ໝາກຂຽບຝຣັ່ງມີສັບພະຄຸນ ແລະປະໂຫຍດຫຼາກຫຼາຍ

  ໝາກຂຽບຝຣັ່ງເປັນໝາກໄມ້ຊະນິດໜຶ່ງທີ່ໃຫ້ຄຸນປະໂຫຍດຫຼາຍຢ່າງໂດຍສະເພາະປ້ອງກັນ ແລະຂ້າເຊລມະເຮັງ, ຊ່ວຍຮັກສາໂລກກະເພາະລໍາໄສ້ອັກເສບໄດ້ດີ, ຊ່ວຍຮັກສາອາການໂລກນອນບໍ່ຫຼັບ, ໃຊ້ເປັນຢາຂ້າພະຍາດໃນລະບົບທາງເດີນອາຫານ, ຫຼຸດຄວາມດັນ, ຫຼຸດນໍ້າຕານໃນເລືອດ (ໂລກເບົາຫວານ), ກິນເຂົ້າແຊບ, ຊ່ວຍໃຫ້ຈະເລີນອາຫານ, ເສີມສ້າງພູມ ຄຸ້ມກັນໃຫ້ຮ່າງກາຍ, ຊ່ວຍຮັກສາອາການຫອບຫືດ.
  ນອກຈາກຈະຕ້ານເຊລມະເຮັງໄດ້ດີແລ້ວຍັງອອກລິດຕ້ານເຊື້ອຫຼຸດຜ່ອນອາການໂລກກະເພາະລໍາໄສ້ອັກເສບໄດ້ດີອີກດ້ວຍເນື່ອງຈາກທີ່ມັນເປັນພືດຕະກູນ (ແອນໂນນາຊຽດສ annonaceous) ສານແອນໂນນາຊຽດສ ເປັນທີ່ຮູ້ກັນດີໃນວົງການແພດການຢາເຖິງຄວາມສາມາດໃນການຕ້ານການອັກເສບຕ້ານເຊື້ອ ແລະຍັບຍັ້ງເຊລມະເຮັງໃຫ້ຢຸດສະງັກ.

----

ຮຽບຮຽງໂດຍ: ຟ້າ