ທົ່ວປະເທດມີສະມາຊິກພັກປະຊາຊົນປະຕິວັດລາວ 3 ແສນກວ່າສະຫາຍ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິລາວທີ່ດຳເນີນໃນເວລານີ້ມີຈຳນວນຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມທັງໝົດມີ 768ສະຫາຍ, ເພດຍິງ 116 ສະຫາຍ ປະກອບດ້ວຍ 43 ຊົນເຜົ່າທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 348.686 ສະຫາຍ, ທຽບໃສ່ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເພີ່ມຂຶ້ນ12,28%, ໃນນັ້ນຄະນະບໍລິຫານງານສູນກາງພັກສະໄໝທີ X ມີ 65 ສະຫາຍ,ຍິງ 9 ສະຫາຍ,ຜູ້ແທນທີ່ໄດ້ເລືອກຈາກທ້ອງຖິ່ນຮາກຖານ 462 ສະຫາຍ, ຍິງ 57 ສະຫາຍ, ຈາກອ້ອມຂ້າງສູນກາງ306 ສະຫາຍ, ຍິງ 59 ສະຫາຍ ແລະຜູ້ແທນບົ່ງຕົວ 7 ສະຫາຍ, ຍິງ 2 ສະຫາຍ.

  ຂໍ້ມູນດັ່ງກ່າວແມ່ນມີການເປີດເຜີຍມື້ທຳອິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021 ໂດຍສະ ຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກໃນວາລະຂຶ້ນລາຍງານຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງລະບຸວ່າ: ໃນຈຳນວນທັງໝົດທີ່ເຂົ້າຮ່ວມກອງປະຊຸມແມ່ນເປັນຜູ້ແທນສົມບູນມາຈາກຂົງເຂດຕ່າງໆເປັນຕົ້ນແມ່ນຈາກຂົງເຂດພັກ,ອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຈໍານວນ 81 ສະຫາຍ, ຍິງ 19 ສະຫາຍຈາກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈໍານວນ 71 ສະຫາຍ, ຍິງ 1 ສະຫາຍ ຈາກຂົງເຂດເສດຖະກິດຈໍານວນ 84 ສະຫາຍ, ຍິງ 20 ສະຫາຍ, ຈາກຂົງເຂດນິຕິບັນຍັດ, ຕຸລາການ ແລະວັດທະນະທໍາ-ສັງຄົມ ຈໍານວນ 70 ສະຫາຍ, ຍິງ 19 ສະຫາຍ ແລະຈາກແຂວງນະຄອນຫຼວງວຽງຈັນ ຈໍານວນ 462 ສະຫາຍ, ຍິງ 57 ສະຫາຍ.

 ຜູ້ທີ່ເຂົ້າພັກກ່ອນວັນທີ 2 ທັນວາ 1975 ມີຈໍານວນ 20 ສະຫາຍ,ຍິງ 1 ສະຫາຍ ແລະເຂົ້າພັກຫຼັງວັນທີ 2 ທັນວາ 1975 ມີຈໍານວນ 748 ສະຫາຍ,ຍິງ 115 ສະຫາຍ,ຜູ້ມີອາຍຸສູງສຸດແມ່ນ 83 ປີ ແລະຕໍ່າສຸດແມ່ນ 35 ປີ ໂດຍ ອາຍຸສະເລ່ຍແມ່ນ 59 ປີ,ລະດັບການສຶກສາສາມັນ: ຊັ້ນປະຖົມມີ 1 ສະຫາຍ,ຍິງ 1 ສະຫາຍ, ຊັ້ນມັດທະຍົມຕົ້ນ 18 ສະຫາຍ, ຊັ້ນມັດທະຍົມປາຍ ມີ749 ສະຫາຍ, ຍິງ 115 ສະຫາຍ, ລະດັບວິຊາສະເພາະ, ຊັ້ນຕົ້ນມີ 3 ສະຫາຍ, ຊັ້ນກາງມີ 30 ສະຫາຍ, ຍິງ 4 ສະຫາຍ, ຊັ້ນສູງມີ 99 ສະຫາຍ, ຍິງ 17 ສະຫາຍ; ປະລິນຍາຕີມີ 204 ສະຫາຍ, ຍິງ 37 ສະຫາຍ, ປະລິນຍາໂທ 341 ສະຫາຍ, ຍິງ 49 ສະຫາຍ ແລະປະລິນຍາເອກມີ 91 ສະຫາຍ, ຍິງ 9 ສະຫາຍ.

  ລະດັບທິດສະດີ: ບໍ່ຜ່ານ 24 ສະຫາຍ, ຍິງ 1 ສະຫາຍ; ບໍາລຸງ 26 ສະຫາຍ, ຍິງ 4 ສະຫາຍ; ຊັ້ນຕົ້ນ 8 ສະຫາຍ, ຍິງ 1 ສະຫາຍ, ຊັ້ນກາງ 22 ສະຫາຍ, ຍິງ 2 ສະຫາຍ; ຊັ້ນສູງ 537 ສະຫາຍ, ຍິງ 86 ສະຫາຍ, ປະລິນຍາຕີ 57 ສະຫາຍ, ຍິງ 11 ສະຫາຍ; ປະລິນຍາໂທ 70 ສະ ຫາຍ, ຍິງ 8 ສະຫາຍ, ປະ ລິນຍາເອກ 24 ສະຫາຍ, ຍິງ 3 ສະຫາຍ.

 ຕໍາແໜ່ງພາຍໃນພັກ: ກໍາມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກມີ 14 ສະຫາຍ, ຍິງ 1 ສະຫາຍ, ກໍາມະການສູນກາງພັກມີ 51 ສະຫາຍ, ຍິງ 9 ສະຫາຍ, ເລຂາ,ຮອງເລຂາຄະນະພັກແຂວງ, ນະຄອນຫຼວງ, ກະຊວງ-ອົງການມີ 64 ສະຫາຍ, ຍິງ 11 ສະຫາຍ, ຄະນະປະຈໍາພັກແຂວງ, ນະຄອນຫຼວງ, ກະຊວງ-ອົງການ ມີ 184 ສະຫາຍ, ຍິງ 26 ສະຫາຍ, ຄະນະພັກແຂວງ, ນະຄອນຫຼວງ, ກະຊວງ-ອົງການມີ 387 ສະຫາຍ, ຍິງ 61 ສະຫາຍ; ເລຂາ ແລະຄະນະພັກຮາກຖານ ມີ 62 ສະຫາຍ, ຍິງ 7 ສະຫາຍ. ສະມາຊິກພັກສົມບູນມີ 6 ສະຫາຍ, ຍິງ 1 ສະຫາຍ.

   ຜ່ານການກວດກາຄຸນລັກສະນະຜູ້ແທນທີ່ມາຈາກອົງຄະນະພັກທົ່ວປະເທດຢ່າງລະອຽດແລ້ວເຫັນວ່າບັນດາສະຫາຍຜູ້ແທນທີ່ໄດ້ຮັບການເລືອກຕັ້ງ ແລະ ບົ່ງຕົວເຂົ້າ ຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ລ້ວນແຕ່ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ແລະແມ່ນຜູ້ທີ່ມີມາດຖານ-ເງື່ອນໄຂຄົບຖ້ວນສົມເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວປະເທດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງພັກຢ່າງແທ້ຈິງ.