ເສດຖະກິດ ໄຊຍະບູລີຂະຫຍາຍຕົວ 6,7% ຕໍ່ປີ

 ໃນໄລຍະ 5 ປີຜ່ານມາເຖິງວ່າແຂວງໄຊຍະບູລີໄດ້ພົບຄວາມຫຍຸ້ງຍາກຫຼາຍດ້ານທີ່ບໍ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ-ສັງຄົມແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ-ອົງການປົກຄອງທຸກຂັ້ນ,ຄວາມບຸກບືນຜ່ານຜ່າຂອງບັນດາຂະແໜງການແລະທ້ອງຖິ່ນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດໃນຫຼາຍດ້ານເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 6,7% ຕໍ່ປີ ໃນຂະນະທີ່ອີກ 5 ປີ ຂ້າງໜ້າ ແຂວງໄຊຍະບູລີຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຮອດປີ 2025 ໃຫ້ບັນລຸ 15.185 ຕື້ກີບ.

   ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີໃຫ້ສຳພາດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝໃນວັນທີ 7 ມັງ ກອນ 2021 ຜ່ານມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງແຂວງໄຊຍະບູລີສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 6,7% ຕໍ່ປີ, ລວມຍອດມູນຄ່າຜະລິດ ຕະພັນພາຍໃນບັນລຸ 10.706 ຕື້ກີບ, ທຽບໃສ່ປີ 2015 ເພີ່ມຂຶ້ນ 3.410 ຕື້ກີບ, ສະເລ່ຍລາຍຮັບໄດ້ 3.031 ໂດລາສະຫະລັດ, ເພີ່ມຂຶ້ນ 618 ໂດລາ ເທົ່າກັບ 81,6% ຂອງແຜນ 5 ປີ (ແຜນ 3.710 ໂດລາ), ຊຶ່ງລາຍຮັບຕົວຈິງແມ່ນໄດ້ຈາກຂົງເຂດກະສິກຳ, ການປູກ-ການລ້ຽງ. ຄຽງຄູ່ກັນນັ້ນການພັດທະນາຕ່າງໆເປັນຕົ້ນການຂະຫຍາຍພື້ນຖານໂຄງລ່າງທີ່ຈຳເປັນແມ່ນໄດ້ຮັບການແກ້ໄຂ, ເສັ້ນທາງຄົມມະນາຄົມໄດ້ຮັບການຍົກລະດັບ, ການແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄອບຄົວທຸກຍາກໃນທົ່ວແຂວງຫຼຸດລົງຈາກ 2,56% ໃນປີ 2015 ຍັງເຫຼືອ 1,62% ໃນປີ 2020.

   ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII (2021-2025) ເພື່ອສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ແຂງ ແຮງ, ໝັ້ນທ່ຽງ ແລະຍືນຍົງແຂວງໄຊຍະບູລີ ໄດ້ກຳນົດວິໄສທັດຮອດປີ 2030 “ສູ້ຊົນສ້າງແຂວງໄຊຍະບູລີໃຫ້ກາຍເປັນແຂວງທີ່ມີການກະສິກຳສະອາດຕາມທິດສີ ຂຽວ ແລະຍືນຍົງຕິດພັນກັບອຸດສາຫະກຳປຸງແຕ່ງ, ພັດທະນາການບໍລິການທາງຜ່ານ ແລະການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ”, ພັດທະນາເສດຖະກິດ-ສັງ ຄົມຕາມທ່າແຮງທີ່ມີຢ່າງເຕັມສ່ວນເພື່ອບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຢ່າງໜັກແໜ້ນ, ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນຕາມທິດສີຂຽວ ແລະຍືນຍົງ, ສ້າງໃຫ້ໄດ້ການຫັນປ່ຽນຮູບແບບການຜະລິດທີ່ສອດຄ່ອງກັບຄວາມອາດສາມາດບົ່ມຊ້ອນ ແລະທ່າໄດ້ປຽບຂອງແຂວງ, ພັດ ທະນາເສດຖະກິດໄປຄຽງຄູ່ກັບການພັດທະນາສັງຄົມ,ການປົກປັກຮັກສາສິ່ງແວດລ້ອມ ແລະການປ້ອງກັນຄວາມສະຫງົບເພື່ອໃຫ້ເສດຖະກິດເຕີບໂຕມີຄຸນນະພາບ ແລະຍືນຍົງພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນ; ພັດທະນາຕາມທິດສີຂຽວເປັນມິດກັບສິ່ງແວດລ້ອມພັດທະນາຕາມທິດຮ່ວມມືເຊື່ອມໂຍງ, ເຊື່ອມຈອດກັບພາຍໃນ ແລະພາກພື້ນ.

-----------

ຂ່າວທະນູທອງ, ຮູບພາບໜັງສືພິມເສດຖະກິດສັງຄົມ