ບ້ານສົ້ມຈະເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ

  ໃນວັນທີ 7 ມັງກອນຜ່ານມານີ້ ທາງຫ້ອງການ ຖວທ ເມືອງເຊບັ້ງໄຟ ພ້ອມດ້ວຍພະນັກງານວິຊາການມີເລຂາພັກບ້ານ, ນາຍບ້ານອຳນາດການປົກຄອງບ້ານໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ວຽກດ້ານການທ່ອງທ່ຽວ (ການສ້າງບ້ານວັດທະນະທຳທີ່ຕິດພັນກັບການທ່ອງທ່ຽວແບບຍືນຍົງ) ທີ່ຫ້ອງການບ້ານສົ້ມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນທາລາ ນໍລະເສນຜູ້ຮັບຜິດຊອບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວພ້ອມດ້ວຍການຈັດຕັ້ງພາຍໃນບ້ານເຂົ້າຮ່ວມ.

  ທ່ານ ສົມໃຈ ບົວລີພັນ ນາຍບ້ານໆສົ້ມ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້, ບ້ານສົ້ມຫ່າງຈາກເມືອງປະ ມານ 27 ກິໂລແມັດ ທິດເໜືອຕິດກັບບ້ານສັງ ແລະບ້ານໜອງພັງ, ທິດໃຕ້ຕິດກັບບ້ານປົ້ງກິ່ວ ແລະບ້ານນາຫຼັກ ເມືອງໜອງບົກ, ທິດ ຕາເວັນອອກຕິດກັບຫ້ວຍສາຍພາຍ ເຂດບ້ານຍາງໃຫຍ່, ທິດຕາເວັນຕົກຕິດກັບບ້ານໂນນຕູມ ແລະບ້ານນາກາງ ເມືອງທ່າແຂກ ຊຶ່ງມີເນື້ອທີ່ທັງໝົດ 519,91 ເຮັກຕາ, ມີ 229 ຫຼັງຄາເຮືອນ, ມີພົນລະເມືອງ 1,174 ຄົນ, ຍິງ 580 ຄົນ, ມີເນື້ອ ທີ່ປຸກສ້າງ 27,7 ເຮັກຕາ, ເປັນ ຊົນເຜົ່າຜູ້ໄທ, ນັບຖືສາສະໜາພຸດມີອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ ລ້ຽງສັດເປັນອາຊີບສຳຮອງ.

  ທ່ານ ບັນທະນາ ນໍລະເສນ ຜູ້ຮັບຜິດຊອບວຽກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ມີຄຳເຫັນ ແລະໄດ້ເນັ້ນໃຫ້ບັນດາການຈັດຕັ້ງທຸກພາກສ່ວນເອົາໃຈໃສ່ປະຕິບັດຕາມເງື່ອນໄຂມາດຖານ ແລະແຜນກິດຈະກຳທີ່ກະກຽມການສ້າງບ້ານວັດທະນະທຳທີ່ຕິດພັນກັບການທ່ອງທ່ຽວປະຊາຊົນມີສ່ວນຮ່ວມແບບຍືນຍົງມີ 3 ເງື່ອນໄຂ ແລະ 12 ກິດຈະກຳທີ່ຕ້ອງໄດ້ເຮັດ ແລະເງື່ອນໄຂມາດ ຖານການສ້າງບ້ານຕົວແບບທາງດ້ານວັດທະນະທຳ ຊຶ່ງມີ 3 ເງື່ອນ ໄຂ ແລະ 5 ມາດຖານຂອງບ້ານ  ຫຼັງຈາກສຳເລັດພິທີແລ້ວທາງທິມງານຫ້ອງການ ຖວທ ເມືອງພ້ອມ ດ້ວຍອຳນາດການປົກຄອງພາຍໃນບ້ານໄດ້ໄປເບິ່ງວັດສີອຳພອນທີ່ຈະສ້າງເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ຊຶ່ງມີເນື້ອທີ່ປະມານ 1 ເຮັກຕາ, ສະອາດງາມຕາພາຍໃນວັດມີສິມ, ຫໍກອງ, ຫໍພະໃຫຍ່, ຕົ້ນໄມ້ສັກສິດ, ພະນັ່ງຕໍຈໍານວນ 2 ອົງ.

----

ຂ່າວ: ເມືອງເຊບັ້ງໄຟ