14,5 ຕື້ກີບ ງົບປະກອບສ່ວນພັດທະນາຊ້ວງກອງປະຊຸມໃຫຍ່ຂອງພັກ

   ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ, ທັງພາກລັດ ແລະພາກເອກະຊົນ, ໄດ້ມອບເງິນຊຸກ ຍູ້, ວັດຖຸປະກອບສ່ວນຕ່າງໆ, ເຊິ່ງນັບແຕ່ວັນທີ 7-15 ມັງກອນ 2021 ລວມມີທັງໝົດ 34 ພາກສ່ວນ, ລວມມູນຄ່າທັງໝົດ 14,53 ຕື້ກີບ. ໃນນັ້ນ, ເປັນເງິນສົດຈຳນວນ 14,28 ຕື້ກີບ, ເປັນວັດຖຸມູນຄ່າ 254 ລ້ານກີບ.

  ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ, ທັງເປັນຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ຮູ້ວ່າ: ພາກສ່ວນຕ່າງໆ ໄດ້ໃຫ້ຄວາມສຳຄັນຊຸກຍູ້ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ IX (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ, ເປັນຕົ້ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ປະກອບສ່ວນເປັນເງິນສົດ 1,3 ຕື້ກີບ, ບໍລິສັດ ເອັສທີ ກຣຸບ ແລະທະນາຄານເອັສທີ 1,2 ຕື້ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ 1,1 ຕື້ກີບ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ 1 ຕື້ກີບ, ບໍລິສັດຈະເລີນເຊກອງພະລັງງານ ຈໍາກັດ1 ຕື້ກີບ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ 1 ຕື້ກີບ, ບໍລິສັດຫຼວງພະ ບາງພາວເວີ ຈໍາກັດ 1 ຕື້ກີບ, ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ 1 ຕື້ກີບ, ກຸ່ມ ບໍລິສັດ ພົງສະຫວັນ 1 ຕື້ກີບ, ທະນາຄານຮ່ວມພັດທະນາ (JDB) 800 ລ້ານກີບ, ບໍລິສັດ ເບຍລາວ ຈໍາກັດ 596 ລ້ານກີບ (ເປັນເງິນສົດ 500 ລ້ານກີບ, ວັດຖຸ 96 ລ້ານກີບ), ບໍລິສັດພະລັງງານໄຟຟ້າຄວາມຮ້ອນເຊກອງຈໍາກັດ ‘’XTPPL’’ ບໍລິສັດໃນເຄືອຂອງກຸ່ມບໍລິສັດ ພອນສັກ ຈໍາກັດ 500 ລ້ານກີບ,ທະນາຄານແຫ່ງ ສປປ ລາວ 500 ລ້ານກີບ,ທະນາຄານການຄ້າຕ່າງປະເທດລາວ 500 ລ້ານກີບ, ບໍ ລິສັດລັດວິສາຫະກິດນໍ້າມັນເຊື້ອໄຟລາວ 500 ລ້ານກີບ, ບໍລິສັດລັດວິ ສາຫະກິດຫວຍພັດທະນາ 300 ລ້ານກີບ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ 300 ລ້ານກີບ, ອົງຄະ ນະພັກນະຄອນຫຼວງວຽງຈັນ 150 ລ້ານກີບ, ກຸ່ມບໍລິສັດ ດາວເຮືອງ ມອບເປັນວັດຖຸມູນຄ່າ 120 ລ້ານກີບ, ທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ ເອັສວີກຣຸບ ຈໍາກັດ 100 ລ້ານກີບ, ບໍລິສັດ ພັດທະນາສວນວັດທະນາທໍາລ້ານຊ້າງ 100ລ້ານກີບ, ບໍລິສັດ ເພັດສະໝອນ ກໍ່ ສ້າງ ເຄຫາສະຖານ ຂົວທາງ ຊົນລະປະທານ ຈໍາກັດຜູ້ດຽວ 100 ລ້ານກີບ, ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ 50 ລ້ານກີບ, ອົງຄະນະພັກ ແຂວງຈໍາປາສັກ 50 ລ້ານກີບ, ອົງຄະນະພັກແຂວງສາລະວັນ 30 ລ້ານກີບ, ອົງຄະນະພັກ ແຂວງອຸດົມໄຊ 30 ລ້ານກີບ,ອົງຄະນະພັກແຂວງສະຫວັນນະເຂດ 30 ລ້ານກີບ, ອົງຄະນະພັກ ແຂວງຊຽງຂວາງ 20 ລ້ານກີບ, ອົງຄະນະພັກແຂວງຫົວພັນ 20 ລ້ານກີບ, ອົງຄະນະພັກແຂວງເຊກອງ 20 ລ້ານກີບ, ອົງຄະນະພັກແຂວງໄຊຍະບູລີ 20 ລ້ານກີບ,ອົງຄະນະພັກແຂວງບໍ່ແກ້ວ 20 ລ້ານກີບ, ອົງຄະນະພັກແຂວງຫຼວງນໍ້າທາ 20 ລ້ານກີບ, ອົງຄະນະພັກແຂວງຜົ້ງສາລີ 20 ລ້ານກີບ.

 ໂອກາດກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໃນນາມຕາງໜ້າໃຫ້ອະນຸກໍາມະການເສດຖະກິດ, ອະນຸກໍາມະການງົບປະມານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ,ໄດ້ຊີ້ແຈງຕື່ມຕໍ່ການສະເໜີຂ່າວຜ່ານມາໃນການໃຊ້ງົບປະມານຂອງລັດເຂົ້າໃນການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂັ້ນຮາກຖານພັກຢູ່ກຸ່ມບ້ານໃນຂອບເຂດທົ່ວປະເທດ; ອົງຄະນະພັກບັນດາເມືອງ, ນະຄອນ,ອົງຄະນະພັກບັນດາແຂວງ, ນະຄອນຫຼວງ 3 ອົງການຈັດຕັ້ງມະຫາຊົນຂອງພັກແຕ່ລະຂັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແມ່ນໄດ້ດຳເນີນໃນຫຼາຍຂັ້ນ,ຫຼາຍລະດັບຂອງອະນຸກຳມະການຕ່າງໆກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນດ້ວຍການປະຢັດການໃຊ້ຈ່າຍຢ່າງເຄັ່ງຄັດ, ໂຈະການໃຊ້ຈ່າຍທີ່ບໍ່ຈໍາເປັນໃນການກະກຽມກອງປະຊຸມ, ງານລ້ຽງງານສະຫຼອງຕ່າງໆເພື່ອຢັດງົບປະມານຂອງລັດລົງເປັນຈໍານວນຫຼວງຫຼາຍ ແລະຂໍສະແດງຄວາມຂອບໃຈແລະຮູ້ບຸນຄຸນມາຍັງພາກສ່ວນຕ່າງໆທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ IX ປະສົບຜົນສຳເລັດຕາມລະດັບຄາດໝາຍ.