ຍີ່ປຸ່ນ ມອບລົດຊ່ວຍລາວຕ້ານກໍ່ການຮ້າຍ

 ເອກອັກຄະຣາຊະທູດຍີ່ປຸ່ ະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ, ໄດ້ຕາງໜ້າມອບລົດລາດຕະເວນໃຫ້ແກ່ທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ຊຶ່ງມີພິທີຈັດຂຶ້ນທີ່ກະຊວງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃນວັນທີ 20 ມັງກອນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງຍີ່ປຸ່ນໃຫ້ແກ່ ສປປ  ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).

  ທຶນຊ່ວຍເຫຼືອລ້າຈຳນວນ 200 ລ້ານເຢນ ຫຼືປະມານ 17,6 ຕື້ກີບ ຈະຖືກນໍາໃຊ້ເພື່ອຊ່ວຍເຫຼືອລັດຖະບານລາວຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານ ຄວາມໝັ້ນຄົງເພື່ອແນໃສ່ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ.

  ສຳລັບລົດລາດຕະເວນ, ລວມທັງອຸປະກອນອື່ນໆເຊັ່ນ: ເຄື່ອງ X-Ray ແລົດອະເນກປະສົງ, ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ.

 ທ່ານ ທູດທາເກວະກະ ກ່າວໃນພິທີວ່າພວກເຮົາມີຄວາມຍິນດີທີ່ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານການກໍ່ການຮ້າຍໃນວາລະຄົບຮອບ 60 ປີແຫ່ງການສ້າງຕັ້ງກອງກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວຂ້າພະເຈົ້າເຊື່ອໝັ້ນວ່າຄວາມສະຫງົບສຸກ ແລະ ການພັດທະນາໃນສັງຄົມລາວຈະຊ່ວຍນຳພາພວກເຮົາໄປສູ່ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງໃນທົ່ວພາກພື້ນ.”