5 ປີ ບໍລິມາດຂົນສົ່ງສິນຄ້າຂ້າມລາວເພີ່ມຂື້ນເກືອບ 10%

  ປະຈຸບັນການຂົນສົ່ງໂດຍສານບັນດາແຂວງໃນຂອບເຂດທົ່ວປະເທດມີທັງໝົດ 119 ສາຍທາງ, ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງມີ 81 ສາຍທາງ, ຊຶ່ງໃນ 5 ປີຜ່ານມານີ້ບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15% ໃນນັ້ນບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າ ເທື່ອຄົນເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ, ສ່ວນການຂົນສົ່ງສິນຄ້າໄດ້ນໍາໃຊ້ການບໍລິການທ່າບົກ 5 ແຫ່ງ ເຮັດໃຫ້ບໍລິມາດຂົນສົ່ງສິນຄ້າຜ່ານແດນເພີ່ມຂຶ້ນ 9,47% ຈາກ 5 ປີກ່ອນ.

  ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກກະຊວງໂຍທາທິການ ແລະຂົນສົ່ງໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກ່ຽວກັບການນໍາພາ-ຊີ້ນໍາພັດທະນາການຂົນສົ່ງທາງບົກ ແລະການຂົນສົ່ງຂ້າມແດນວ່າການຂົນສົ່ງໂດຍສານບັນດາແຂວງໃນຂອບເຂດທົ່ວປະເທດມີທັງໝົດ 119ສາຍທາງ; ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງມີສາຍທາງການແລ່ນລົດໂດຍສານປະຈໍາທາງ ລາວ-ໄທ, ລາວ-ຈີນ, ລາວ-ຫວຽດນາມ ແລະ ລາວ-ກໍາປູເຈຍ ລວມທັງ ໝົດ 81 ສາຍທາງ, ໃນ 5 ປີຜ່ານມາບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15% ໃນນັ້ນບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າ ເທື່ອຄົນເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ.

  ສ່ວນການຂົນສົ່ງສິນຄ້າໄດ້ນໍາໃຊ້ການບໍລິການທ່າບົກ 5 ແຫ່ງຄື: ສະຖານີລົດໄຟທ່ານາແລ້ງ (ນະຄອນຫຼວງວຽງຈັນ), ເຊໂນ (ສະຫວັນນະເຂດ), ວັງເຕົ່າ (ຈໍາປາ ສັກ), ນາເຕີຍ (ຫຼວງນໍ້າທາ) ແລະທ່າແຂກ (ຄໍາມ່ວນ); ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດຕັ້ງປະຕິບັດສັນຍາວ່າດ້ວຍການອໍານວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງຂ້າມແດນສະບັບທົດລອງ, ໄດ້ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆເພື່ອປັບປຸງກົນໄກ ແລະຂອດບໍລິການຢູ່ດ່ານຊາຍແດນ ແລະຕາມສາຍທາງໃຫ້ຄ່ອງຕົວ ແລະສ້າງຄວາມໂປ່ງໃສ, ການກວດກາຕ່າງໆບໍ່ໃຫ້ຊໍ້າຊ້ອນກັນ, ອັນພົ້ນເດັ່ນແມ່ນໄດ້ເປັນເຈົ້າການຊຸກຍູ້ ແລະສ້າງສໍາເລັດດໍາລັດວ່າດ້ວຍດ່ານຊາຍແດນ ແລະສະໜາມບິນສາກົນ ສະບັບເລກທີ558/ລບ ລົງວັນທີ 31 ທັນວາ 2018 ຊຶ່ງເປັນນິຕິກໍາທີ່ສໍາຄັນໃນການຈັດຕັ້ງປະຕິບັດການອໍານວຍຄວາມສະ ດວກໃຫ້ແກ່ການຂົນສົ່ງຜ່ານແດນຂອງ ສປປ ລາວ ໃນ 5 ປີ ຜ່ານມາບໍລິມາດຂົນສົ່ງເພີ່ມຂຶ້ນ 9,47%.

 ຄຽງຄູ່ກັບຜົນສໍາເລັດກໍຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນແມ່ນພື້ນຖານໂຄງລ່າງການຂົນສົ່ງຍັງບໍ່ທັນສາມາດຮັບຮອງໄດ້ຢ່າງມີປະສິດທິພາບຄ່າຂົນສົ່ງພາຍໃນປະເທດຍັງມີລາຄາສູງກົງກັນຂ້າມປະສິດທິພາບຂົນສົ່ງຍັງຕໍ່າຄວາມສາມາດໃນການແຂ່ງຂັນຍັງບໍ່ທັນສູງຂັ້ນຕອນການຈັດຕັ້ງປະຕິບັດຢູ່ດ່ານສາກົນ ແລະ ຕາມສາຍທາງຜ່ານມາຍັງໃຊ້ເວລາຫຼາຍຄ່າໃຊ້ຈ່າຍຫຼາຍຂອດທັງນີ້ກໍເນື່ອງມາຈາກຫຼາຍສາເຫດເປັນຕົ້ນແມ່ນເສັ້ນທາງຫຼວງແຫ່ງຊາດຍັງບໍ່ໄດ້ມາດຕະຖານອາຊຽນໂດຍສເພາະທາງຫຼວງແຫ່ງຊາດທີ່ຖືກກໍານົດເປັນທາງຫຼວງອາຊຽນຈໍານວນ 8 ເສັ້ນ ມີແຕ່ 2 ເສັ້ນເທົ່ານັ້ນທີ່ໄດ້ມາດຖານອາຊຽນຮັບນໍ້າໜັກບັນທຸກໄດ້ 11 ໂຕນຕໍ່ເພົາ, ການປ່ຽນແປງສະພາບດິນຟ້າອາກາດ, ການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງຜ່ານແດນຍັງມີຄວາມຫຍຸ້ງຍາກ ແລະບັນຫາອື່ນໆອີກ.