ເຜີຍແຜ່ຜົນກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງຫ້ວຍຊາຍ ຄັ້ງທີ V

   ເພື່ອຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງຫ້ວຍຊາຍຄັ້ງມີ V ລົງສູ່ຮາກຖານບັນດາວັດໃນທົ່ວເມືອງຫ້ວຍຊາຍໃຫ້ທົ່ວເຖິງ, ເຮັດໃຫ້ວຽກຂອງຄະນະອົງການພຸດທະສາສະໜາສັມພັນລາວເມືອງຫ້ວຍຊາຍຂະຫຍາຍເຖິ່ງພຣະສົງສາມະເນນ-ການຈັດຕັ້ງບ້ານໃຫ້ຮັບຮູ້ເຂົ້າໃຈຫຼັກການແນວທາງຂອງອົງການພຸດທະສາສະໜາສັມພັນລາວ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ມາໃນວັນທີ 5 ມັງກອນ 2021 ອົງການພຸດທະສາສະໜາສຳພັນລາວ ເມືອງຫ້ວຍຊາຍ ນຳໂດຍ ພຣະປຣີຊາທັມ ມະວົງສາຈາຣິຍາຈານ (ບຸນນໍາທັມມະວົງ) ຄະນະບໍລິຫານງານປະຈໍາການ ອພສ ແຂວງບໍ່ແກ້ວ,ເຈົ້າຄະນະເມືອງຫ້ວຍຊາຍ,ພ້ອມດ້ວຍຄະນະບໍລິຫານງານປະຈໍາການອົງການພຸດທະສາສະໜາສັມພັນລາວເມືອງຫ້ວຍຊາຍ ມີ 1 ຫ້ອງການ ແລະ 4 ກັມມາທິການ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍຜູ້ແທນພຣະສົງທົ່ວເມືອງຫ້ວຍຊາຍ ຄັ້ງທີ V, ທີ່ວັດບ້ານນໍ້າປຸກກາງ ມີເຈົ້າອະທິການວັດເຂດນໍ້າປຸກ, ການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມເຂດກຸ່ມບ້ານພັດທະນານໍ້າປຸກເຂົ້າຮ່ວມ.

 ພຣະອາຈາຣຍ໌ທອງສີນັດບົວຮັກຄະນະບໍລິຫານງານປະຈໍາການ, ຫົວໜ້າຫ້ອງການບໍລິຫານງານ ອພສ ເມືອງຫ້ວຍຊາຍ ໄດ້ນໍາສະເໜີມະຕິກອງປະຊຸມໃຫຍ່ຜູ້ແທນ ພຣະສົງທົ່ວເມືອງຫ້ວຍຊາຍຄັ້ງທີ V ແລະ ພາລະບົດບາດສິດ ແລະ ໜ້າທີ່ຂອງຫ້ອງການບໍລິຫານງານ ອພສ ແລະລະບຽບການຄຸ້ມຄອງການພົວພັນປະສານງານກັບສາຍໃຍການຈັດຕັ້ງລະຫວ່າງສົງຕໍ່ສົງ ແລະສົງຕໍ່ການຈັດຕັ້ງພາກ ແລະ ລັດໃຫ້ມີຄວາມສະດວກ ແລະ ທ່ວງທັນກັບສະພາບການຕົວຈິງໃນປະຈຸບັນ; ພຣະປຣີຊາປຸນຍະສານນັນ ທິຄຸນ (ບຸນເຕັ່ງ ອະນຸສີ ) ຮອງເຈົ້າຄະນະເມືອງ, ຫົວໜ້າກັມມາທິການປົກຄອງສົງເມືອງຫ້ວຍຊາຍ ໄດ້ນໍາສະເໜີພາລະບົດບາດ, ສິດ ແລະໜ້າທີ່ລວມທັງການຈັດຕັ້ງປະຕິບັດໜ້າທີ່ວຽກງານການເຄື່ອນໄຫວການຄຸ້ມຄອງພຣະສົງສາມະເນນ-ພໍ່ຂາວ ແມ່ຂາວ ທີ່ສັງກັດປະຈໍາຢູ່ວັດຄວາມຮັບຜິດຊອບຂອງຕົນໃຫ້ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດຍົກສູງສະຕິລະວັງຕົວເປັນເຈົ້າການສະກັດກັ້ນເພີ່ມທະວີເອົາໃຈໃສ່ຄຸ້ມຄອງຕິດຕາມການເຂົ້າ-ອອກ ແລະ ການເຄື່ອນໄຫວຂອງພຣະສົງສາມະເນນ ທີ່ເຄື່ອນໄຫວຢູ່ພາຍໃນເມືອງ ຫ້ວຍຊາຍ.

ພຣະອາຈາຣຍ໌ອານຸໄຊຂັນຕິສັກ ຮອງເຈົ້າຄະນະເມືອງ, ຫົວໜ້າກັມມາທິການສຶກສາສົງເມືອງຫ້ວຍຊາຍໄດ້ສະເໜີລາຍງານພາລະບົດບາດ, ສິດ ແລະໜ້າທີ່ວຽກງານດ້ານການສຶກສາຂອງພຣະສົງ-ສາມະເນນໃຫ້ບັນດາເຈົ້າອະທິການວັດກໍຄືການຈັດຕັ້ງບ້ານຍົກສູງຄຸນນະພາບການການສຶກສາຂອງພຣະສົງສາມະເນນ,ຄຸ້ມຄອງນັກຮຽນພຣະສົງໃຫ້ໄດ້ເຂົ້າຮຽນນໍາຄາຣະວາດຢ່າງເປັນປົກກະຕິ, ຫ່າງໄກຈາກສິ່ງເສບຕິດ ແລະການຫຼິ້ນກິນຟຸມເຟືອຍຕ່າງໆພຣະປຣີຊາສຸມະນະປັນຍາຈານ (ສີແພງ ວົງພະຈິດ) ຮອງເຈົ້າຄະນະເມືອງ,ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານໄດ້ນໍາສະເໜີລາຍງານພາລະບົດບາດ,ສິດ ແລະໜ້າທີ່ຂອງກັມມາທິການເຜີຍແຜ່ສີລະທັມ ເຈົ້າອະທິການວັດ, ເໜັ້ນໃຫ້ພຣະສົງສາມະເນນທຸກອົງ/ຕົນ ເອົາໃນໃສ່ຮຽນສູດ, ຮຽນເທດ, ອັກສອນທັມໃຫ້ມີຄວາມຫ້າວຫັນ ແລະແຂ່ງຂັນກັນແຕ່ ລະວັດໃຫ້ໄດ້ຮັບຜົນດີ.ເອົາໃຈໃສ່ປະຕິບັດກິດຈະວັດ 10  ຢ່າງ, ເອົາໃຈໃສ່ເປັນເຈົ້າການໃນການເຕົ້າໂຮມຫັດແໜ້ນຄວາມສາມັກຄີລະຫວ່າງສົງຕໍ່ສົງ ແລະສາສົງຕໍ່ການຈັດຕັ້ງໃຫ້ນັບມື້ນັບຫຼາຍຂຶ້ນ. ພຣະອາຈາຣຍ໌ ຕຸ້ຍ ຄໍາໄຊ ຮອງເຈົ້າຄະນະເມືອງ, ຫົວໜ້າກັມມາທິການສາທາລະນູປະການໄດ້ນໍາສະເໜີພາລະບົດບາດ,ສິດ ແລະໜ້າທີ່ຂອງວຽກງານສາທາລະນູປະການໄດ້ຊີ້ແຈງຄະນະສົງ ແລະ ການຈັດຕັ້ງບ້ານໃນການສ້າງສາບູລະນະປະຕິສັງຂອນວັດວາອາຣາມປູສະນີຍະສະຖານຕະຫຼອດຮອດຖາ ວອນວັດຖຸ ແລະອື່ນໆທີ່ໃຫ້ມີລັກສະນະຊາດກໍຄືລັກສະນະທ້ອງຖິ່ນໃຫ້ຖືກຕ້ອງ ແລະເໝາະສົມ, ການສ້າງໃຫ້ປະກອບເອກະສານທາງການ,ກົດໝາຍລະບຽບການທີ່ໄດ້ກຳນົດໄວ້.

 ໂອກາດດັ້ງກ່າວພຣະປຣີຊາທັມມະວົງສາຈະຣິຍາຈານ (ບຸນນໍາ ທັມມະວົງ) ຄະນະບໍລິຫານງານປະຈໍາການ ອພສ ແຂວງ, ກຳມະການແນວລາວສ້າງຊາດເມືອງຫ້ວຍຊາຍ, ເຈົ້າຄະນະເມືອງຫ້ວຍຊາຍ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາເຈົ້າອະທິການວັດຄະນະອຳນາດການປົກຄອງບ້ານ ແຕ່ລະບ້ານທຸກອົງ/ທ່ານ ໄດ້ນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໄປຈັດຕັ້ງປະຕິບັດໃນຈຸດເວລາທີ່ມີຄວາມໝາຍສຳຄັນ ແລະຈົ່ງສາມັກ ຄີກັນເຂົ້າເປັນກ້ອນກຳລັງແຮງມະຫາສານ,ສືບຕໍ່ເສີມຂະຫຍາຍມູນ ເຊື້ອອັນສະຫງ່າຣາສີຂອງອົງການພຸດທະສາສະໜາສັມພັນລາວເພື່ອພ້ອມກັນຍາດໃຫ້ໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າທີ່ກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງຫ້ວຍຊາຍຄັ້ງທີ V ໄດ້ວາງອອກເພື່ອເຮັດໃຫ້ວຽກງານກາຍເປັນການກະທຳຕົວຈິງໃນຊີວິດປະຈຳວັນພ້ອມທັງສູ້ຊົນເພື່ອພຣະພຸດທະສາສະໜາຈະເລີນກ້າວໜ້າອອກຕົນຍາດໂຍມຮັ່ງມີປະເທດຊາດເຂັ້ມແຂງສັງຄົມມີຄວາມຜາສຸກມີຄວາມສະເໝີພາບສີວິໄລ ແລະຍຸຕິທໍາ.