ເຕືອນອາກາດໜາວເຢັນລົງຕື່ມ

ວັນທີ 13 ມັງກອນ 2021 ກົມອຸຕຸນິຍົມ ແລະອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມໄດ້ອອກແຈ້ງເຕືອນຊຶ່ງລະບຸວ່າ: ຈາກຜົນການພະ ຍາກອນຂອງລະບົບອຸຕຸກະເສດ (LaCSA) ໄລຍະວັນທີ 13-17 ມັງກອນ 2021 ແລະຕາມການຄາດຄະເນສະພາບອາກາດປະຈໍາອາທິດມວນອາກາດໜາວເຢັນຈາກປະເທດຈີນຍັງມີກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄົມຊຶ່ງຈະເຮັດໃຫ້ອຸນຫະພູມອາ ກາດໜາວຫຼາຍໂດຍສະເພາະເຂດພູສູງ,ພູດອຍ ແລະຮ່ອມພູເຊັ່ນ: ບັນດາແຂວງພາກເໜືອ,ແຂວງໄຊສົມບູນ ແລະເຂດພູພຽງບໍລິເວນອາກາດຈະໜາວເຢັນຫຼາຍພ້ອມມີຝົນຕົກຄ່ອຍເປັນບາງໂອກາດສ່ວນຢູ່ພາກກາງ ແລະ ພາກໃຕ້ອາກາດຈະເຢັນ ແລະ ໜາວເຢັນພ້ອມມີໝອກບາງປົກຄຸມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

   ໃນລະຫວ່າງວັນທີ 13-17 ມັງກອນ 2021 ມວນອາດກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງສົມທົບກັບລົມຕາເວັນອອກສຽງເໜືອພັດປົກຄຸມຊຶ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2-4 ອົງສາ ຢູ່ທົ່ວໄປໃນທຸກພາກແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອເຂດພູສູງ, ພູດອຍ ແຂວງໄຊສົມບູນລະເຂດພູພຽງບໍລິເວນພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

 ທັງນີ້ກົມອຸຕຸນິຍົມ ແລະອຸທົກກະສາດໄດ້ແນະນໍາໃຫ້ປະຊາຊົນ ແລະຊາວກະສິກອນບັນດາແຂວງໃນຂອບເຂດທົ່ວປະເທດຕໍ່ກັບສະພາບໂອກາດທີ່ໜາວເຢັນດັ່ງກ່າວອາດສົ່ງຜົນກະທົບຕໍ່ການປູກເຂົ້ານາແຊງສະນັ້ນແນະນໍາຊາວກະສິກອນເລື່ອນການປັກດໍານາແຊງໄປກ່ອນ.