ເທີນ-ຫີນບູນ ມອບພັນທະໃຫ້ລັດແລ້ວ 6,1 ພັນຕື້ກີບ

  ໃນຕະຫຼອດໄລຍະຜ່ານມາບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ນອກຈາກເອົາໃຈໃສ່ຕໍ່ການຜະລິດກະແສໄຟສົ່ງໃຫ້ຕະຫຼາດຊົມໃຊ້ແລ້ວຍັງໄດ້ປະຕິບັດພັນທະຂອງຕົນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິແກ່ລັດຖະບານມາຮອດປະຈຸບັນລວມທັງໝົດແລ້ວ 664 ລ້ານໂດລາຫຼືປະມານ 6,1 ພັນຕື້ກີບ ສ່ວນສະເພາະ ປີ 2019 ແມ່ນ 23,47 ລ້ານໂດລາຈາກການປະກອບສ່ວນດັ່ງກ່າວໃນຜ່ານມາບໍລິສັດຈຶ່ງໄດ້ຮັບການຍ້ອງຍໍຂັ້ນກະຊວງກໍຄືຂອງກະຊວງພະລັງງານ ແລະບໍ່ແຮ່.

ພິທີມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ເທີນ-ຫີນບູນ ພາວເວີຈຳກັດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດພັນທະໃຫ້ລັດຖະບານປະຈຳປີ 2019 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມີ່ນະຄອນຫຼວງວຽງຈັນໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ໃຫ້ກຽດມອບໃບຍ້ອງຍໍຄັ້ງນີ້ແລະທ່ານ ໂຣເບີດ ອາຣ ເອເລັນ ເຈອາ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດເປັນຜູ້ຮັບ ຊຶ່ງມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດດັ່ງກ່າວໄດ້ລາຍງານຜົນການຈັດຕັ້ງປະຕິບັດພັນທະໃຫ້ລັດຖະບານປະຈຳປີ 2019 ຮູ້ວ່າ: ຜ່ານການຈັດ ຕັ້ງປະຕິບັດພັນທະໃນໄລຍະສຳປະທານຂອງບໍລິສັດແມ່ນໄດ້ປະຕິບັດສອດຄ່ອງຕາມສັນຍາ ແລະໄດ້ຮັບຜົນສຳເລັດທຸກວຽກງານຕາມຈຸດປະສົງຄາດໝາຍຊຶ່ງຕະຫຼອດໄລ ຍະການດຳເນີນງານການຜະລິດ, ບໍລິສັດໄດ້ປະຕິບັດພັນທະຢ່າງຕໍ່ເນື່ອງ ແລປັນປົກກະຕິໃຫ້ແກ່ລັດຖະບານລວມທັງໝົດ 664 ລ້ານໂດລາ, ສະເພາະປີ  2019 ແມ່ນ 23,47 ລ້ານໂດລາ ແລະ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ມີວຽກເຮັດງານທຳຊຶ່ງພະນັກງານທັງໝົດຂອງບໍລິສັດມີ 198 ຄົນ, ຍິ 50 ຄົນ ໂດຍໃນ 90% ຂອງພະນັກງານທັງໝົດແມ່ນເປັນຄົນລາວ, ນອກນີ້, ບໍລິສັດຍັງໄດ້ປະຕິບັດໃຫ້ປະຊາຊົນຜູ້ຖືກຜົນກະທົບທີ່ມີການຍົກຍ້າຍໄດ້ມີສິ່ງປຸກສ້າງ, ມີສາທາລະນຸປະໂພກຄົບຖ້ວນ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

 ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ການມອບໃບຍ້ອງຍໍຄັ້ງນີ້ມີຄວາມໝາຍສຳຄັນໃນການຢັ້ງຢືນເຖິງການຈັດຕັ້ງປະຕິບັດພັນທະຂອງບໍລິສັດໃຫ້ແກ່ລັດຖະບານໄດ້ຢ່າງຖືກຕ້ອງຕາມສັນຍາສຳປະທານ ແລະມີທ່າຕັ້ງໜ້າຊຶ່ງຕະຫຼອດໄລຍະທີ່ຜ່ານມາບໍລິສັດໄດ້ດຳເນີນໂຄງການໄດ້ຢ່າງມີປະສິດທິຜົນສູ ລະບໍ່ພຽງແຕ່ປະຕິບັດພັນທະໃຫ້ລັດຖະບານເທົ່ານັ້ນບໍລິສັດຍັງປະຕິບັດພັນທະຕໍ່ທ້ອງຖິ່ນສ້າງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນ.

ທັງນີ້ທ່ານລັດຖະມົນຕີຍັງສະເໜີໃຫ້ບໍລິສັດສືບຕໍ່ປະຕິບັດພັນທະຂອງຕົນໃຫ້ໄດ້ດີຍິ່ງໆຂຶ້ນ ແລະໃຫ້ບໍລິສັດເອົາໃຈໃສ່ໃນການຮ່ວມກັນພັດທະນາໃນຂະແໜງຕົນໃຫ້ມີປະ ສິດທິພາບ ແລະປະສິດທິຜົນໂດຍສະເພາະການຫັນເປັນອຸດສາຫະກຳໄຟຟ້າທີ່ທັນສະໄໝຢູ່ ສປປ ລາວ.

_________

ຂ່າວສຸກສະຫວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ