ຊົມຄລິບການປຽບທຽບລະຫວ່າງ ໄອໂຟນ12ໂປຣ ແລະກາແລັກ ຊີ້ເອສ21ພລັສ

  ຫຼັງຈາກທີ່ຄລິບລາຍລະ ອຽດຂອງຊຳຊຸງກາແລັກຊ້ີເອສ 21+ ເປີຍໂສມແລະຄລິບທັງໝົດກໍ ຖືກອູ້ມແລະສັ່ງປິດໂດຍໄວຫຼ້າສຸດກໍມີອີກຄລິບທີ່ເຫັນຕົວເຄື່ອງແບບເຕັມໆຂອງຊຳຊຸງກາແລັກຊ້ີເອສ 21+ ແຕ່ມີການນຳມາປຽບທຽບກັບໄອໂຟນ 12 ໂປຣຄູ່ແຂ່ງທີ່ບອກໄດ້ວ່າເປັນມວຍຖືກຄູ່ເລີຍ.
  ໂດຍພາບທີ່ເຫັນນີ້ຕ້ອງບອກວ່າ Samsung Galaxy S21+ຈະມີຂະໜາດໃກ້ຄຽງກັບ iPhone 12 Pro ແລະນ້ອຍກວ່າ iPhone 12 Pro Max ພໍສົມຄວນ ແຕ່ວ່າເມື່ອທຽບໃນສະເປັກແລ້ວຖືວ່າໃກ້ຄຽງກັນຫຼາຍເພາະກ້ອງຫຼັກຂອງ Samsung Galaxy S21+ ແລະ iPhone 12 Pro ມີຄວາມລະອຽດ 12 ລ້ານພິກເຊລກ້ອງມູມກວ້າງກໍໃກ້ຄຽງກັນແຕ່ວ່າ Samsung Galaxy S21+ ຈະໄດ້ປຽບໃນເລື່ອງຂອງການຊູມທີ່ຫຼາຍກວ່າໜ້າຈໍຂອງຊຳຊຸງຈະມີຕິ່ງທີ່ນ້ອຍກວ່າໄອໂຟນ12 ໂປຣ ແບບເຫັນໄດ້ແຈ້ງທັງນີ້ໃນເລື່ອງຂອງຂອບຂອງຕົວເຄື່ອງທີ່ບາງລົງຂອງທັງສອງແຕ່ຖ້າຄົນມັກເບິ່ງລະຄອນຊຳຊຸງຈະໃຫ້ຄຳຕອບທີ່ດີກວ່າ.
  ຄາດວ່າມືຖືທັງສອງຈະໃຫ້ ຄວາມຈຳເລີ່ມຕົ້ນເທົ່າກັນຄື 128 GB ແລະມາພ້ອມກັບ RAM8GB ສຳລັບ Galaxy S21+ຖື ວ່າຫຼາຍກວ່າ ແລະລວມທັງແບັດເຕີຣີຂະໜາດ 4800mAh ເມື່ອທຽບກັບ iPhone 12 Pro Max ຈະຢູູ່ທີ່ 3687 mAh ແຕ່ວ່າທັງໝົດຕ້ອງລຸ້ນກັນຕໍ່ໄປວ່າສະເປັກຂອງSamsung Galaxy S21+ ທີ່ຂໍ້ມູນເຜີຍອອກມານັ້ນຈະດີພຽງໃດ.

----

ໜັງສືພິມ ເສດຖະກິດ-ສັງຄົມ