ປກສ ເດັດດ່ຽວແກ້ຫຍໍ້ທໍ້ໃນສັງຄົມ

   ກຳລັງ ປກສ ໃນຂອບເຂດທົ່ວປະເທດໄດ້ເອົາໃຈໃສ່ຢ່າງເດັດດ່ຽວໃນການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຂະນະທີ່ 5 ປີຜ່ານມາທົ່ວປະເທດມີຄະດີເກີດຂຶ້ນທັງ ໝົດ 15.413 ລາຍຊຶ່ງກຳລັງ ປກສ ສາມາດດໍາເນີນແກ້ໄຂສໍາເລັດ 8.363 ລາຍ, ເທົ່າກັບ 54.25%;ໃນນັ້ນເປັນຄະດີເສດຖະກິດເກີດຂຶ້ນ 1.385 ລາຍ; ຄະດີຢາເສບຕິດ14.793 ລາຍ ແລະຄະດີ ອຸບັດເຫດເກີດຂຶ້ນທັງໝົດ 29.655 ລາຍ.

  ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງເລຂາຄະນະພັກ-ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ປະກອບຄວາມເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວມີບາງຕອນວ່າ: ອາຊະຍາກໍາ ແລະ ປາກົດການຫຍໍ້ທໍ້ໃນສັງຄົມເປັນໄພຄຸກຄາມອັນຕະລາຍໃຫຍ່ຫຼວງຖ່ວງດຶງກະທົບໂດຍກົງ ຫຼື ທາງອ້ອມຕໍ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍ່ຄືສະຖຽນລະພາບ, ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພທາງສັງຄົມຊຶ່ງໃນຕະຫຼອດ 5 ປີ ຜ່ານມາ, ສະພາບການຂອງໂລກ ແລະພາກພື້ນຜັນແປໄປຢ່າງສະຫຼັບຊັບຊ້ອນຍາກທີ່ຈະຄາດຄະເນໄດ້ຢ່າງຊັດເຈນ; ຊຶ່ງພວກ ຈັກກະພັດກໍຄືອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ສຸມໃສ່ປະຕິບັດກົນອຸບາຍຫັນປ່ຽນໂດຍສັນຕິເພື່ອເຄື່ອນໄຫວທໍາລາຍມ້າງເພປະ ເທດຂອງພວກເຮົາຢ່າງຕັ້ງໜ້າຮອບດ້ານ, ຫຼາຍຮູບຫຼາຍສີ, ບວກກັບຜົນກະທົບຈາກໄພທໍາມະຊາດຢ່າງຕໍ່ເນື່ອງແຕ່ປີ 2018 ເປັນຕົ້ນມາ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະມາຊຶ່ງໄດ້ເຮັດໃຫ້ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາພົບຄວາມຫຍຸ້ງຍາກບໍ່ໜ້ອຍ.

  ແຕ່ໂດຍພາຍໃຕ້ການນຳພາຊີ້ນໍາໂດຍກົງ,ເດັດຂາດ ແລະຮອບດ້ານຂອງພັກ;ກໍາລັງປ້ອງກັນຄວາມສະຫງົບໄດ້ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປະສານສົມທົບແໜ້ນກັບກໍາລັງປ້ອງກັນຊາດ, ກໍາລັງຈາກຂະແໜງການຕ່າງໆ ແລະການຮ່ວມມືຊ່ວຍເຫຼືອຂອງປະຊາຊົນບັນດາເຜົ່າສາມາດເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາປະເທດຊາດກໍຄືການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ມີສະຖຽນລະພາບອັນໜັກແໜ້ນ,ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພໂດຍພື້ນຖານ,ສ້າງສະພາບແວດລ້ອມ ແລະເງື່ອນໄຂເອື້ອຍອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຮັບປະກັນໃຫ້ແກ່ການຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ເພື່ອຈຸດໝາຍສັງຄົມນິຍົມທີ່ວາງໄວ້, ນັບທັງການເຊື່ອມໂຍງກັບພາກພື້ນ ແລະສາກົນເປັນກ້າວໆມາ.

 ສະຫາຍຮອງເລຂາຄະນະພັກກະຊວງປ້ອງກັນຄວາມສະຫງົບໄດ້ກ່າວເຖິງຜົນສຳເລັດໃນການແກ້ໄຂອາຊະຍາກໍາ ແລະໄຂປາກົດການຫຍໍ້ທໍ້ໃນ 5 ປີຜ່ານມາໂດຍໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ບັນດາມະຕິຂອງພັກ-ລັດຫັນເປັນທິດທາງ,ແຜນງານ,ໂຄງການ ແລະ ແຜນແມ່ບົດລະອຽດເພື່ອຈັດຕັ້ງການເຄື່ອນໄຫວຢ່າງເປັນເຈົ້າການແລະໝາກມີຜົນຕົວຈິງເປັນຕົ້ນໄດ້ປັບປຸງກໍາລັງເຫຼົ່າວິຊາສະເພາະປ້ອງກັນຄວາມສະຫງົບເພື່ອເຮັດວຽກງານຕ້ານອາຊະຍາກໍາ ແລະປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມກໍຄືພາຍໃນເອົາໃຈໃສ່ວຽກງານສືບຂ່າວກໍາສະພາບການກໍາແໜ້ນປະເພດເປົ້າໝາຍເພື່ອຄຸ້ມຄອງຕິດຕາມຕາມຫຼັກການວິຊາສະ ເພາະຢ່າງເຂັ້ມງວດ ແລະສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ, ດໍາເນີນໂຄງການວິຊາສະເພາະແກ້ໄຂແຕ່ລະບັນຫາເຊັ່ນ: ໂຄງການຕ້ານອາຊະຍາກໍາປະເພດຕ່າງໆໂຄງການອັດປ່ອງຂ້າມລອຍຢາເສບຕິດຢູ່ພາກເໜືອ ແລະ ພາກກາງໂຄງການຫຼຸດຜ່ອນອຸບັດເຫດໂຄງການສ້າງສູນຝຶກແອບ ແລະ ນໍາໃຊ້ໝາວິຊາສະ ເພາະ, ໂຄງການສູນບັນຊາຕໍາຫຼວດດ້ວຍເຕັກນິກທັນສະໄໝ ແລະອື່ນໆ.

   ໃນ 5 ປີຜ່ານມາມີຄະດີເກີດຂຶ້ນທົ່ວປະເທດທັງໝົດ 15.413 ລາຍ, ກໍາລັງ ປກສ ສາມາດດໍາເນີນແກ້ໄຂສໍາເລັດ 8.363 ລາຍ, ເທົ່າກັບ 54.25%; ຄະດີ ເສດຖະກິດເກີດຂຶ້ນ 1.385 ລາຍ, ມ້າງໄດ້ 905 ລາຍ, ເທົ່າກັບ 65,34%; ຄະດີຢາເສບຕິດເກີດຂຶ້ນທັງໝົດ 14.793 ລາຍ, ມ້າງໄດ້ 12.960 ລາຍ, ເທົ່າກັບ 84,08%; ຄະດີອຸບັດເຫດເກີດຂຶ້ນທັງໝົດ 29.655 ລາຍ, ພາຫະນະເປ່ເພ 50.316 ຄັນ, ຄົນ ໄດ້ຮັບບາດເຈັບ 47.245 ຄົນ, ເສຍຊີວິດ 5.263 ຄົນ, ມູນຄ່າເສຍຫາຍ 443,4 ຕື້ກີບ;

   ພ້ອມນີ້, ຍັງເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານ 3 ສ້າງຂອງພັກ-ລັດວາງອອກຢ່າງແຂງແຮງ ແລະຕໍ່ເນື່ອງ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ 7 ແຂວງ, ພື້ນທີ່ຈຸດຫຼໍ່ແຫຼມ, ຂອບເຂດຊາຍແດນແລະເຂດຫ່າງໄກສອກຫຼີກທີ່ອາດເກີດຄວາມບໍ່ສະຫງົບຂຶ້ນ, ນອກນີ້ຍັງປັບປຸງກໍາລັງປ້ອງກັນສູນກາງ, ປ້ອງກັນເຄື່ອນທີ່ ແລະປ້ອງກັນທີ່ຕັ້ງໃຫ້ມີຄຸນນະພາບດີ, ມີການປະກອບພາຫະນະອຸປະກອນເຕັກນິກທັນສະໄໝຈໍານວນໜຶ່ງເສີມກໍາລັງພົນໃຫ້ພຽງພໍ, ຈັດຕັ້ງ, ຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດທະວິທີ, ກຽມພ້ອມເຮັດໜ້າທີ່, ກວດກາລາດຕະເວນປ້ອງກັນເວນຍາມ24 ຊົ່ວໂມງ,ປ້ອງກັນງານສໍາຄັນ, ກິດຈະການຕ່າງໆ ຂອງລັດ, ຂອງລວມໝູ່ ແລະຂອງບຸກຄົນ, ປ້ອງກັນກອງປະຊຸມຕ່າງໆທັງພາຍໃນ ແລະສາກົນມີຄວາມປອດໄພ 100%.

  ສັງລວມແລ້ວໃນ 5 ປີຜ່ານມາກໍາລັງປ້ອງກັນຄວາມສະຫງົບໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພໂດຍພື້ນຖານ, ກໍາລັງປ້ອງກັນຄວາມສະຫງົບຍັງເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ເປັນກໍາລັງປະຈັນບານທີ່ເດັດດ່ຽວ, ເດັດຂາດຕ້ານການເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີ ແລະພວກຝ່າຝືນຕໍ່ລະບຽບກົດໝາຍທຸກສະຖານທີ່ ແລະທຸກເວລາ.

-------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົ