ສັບພະຄຸນຂອງດອກກະຈຽວ ທີ່ທ່ານຍັງບໍ່ຮູ້ມາກ່ອນ

  ດອກກະຈຽວຂະໜາດ 100 ກຣາມ ໃຫ້ພະລັງງານ 35 ກິໂລ ແຄລໍລີ່ ມີສານອາຫານສໍາຄັນປະກອບດ້ວຍຄາໂບໄຮເດຣດ 6 ກຣາມ ໂປຕີນ 1,3 ກຣາມ ຟອສຟໍຣັສ 40 ມິນລີກຣາມ ແຄລຊ້ຽມ 45 ມິນລີກຣາມ ທາດເຫຼັກ 2 ມິນລີກຣາມ ແລະວິຕາມິນຕ່າງໆຄືວິຕາມິນເອວິຕາມິນບີ1 ແລະວິຕາມິນບີ2 ດອກກະຈຽວ ຄົນສ່ວນຫຼາຍນິຍົມນໍາເອົາໜໍ່ອ່ອນ ແລະດອກມາກິນເປັນຜັກສົດ ຫຼື ນໍາມາລວກກິນກັບແຈ່ວ, ລາບການກິນກະຈຽວນອກຈາກຈະເປັນອາ ຫານແລ້ວມີສັບພະຄຸນໃນການບໍາລຸງຮ່າງກາຍ ແລະການຮັກສາພະຍາດອີກດ້ວຍເປັນຕົ້ນ:
• ລໍາຕົ້ນ, ມີກາກໄຍສູງຊ່ວຍກະຕຸ້ນໃຫ້ລໍາໄສ້ບີບຂັບຖ່າຍໄດ້ດີ, ຊ່ວຍປ້ອງກັນອາການທ້ອງຜູກ, ຫຼຸດຄໍເລດຕໍລໍໃນເລືອດ, ຊ່ວຍຂັບສານພິດຕົກຄ້າງໃນຮ່າງກາຍ, ໜໍ່ອ່ອນໃຊ້ເປັນຢາສະໝານບາດແຜ.
• ດອກ: ມີລົດເຜັດຮ້ອນມີກິ່ນ ຫອມຊ່ວຍຂັບລົມໃນກະເພາະອາຫານ, ແກ້ອາການທ້ອງອືດ, ຮັກ ສາທ້ອງເຟີ້, ຫຼຸດກົດໃນກະເພາະອາຫານ, ຊ່ວຍແກ້ມົດລູກອັກເສບສໍາລັບຜູ້ຍິງຫຼັງເກີດລູກ.
• ເຫງົ້່າ: ຊ່ວຍແກ້ປວດເມື່ອຍຂອງຮ່າງກາຍ.

----

ຮຽບຮຽງໂດຍ: ຟ້າ