ບ້ານໂພນສະຫວາດ ຈັດງານບຸນສົມໂພດ ພຣະພຸດຖະຮູບອົງໃຫຍ່

  ໃນວັນທີ 17–23 ມັງກອນ 2021 ປະຊາຊົນຊາວບ້ານໂພນສະຫວາດ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ພ້ອມກັນຈັດງານບຸນສົມໂພດພຣະພຸດທະຮູບອົງໃຫຍ່ມີຂະໜາດ 5x7 ແມັດ ຂຶ້ນຢູ່ທີ່ວັດບ້ານດັ່ງກ່າວພາຍໃຕ້ການນຳພາຂອງທ່ານ ຄູນ ວຽງພູທອງ ນາຍບ້ານໂພນສະຫວາດ ແລະ ພຣະອາຈານ ຄຳຫວັນ ຕັ້ງບຸບຜາ ເຈົ້າອະທິການວັດພ້ອມດ້ວຍການຈັດຕັ້ງທຸກພາກສ່ວນຂອງບ້ານ, ມີບັນດາບ້ານອ້ອມຂ້າງພໍ່ແມ່ປະຊາຊົນຊາວພຸດສະນິກະຊົນຢູ່ທັງໃກ້ ແລະໄກເຂົ້າຮ່ວມຢ່າງຫຼວງຫຼາຍ.

  ທ່ານ ເກື້ອ (ພໍ່ຕູ້ ເກື້ອ) ຜູ້ຊົ່ງຄຸນວຸດທິຂອງບ້ານໂພນສະຫວາດໄດ້ຕ່າງໜ້າໃຫ້ການຈັດຕັ້ງຂອງບ້ານໄດ້ໃຫ້ຮູ້ຄວາມໝາຍຄວາມສຳຄັນຂອງການຈັດງານບຸນສົມໂພດພຣະພຸດທະຮູບອົງໃຫຍ່ໄດ້ກ່າວວ່າ:ການຈັດງານບຸນສົມໂພດປີນີ້ກໍ່ເພື່ອເປັນການສົມໂພດພຣະພຸດທະຮູບອົງໃຫຍ່ໃຫ້ເປັນສິ່ງສັກສິດເປັນທີ່ເຄົ້າລົບບູຊາຂອງຊາວພຸດພ້ອມນີ້ຍັງເປັນການຮັກສາຮີດຄອງປະເພນີທີ່ພໍ່ແມ່ໄດ້ເຄີຍປະຕິບັດກັນມາ ແລະເປັນການເຕົ້າໂຮມຄວາມສາມັກຄີພາຍໃນບ້ານຄືບ້ານອ້ອມຂ້າງເພື່ອພ້ອມກັນບູລະນະຮັກສາວັດ ວາສາສະໝາຊາວພຸດສະນິກະຊົນໃຫ້ມີຄວາມສີວິໄລຂຶ້ນເລື້ອຍໆ ຊຶ່ງພຣະພຸດທະຮູບອົງໃຫຍ່ອົງນີ້ຊາວບ້ານໄດ້ລົງສ້າງແຕ່ປີ 2017 ຈົນຮອດປີ 2020 ຈຶ່ງສຳເລັດໂດຍໄດ້ການອຸປະຖຳຈາກຄອບຄົວ ທ່ານ ນາງ ເຂັງຄຳ ແລະທ່ານ ນາງ ວຽງໂຂງ ສຸລິຍະວົງ ພ້ອມດ້ວຍຄອບແລະຊາວບ້ານພ້ອມກັນສ້າງຈຶ່ງສຳເລັດຕາມຄາດໝາຍ.

  ຊຶ່ງງານບຸນສົມໂພດພຣະພຸດທະຮູບອົງໃຫຍ່ຄັ້ງນີ້ຈະໄດ້ເລີ່ມເປີດພິທີປ່ອນເຄື່ອງມຸງຄຸນ, ປ່ອນບີພຣະພຸດທະຮູບ ແລະຄົບງັນຕາມປະເພນີແຕ່ວັນທີ 17-23 ມັງກອນ 2021 ຈຶ່ງຈະສໍາເລັດ.