ປກສ ເມືອງນາແລ ສຸມໃສ່ການປູກຝັງ-ລ້ຽງສັດ ເປັນລາຍຮັບຕົ້ນຕໍຂອງກົມກອງ

  ກອງບັນຊາການ ປກສ ມືອງນາແລ ເປັນກົມກອງໜຶ່ງທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຊຶ່ງຕັ້ງຢູ່ໃຈກາງເທສະບານເມືອງນາແລຫ່າງຈາກເທສະບານແຂວງປະມານ 76 ກິໂລແມັດ ເປັນເຂດພູດອຍ ກວມເອົາ 85% ແລະ ມີເນື້ອທີ່ປ່າໄມ້ 63% ທີ່ເປັນທ່າແຮງໜຶ່ງໃຫ້ແກ່ກົມກອງເໝາະສົມແກ່ການປູກຝັງ-ລ້ຽງສັດ.

  ທ່ານ ພັທ ພອນແກ້ວ ອິນໄຊຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາແລ ໃຫ້ສຳພາດໃນວັນທີ 13 ມັງກອນ 2021 ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງນາແລໄດ້ເອົາໃຈໃສ່ຊີ້ນຳ-ນໍາພາພະນັກງານ-ນັກຮົບເຮັດວຽກງານວິຊາສະເພາະຕິດພັນກັບວຽກງານພາລາທິ ການກັບທີ່ຕາມທິດສີຂຽວເພື່ອ ຮັດໃຫ້ກົມກອງຫຼຸດພົ້ນອອກຈາກຄວາມທຸກຍາກ, ສາມາດກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, 1 ປີຜ່ານມາກອງບັນຊາການໄດ້ປັບປຸງພື້ນຖານໂຄງລ່າງໂດຍສະເພາະການຕັ້ງຟາມງົວບ່ອນໃໝ່ຊຶ່ງມີຂະໜາດ 7x12 ແມັດມູນຄ່າ 19,8 ລ້ານກີບ ແລະຕັ້ງກາລາລົດຂະໜາດ 8x12 ແມັດມູນຄ່າ 22,3 ລ້ານກີບ ໂດຍແມ່ນທຶນຂອງກອງບັນຊາການທີ່ໄດ້ມາຈາກການຂາຍງົວ, ປະຈຸບັນຍັງສືບຕໍ່ກໍ່ສ້າງຫ້ອງການ ປກສ ບໍລິການປະ ຊາຊົນ 2 ກຸ່ມບ້ານຄື: ກຸ່ມບ້ານສາຍນໍ້າທິບ ແລະກຸ່ມບ້ານເປືອນໃນມູນຄ່າກໍ່ສ້າງ 310 ລ້ານກີບ ໂດຍແມ່ນທຶນສົດເຊີຍຈາກບໍລິສັດສີມັງລົງທຶນເຂື່ອນໄຟຟ້ານໍ້າທາ I.

  ທ່ານ ພັທ ພອນແກ້ວ ອິນໄຊຍາ ຍັງໃຫ້ຮູ້ຕື່ມອີກວ່າ: ຄະນະພັກ-ຄະນະກອງບັນຊາການໄດ້ມີຄວາມຕັດສິນໃຈສູງຕໍ່ກັບການສ້າງພາລາທິການກັບທີ່ໂດຍໄດ້ໃຊ້ທຶນກູ້ຢືມຈາກກອງບັນຊາການ ປກສ ແຂວງ ຈຳນວນ 100 ລ້ານກີບ ເພື່ອມາລົງທຶນລ້ຽງງົວເປັນໄລຍະເວລາ 3 ປີ ມາເຖິງປະຈຸບັນໄດ້ສຳລະຕົ້ນທຶນໃຫ້ກອງບັນຊາການ ປກສ ແຂວງ ສຳເລັດ 100% ແລະປະຈຸບັນຍັງມີງົວລ້ຽງທັງໝົດ 32 ໂຕ ແລະຈະສືບຕໍ່ປູກຝັງ-ລ້ຽງສັດໃຫ້ຫຼາຍກາຍເປັນສິນຄ້າສ້າງລາຍຮັບໃຫ້ແກ່ກົມກອງສູງຂຶ້ນໄປເລື້ອຍໆ.

ຂ່າວ: ສົມພອນ ຂຸນດາວົງ  

ຮູບພາບໜັງສືພິມເສດຖະກິດ-ສັງຄົມ