ເຜີຍແຜ່ຄຳສັ່ງກັກ, ຢືດ ແລະອາຍັດທຶນ

  ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໄດ້ຈັດຕັ້ງການເຜີຍແຜ່ຄຳສັ່ງວ່າດ້ວຍການກັກການຢຶດ ແລະ ອາຍັດທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ຂຶ້ນໃນວັນທີ 20 ັງກອນ 2021 ໂດຍການເປັນປະທານຮ່ວມຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ແລະທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ແລະປິ່ນອ້ອມໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ .

  ການເຜີຍແຜ່ຄັ້ງນີ້ເພື່ອສ້າງຄວາມຮັບຮູ້ ແລະເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ໆກ່ຽວຂ້ອງຕໍ່ກັບເນື້ອໃນ ແລະຫຼັກການທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວຮັບປະກັນໃຫ້ພາກສ່ວນກ່ຽວຂ້ອງສາມາດນໍາເອົາຂໍ້ກໍານົດ ແລະຫຼັກການໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງເປັນຮູບປະທໍາຊຶ່ງມີທັງໝົດ 4 ເນື້ອໃນຄື: ພາບລວມ ແລະຄວາມຈໍາເປັນຊຶ່ງພາຍໃຕ້ແຜນດໍາເນີນງານເພື່ອກະກຽມຄວາມພ້ອມ ແລະ ສ້າງເງື່ອນໄຂຮອງຮັບໃຫ້ແກ່ການປະເມີນຮອບດ້ານຕໍ່ກັບວຽກງານຕ້ານສະກັດກັ້ນການຟອກເງິນ  ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ (ລະຫວ່າງ ປີ 2020-2021) ຈາກກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ; ສປປ ລາວ ມີພັນ ທະຕາມເງື່ອນໄຂ 40 ຂໍ້ແນະນໍາໃໝ່ຂອງອົງການຕ້ານການຟອກເງິນສາກົນກໍ່ຄືຂໍ້ແນະນໍາທີ 7 ການຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທໍາລາຍລ້າງຜານ ແລະບັນຫາອື່ນໆທີ່ຕິດພັນ, ພ້ອມນັ້ນກໍ່ຍັງມີການເຜີຍແຜ່ເນື້ອໃນຂອງຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 20/ນຍ, ລົງ ວັນທີ26/11/2020; ພັນທະທີ່ຕ້ອງຈັດຕັ້ງປະຕິບັດ ແລະຄາດຄະເນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ພ້ອມດຽວກັນນີ້,ກໍ່ເປັນການຈັດຕັ້ງປະຕິບັດແຜນວຽກໃນການກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນການຈັດຕັ້ງປະຕິບັດວຽກງານຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມພັນທະສາກົນຂອງ ສປປ ລາວ ໃນຄັ້ງທີ 2 (ລະຫວ່າງ ປີ 2020-2021).

   ທ່ານລັດຖະມົນຕີກະຊວງຍຸຕິທຳ, ັງໄດ້ກ່າວເຖິງຜົນສຳເລັດໃນການຄົ້ນຄວ້າຮ່າງນິຕິກຳ ແລະໄດ້ນຳສະເໜີຕໍ່ລັດຖະບານເຊັນຮັບຮອງ ແລະ ປະກາດໃຊ້ນິຕິກຳພ້ອມເນັ້ນທຸກພາກສ່ວນເຂົ້າຮ່ວມ ແລະເປັນເອກະພາບຕໍ່ບັນດາເນື້ອໃນທີ່ກຳນົດໃນຄຳສັ່ງສະບັບເລກທີ 20/ນຍ ແລ້ວນຳໄປຈັດຕັ້ງປະຕິບັດຕົວຈິງໃນ  ແຕ່ລະກົມກອງທັງນີ້ກໍ່ເພື່ອຮັບປະກັນການປະຕິບັດພັນທະສາກົນໃຫ້ສອດຄ່ອງ ແລະເໝາະສົມ.

------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ