໂດຍພິມ www.lmi.gov.la/ COVID19; ຫຼື ເວັບໄຊບໍລິການຈັດຫາງານສາ ທາລະນະຊົນ www.pes.molsw.gov.la ຊຶ່ງໃນເວັບໄຊດັ່ງກ່າວມີຂໍ້ມູນທີ່ມີຄຸນປະໂຫຍດຫຼາຍຢ່າງເພື່ອໃຫ້ເຂົ້າເຖິງການຈ້າງງານ.

ສຳລັບຜູ້ອອກແຮງງານລາວທີ່ຍັງມີຄວາມສົນໃຈຢາກໄປເຮັດວຽກຢູ່ຕ່າງປະເທດຕ້ອງໄປແບບຖືກກົດໝາຍໂດຍຜ່ານການຈັດສົ່ງຂອງສູນບໍລິການຈັດຫາງານ ແລະບໍລິສັດຈັດຫາງານເພື່ອໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມສາມາດຕິດຕາມ, ປົກປ້ອງ ແລະໃຫ້ການຊ່ວຍເຫຼືອໄດ້ແນໃສ່ຊ່ວຍຫຼຸດຜ່ອນການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະການກົດຂີ່ຂູດຮີດແຮງງານ, ສະນັ້ນກ່ອນການຕັດສິນໃຈໄປເຮັດວຽກຢູ່ຕ່າງປະເທດສຶກສາຂໍ້ມູນຢ່າງລະອຽດຈາກຕາໜ່າງບໍລິການຈັດຫາງານຂອງພາກລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ປຶກສາຄອບຄົວ ແລະ ໝູ່ເພື່ອໃກ້ຊິດເພື່ອຮັບປະກັນການກັບຄືນໄປເຮັດວຽກຢູ່ຕ່າງປະເທດຖືກຕ້ອງຕາມກົດໝາຍ ແລະລະ ບຽບຂອງ ສປປ ລາວ ແລະປະເທດຮັບ.  

  ສອບຖາມຂໍ້ມູນຈາກກົມພັດທະນາສີມືແຮງງານ ແລະຈັດຫາງານ (021 217738) ຫຼືສູນບໍລິການຈັດຫາງານ (021 222255) ຫຼືເຂົ້າເວັບໄຊການບໍລິການຈັດຫາງານສາທາລະນະຊົນ (PES ) http:/ /www.pes.molsw.gov.la/index.php/lo/covid19 ເພື່ອສຶກສາຂໍ້ມູນ-ຂ່າວສານຕຳແໜ່ງງານວ່າງພາຍໃນປະເທດ ແລະການໄປເຮັດວຽກຢູ່ຕ່າງປະເທດແບບປອດໄພລວມທັງຂໍ້ມູນຂອງສູນບໍລິການຈັດຫາງານ, ຈຸດບໍລິການຈັດຫາງານ, ສູນຂໍ້ມູນຂ່າວສານສຳລັບແຮງ ງານເຄື່ອນຍ້າຍ ແລະບໍລິສັດຈັດຫາງານ.