ປະໂຫຍດຈາກຕົ້ນຫອນໄກ່ ທີ່ທ່ານອາດບໍ່ເຊື່ອ

  ຕົ້ນຫອນໄກ່ລຳຕົ້ນຈັດເປັນລຳເຄືອ, ມີເນື້ອໄມແຂງ, ເລືອພາດພັນຕາມຕົ້ນໄມ້ອື່ນ, ຍາວໄດ້ຮອດ 10 ແມັດ, ເປືອກມີສີເທົາປົນສີຂຽວ, ຕາມກິ່ງກ້ານ ແລະໃບມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ສີນໍ້າຕານກ້ານຊໍ່ດອກມີຂົນອ່ອນນຸ້ມດອກຍ່ອຍມີຈຳນວນຫຼາຍ ແລະໝາກຮູບຮີ ຫຼື ຮູບໄຂ່, ກວ້າງ 1-1.5 ຊັງຕີແມັດ, ຍາວ 2-4 ຊັງຕີແມັດ, ແຫ້ງແລ້ວແຕກ, ສີເຫຼືອງ ຫຼື ສີນໍ້າຕານແດງ, ມີຂົນສີນໍ້າຕານແກ່ນຮູບຮີ, ມີຂະໜາດປະມານ 2 ຊັງຕີແມັດ, ສີດຳ.
• ຮາກ: ຕົ້ມດື່ມຮັກສາອາການຕິດຢາເສບຕິດ, ຮັກສາອາການເຈັບທ້ອງ, ໃຊ້ເປັນຢາບຳລຸງຫຼັງເກີດລູກໃໝ່ລູກ, ແກ້ໄຂ້ມາລາເຣຍ ແລະຮັກສາທາງເດີນປັດສະວະອັກ ເສບ.
• ລຳຕົ້ນ ແລະໃບ: ຕົ້ມດື່ມຮັກສາໜີ້ວ ແລະນຳມາຕົ້ມອາບຮັກສາຜື່ນ ຄັນ (ສຳລັບຜູ້ໃຫຍ່).

----

ຮຽບຮຽງໂດຍ: ຟ້າ