ທ່າປາງທອງ ແຂ່ງຂັນກີລານັກຮຽນມັດທະຍົມທົ່ວເມືອງ ຄັ້ງທີ I

  ວັນທີ 7-8 ມັງກອນ 2021 ທີ່ໂຮງຮຽນ ມສ ໂນນຈານ ໄດ້ຈັດການແຂ່ງຂັນກີລານັກຮຽນມັດທະຍົມທົ່ວ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຄັ້ງທີ 1 ຂຶ້ນ ຢ່າງເປັນທາງການຊຶ່ງປີນີ້ແມ່ນໂຮງຮຽນ ມສ ໂນນຈານ ເປັນເຈົ້າພາບໃນການຈັດການແຂ່ງຂັນໂດຍການເປັນປະທານເປີດງານຂອງ ທ່ານ ນາງ ກຽງຄຳລຸນ ທະວົງ ອຳ ນວຍການໂຮງຮຽນ ມສ ໂນນຈານ ແລະເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດວງແກ້ວ ລາຊາວົງສີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ທ່ານ ບຸນລຽງ ຄຳສຸນີໄຊ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວເມືອງ,ມີບັນດາທ່ານຄະນະອຳນວຍການຈາກໂຮງຮຽນພະນັກງານຄູ-ອາຈານ ແລະແຂກຖືກເຊີນຕະຫຼອດຮອດນັກກີລາ, ນັກຮຽນທີ່ເປັນຕົວແທນໃຫ້ແກ່ໂຮງຮຽນ ມສ ໃນທົ່ວເມືອງເຂົ້າຮ່ວມທັງໝົດຈຳນວນ 406 ນ້ອງ, ຍິງ 240 ນ້ອງ.

  ການຈັດການແຂ່ງຂັນໃນຄັ້ງນີ້ມີໂຮງຮຽນເຂົ້າຮ່ວມທັງໝົດມີ 4 ໂຮງຮຽນຄື: ໂຮງນຮຽນ ມສ ໂນນຈານ, ໂຮງຮຽນ ມສ ພູໂຮງ, ໂຮງຮຽນ ມສ ກະທອງເໜືອ ແລະ ໂຮງຮຽນ ມສ ດອນຂາວ ຈຸດປະສົງກໍ່ເພື່ອຜູກແໜ້ນຄວາມສາມັກຄີຮັກແພງລະຫວ່າງໂຮງຮຽນໃຫ້ໝັ້ນແກ່ນຍິ່ງຂຶ້ນ ແລະ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດການຈັດການແຂ່ງຂັນກີລາສາຍນັກຮຽນຊັ້ນມັດທະຍົມຕອນປາຍທົ່ວເມືອງທ່າປາງທອງການແຂ່ງຂັນກີລາເທື່ອນີ້ມີ 4 ປະເພດຄືກີລາບານ ເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຫວາຍຍິງ-ຊາຍ ແລະກີລາເປຕັງຍິງ-ຊາຍ ຜ່ານການແຂ່ງຂັນແມ່ນໂຮງຮຽນ ມສ ດອນຂາວ ໄດ້ອັນດັບ 1, ມີ 14 ຄະແນນຊະນະເລີດ 4 ປະເພດກີລາ,ອັນດັບ 2 ໂຮງຮຽນ ມສ ໂນນຈານ ມີ 14 ຄະແນນຊະນະເລີດ 3 ປະເພດກີລາ, ອັນດັບ 3 ໂຮງຮຽນ ມສ ພູໂຮງມີ 14 ຄະແນນຊະນະເລີດ 1 ປະເພດກີລາ ແລະອັນດັບ 4 ມສ ກະທອງເໜືອ ມີ 7 ຄະແນນ, ຊຶ່ງການແຂ່ງຂັນໃນຄັ້ງທີ II ແມ່ນ ໂຮງຮຽນ ມສ ພູໂຮງ ເປັນຜູ້ສືບຕໍ່ຈັດການແຂ່ງຂັນກີລານັກຮຽນມັດທະຍົມສົກປີ 2021-2022 ຄັ້ງຕໍ່ໄປ.