ປະກາດ-ຮັບຮອງເອົາບ້ານກອນຊອດ ເປັນບ້ານວັດທະນະທຳໃໝ່

  ເມື່ອວັນທີ 6 ມັງກອນຜ່ານມາຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງຜາອຸດົມ ແຂວງບໍ່ແກ້ວ ສົມທົບກັບຄະນະພັກຮາກຖານກຸ່ມບ້ານກອນຊອດໄດ້ຈັດພິທີປະກາດ-ຮັບຮອງເອົາບ້ານກອນຊອດເປັນບ້ານວັດທະນະທຳໃໝ່ຕິດພັນກັບງານບຸນເນັດນືມໂດຍການເຂົ້າຮ່ວມຂອງທ່ານ ກາງ ມະນີຫວ່າງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆຜາອຸດົມຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີທ່ານ ບຸນໜຽວ ຈະເລີນຜົນຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງ, ທ່ານ ພອນຄຳ ດາວມະນີທອນເລຂາຄະນະພັກຮາກຖານກຸ່ມບ້ານກອນຊອດ, ອໍານາດການປົກຄອງບ້ານ, ຄູ-ອາຈານ ແລະແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

  ທ່ານ ພອນໄຊ ຮອງນາຍບ້ານກອນຊອດຜ່ານຮ່າງບົດສະຫຼຸບວຽກງານການສ້າງບ້ານວັດທະນະທຳໃນໄລຍະຜ່ານມາບ້ານກອນຊອດ ມີ 64 ຫຼັງຄາເຮືອນ, ມີ 99 ຄອບຄົວ, ມີພົນລະເມືອງທັງໝົດ 483 ຄົນ, ຍິງ 248 ຄົນ ໃນນີ້, ມີ ຄອບຄົວທີປະຕິບັດໄດ້ຕາມ 5 ມາດ ຖານເງື່ອນໄຂຂອງການສ້າງຄອບຄົວວັດທະນະທຳທັງໝົດ 82 ຄອບຄົວກວມເອົາ 82,82% ຂອງຄອບຄົວທັງໝົດມີຄອບຄົວກຸ້ມກິນ 35 ຄອບຄົວ ຄອບຄົວທຸກຍາກ 29 ຄອບຄົວ,ເຮືອນຖາວອນ 10 ຫຼັງ,ເຮືອນເຄິ່ງຖາວອນ 35 ຫຼັງ ແລະມີເຮືອນປະຖົມປະຖານ 19 ຫຼັງ ໃນໄລຍະຜ່ານມາຄະນະພັກ,ອຳນາດການປົກຄອງບ້ານໄດ້ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບຕາມສິດໜ້າ ທີ່ ແລະພາລະບົດບາດຂອງຕົນໂດຍອີງຕາມ 4 ເນື້ອໃນ 4 ຄາດໝາຍຂອງພັກ-ລັດວາງອອກ ແລະໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພໍ່ແມ່ປະຊາ ຊົນໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື້ອໝັ້ນ ຕໍ່ການຊີ້ນໍາໆພາຂອງພັກ-ອົງການຈັດຕັ້ງຂອງລັດເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງຂັ້ນເທິງ, ເຄົາລົບລະບຽບກົດໝາຍ ແລະຮູ້ຈຳແນກສັດຕູໄດ້ຢ່າງຈະແຈ້ງຮູ້ຈັກອະນຸລັກຮັກສາ ແລະ ສົ່ງເສີມຮິດຄອງປະເພນີຂອງບັນເຜົ່າໃຫ້ຍືນຍົງ, ປຸກລະດົມຂະບວນການສ້າງຄວາມສາມັກຄີປອງດອງຮັກແພງຊ່ວຍເຫຼືອເຊ່ິງກັນ ແລະກັນປະກອບ ສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນຂະບວນການສ້າງບ້ານວັດທະນະທຳ ໂດຍອີງໃສ່ພື້ນຖານໂຄງລ່າງ ຂອງປະຊາຊົນແມ່ນມີທ່ີຢູ່ອາໄສ ແລະມີບ່ອນທໍາການຜະລິດຕາມລະດູການ, ປະຊາຊົນສ່ວນໃຫຍ່ ແມ່ນໄດ້ຖືເອົາການເຮັດນາ ແລະເຮັດໄຮ່ເປັນຕົ້ນຕໍ່ຖືເອົາການປູກຝັ່ງ - ລ້ຽງສັດ ແລະການຄ້າຂາຍເປັນອາຊີບສໍາຮອງສາມາດຜະລິດເຂົ້າເປືອກໄດ້ 424,43 ກິ ໂລຕໍ່ຄົນຕໍ່ປີ, ມີຍອດລາຍຮັບສະເລ່ຍ 603 ໂດລາຕໍ່ຄົນຕໍ່ປີນອກຈາກນີ້, ປະຊາຊົນຍັງໄດ້ປູກໄມ້ອຸດສາຫະກຳ ແລະລ້ຽງສັດປະເພດງົວ, ຄວາຍ, ໝູ, ແບ້ ແລະສັດປີກເພື່ອຂາຍເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ມີເຮືອນຢູ່ຖາວອນ, ມີພາຫະນາຮັບໃຊ້ ແລະມີໄຟຟ້າໃຊ້ຢ່າງທົ່ວເຖິງ.

  ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆບໍ່ແກ້ວວ່າດ້ວຍການມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ໃຫ້ແກ່ບ້ານກອນຊອດ ເມືອງຜາອຸດົມ ແຂວງບໍ່ແກ້ວ ມອບທ່ານ ກາງ ມະນີຫວ່າງ ຮອງເຈົ້າເມືອງໆຜາອຸດົມພ້ອມທັງໃຫ້ກຽດເປີດປ້າຍ ແລະລັ່ນຄ້ອງ 9 ບາດເພື່ອເປັນສັນຍາລັກໃນພິທີອີກດ້ວຍພ້ອມທັງມີຄໍາເຫັນໂອ້ລົມຊີ້ນໍາໆພາໃນວຽກງານຂະບວນການສ້າງຄອບຄົວ ແລະບ້ານວັດທະນະທຳໃນຫຼາຍດ້ານກ່ອນອື່ນທ່ານໄດ້ຍ້ອງຍໍຊົມມເຊີຍທີສາມາດຍາດເອົາຜົນງານ ແລະນາມມະຍົດອັນສະ ຫງ່າງາມ, ຮຽກຮ້ອງມາຍັງອໍານາດການປົກຄອງບ້ານຈົ່ງເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະພ້ອມກັນປົກປັກຮັກສາວັດທະນະທຳອັນດີງາມກໍ່ຄືນາມມະຍົດບ້ານວັດທະນະທຳໃຫ້ຢູ່ກັບບ້ານຕະຫຼອດໄປເອົາໃຈໃສ່ປະຕິບັດວຽກງານອົງການຈັດຕັ້ງຕ່າງໆທີ່ໄດ້ມອບໝາຍ ແລະຊ່ວຍກັນແກ້ໄຂບັນຫາຂໍ້ຄົງຄ້າງທີ່ເຮັດໃຫ້ການປະຕິບັດບໍ່ໄດ້ຮັບຜົນສຳເລັດ, ສືບຕໍ່ປຸກລະດົມສ້າງຄອບຄົວທີ່ຍັງປະຕິບັດບໍ່ໄດ້ມາດຖານຄອບຄົວວັດທະນະທຳທີ່ຍັງເຫຼືອໃຫ້ກາຍເປັນຄອບຄົວວັດທະນະທຳໃນຕໍ່ໜ້າໃຫ້ກວມເອົາ.