2 ພີເອັມ ກຽມກັບມາຮ່ວມງານກັນອີກຄັ້ງໃນຮອບ 5 ປີ

   JYP Entertainment ໄດ້ແຈ້ງກັບສື່ຢ່າງເປັນທາງການວ່າວົງ 2 ພີເອັມ ໄດ້ວາງແຜນສຳລັບການກັບມາຄົບທີມດ້ວຍສະມາຊິກ 6 ຄົນ ຫຼັງຈາກການອອກປະຈຳການຂອງ ຈຸນໂຮ ໃນເດືອນມີນາ ຊຶ່ງເປັນສະມາຊິກຄົນສຸດທ້າຍຂອງວົງທີ່ຈະອອກມາຈາກການເປັນທະຫານພັນທະ.
  ນອກຈາກນີ້ຕົ້ນສັງກັດຍັງເປີດເຜີຍຕື່ມວ່າ ການກັບມາລວມຕົວຂອງສະມາຊິກຄົບທີມເຮົາຈະນໍາສະເໜີສິ່ງທີ່ດີເດັ່ນເພື່ອເປັນການທັກທາຍທຸກໆທ່ານ ຄອຍຕິດຕາມການເຮັດກິດຈະກຳໃນປີ 2021 ຂອງພວກເຂົາທີ່ຈະເຕັມໄປດ້ວຍ ຄວາມເປັນ 2 ພີເອັມ, ໂດຍວົງ 2 ພີເອັມ ຫ່າງຫາຍຈາກການເຮັກກິດຈະກຳຄົບວົງມາຕັ້ັ້ງແຕ່ປີ 2016 ຊຶ່ງແຕ່ລະຄົນໄດ້ມີໂອກາດເຮັດໂຄງການດຽວໃນຫຼາກຫຼາຍດ້ານພ້ອມກັບການສະສົມປະສົບການໃໝ່ໆໃນໄລຍະຫຼາຍປີທີ່ຜ່ານມາເຮັດໃຫ້ການກັບມາລວມຕົວກັນໃນຄັ້ງນີ້ຖືກມອງວ່າຜົນງານຂອງພວກເຂົາຈະຖືກນໍາສະເໜີອອກມາແນວໃດລໍຖ້າຕິດຕາມຜົນງານຂອງ 2 ພີເອັມໄດ້ໄວໆນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ