ນາຍົກລະບຸ 7 ບັນຫາຕ້ອງແກ້ດ່ວນ

  ໃນໄລຍ  5  ປີຜ່ານມາເຖິງແມ່ນວ່າສະພາບເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍຄາດວ່າຈະຢູ່ໃນລະດັບ 5,8% ຕໍ່ປີແຕ່ມີທ່າອ່ຽງຫຼຸດລົງ ແລະຫຼຸດແຜນທີ່ຕັ້ງໄວ້ລະດັບ 7,2% ອັນເປັນຜົນມາຈາກຫຼາຍປັດໄຈຖ່ວງດຶງແນວໃດກໍດີໃນ 5 ປີຕໍ່ໜ້ານີ້ນາຍົກລະບຸ 7 ບັນຫາ ທີ່ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ.

  ໃນມື້ທຳອິດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ທີ່ພວມດຳເນີນໃນຂະນະນີ້ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີລາຍງານວ່າ: 5 ປີຜ່ານມາ ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍຈະຢູ່ໃນລະດັບ 5,8% ຕໍ່ປີ (ປີ 2016:7,02%, ປີ 2017: 6,9%, ປີ 2018: 6,3%, ປີ 2019: 5,5% ແລະໃນປີ 2020 ຄາດວ່າຈະຂະຫຍາຍຕົວປະມານ 3,3%), ແຕ່ເຫັນວ່າອັດຕາການຂະຫຍາຍຕົວມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແລະຫຼຸດແຜນການວາງໄວ້ (ແຜນການ: 7,2%) ໃນນັ້ນຂະແໜງກະສິກໍາຂະຫຍາຍຕົວສະ ເລ່ຍ 2,1% (ແຜນການ: 3,4%), ອຸດສາຫະກໍາຂະຫຍາຍຕົວສະເລ່ຍ 9,1% (ແຜນການ: 9,3%),ການບໍລິການຂະຫຍາຍຕົວສະເລ່ຍ 4,8%(ແຜນການ: 8,1%) ແລະພາສີອາກອນຂະຫຍາຍຕົວສະເລ່ຍ 5,2% (ແຜນການ: 5%) ໂດຍປັດໄຈທີ່ຊຸກຍູ້ການຂະຫຍາຍຕົວເສດຖະກິດສ່ວນໃຫຍ່ມາຈາກຂະແໜງອຸດສາຫະກໍາໂດຍສະເພາະໃນຂະແໜງພະລັງ ງານໄຟຟ້າແລະການກໍ່ສ້າງ,ສໍາລັບຂະແໜງບໍລິການການຂາຍຍົກ-ຂາຍຍ່ອຍ,ການເງິນ ແລະປະກັນໄພມີການຂະຫຍາຍຕົວດີແຕ່ການປະກອບສ່ວນຕໍ່ເສດຖະກິດບໍ່ສູງ.

ສະຫາຍ ທອງລຸນ ສີສຸລິດ ເປີດເຜີຍຕື່ມວ່າສາເຫດຕົ້ນຕໍທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດມີການຫຼຸດລົງ ແລະບໍ່ບັນລຸແຜນການວາງໄວ້ຍ້ອນການຂະຫຍາຍຕົວຂອງຂະແໜງກະສິກໍາມີທ່າອ່ຽງຫຼຸດລົງ ແລະ ຖືກຜົນກະທົບຈາກໄພທໍາມະຊາດ; ຂະແໜງບໍ່ແຮ່ ແລະ ການຂຸດຄົ້ນມີທ່າອ່ຽງຫຼຸດລົງຈົນຕິດລົບນັບແຕ່ໄລຍະປີ 2017-2019 ແລະການຂະຫຍາຍຕົວຂອງອຸດສາຫະກໍາປຸງແຕ່ງຍັງຊັກຊ້າ; ພ້ອມດຽງກັນນັ້ນການຂະຫຍາຍຕົວຂອງຂະແໜງບໍລິການກໍ່ມີທ່າອ່ຽງຫຼຸດລົງໂດຍສະເພາະແມ່ນຂະແໜງການບໍລິການທີ່ພັກອາໄສ ແລະຮ້ານອາຫານທີ່ຕິດພັນກັບການທ່ອງທ່ຽວ.

  ນອກຈາກນັ້ນ, ການຂະຫຍາຍຕົວເສດຖະກິດແມ່ນຫຼຸດລົງຕາມກະແສລວມຂອງເສດຖະກິດພາກພື້ນ ແລະສາກົນທີ່ມີແນວໂນ້ມຫຼຸດລົງໂດຍສະເພາະບັນດາປະເທດຄູ່ຄ້າທີ່ສໍາຄັນ; ສາເຫດຕໍ່ມາແມ່ນຜົນກະທົບຈາກໄພພິບັດທໍາມະຊາດນໍ້າຖ້ວມ, ການລະບາດພະຍາດໂຄວິດ-19; ປັດໄຈສໍາຄັນອີກອັນໜຶ່ງແມ່ນການຫັນມາອາໄສການຜະລິດ ແລະ ການສົ່ງອອກສິນຄ້ານອກຂະແໜງຊັບພະຍາກອນທໍາມະຊາດຫຼາຍຂັ້ນໂດຍການຫຼຸດຜ່ອນການຂຸດຄົ້ນແຮ່ທາດການສົ່ງອອກໄມ້ຫັນມາສົ່ງເສີມການຜະ ລິດອຸດສາຫະກໍາປຸງແຕ່ງກະສິກໍາ, ຊິ້ນສ່ວນເຄື່ອງເອເລັກໂທນິກ, ເຄື່ອງໄຟຟ້າ ແລະການບໍລິການທີ່ຕິດພັນກັບການທ່ອງທ່ຽວຫຼາຍຂັ້ນ;ຄຽງຄູ່ກັນນັ້ນລັດຖະບານໄດ້ເຂັ້ມງວດການປະຕິບັດລະບຽບກົດໝາຍເປັນຕົ້ນ: ເຂັ້ມງວດການສົ່ງອອກໄມ້ຖ່ອນ, ຊຶ່ງເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຊ້າລົງເລັກນ້ອຍແຕ່ເປັນການເຕີບໂຕທີ່ມີຄຸນນະພາບຫຼາຍຂັ້ນ ແລະເປັນການຫັນເຂົ້າສູ່ຖານການຜະລິດເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເຕີບໂຕໃນຕໍ່ໜ້າ.

   ແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ສັງລວມບາງບັນຫາສໍາຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ (2021-2025) ຄື: ອັນທຳອິດແມ່ນແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະການພັດທະນາຕາມທິດ 3 ສ້າງເພື່ອຫຼຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມ (ລະຫວ່າງຄົນຮັ່ງ ແລະຄົນທຸກ, ຕົວເມືອງ ແລະຊົນນະບົດ), ການເຂົ້າເຖິງການບໍລິການສາທາລະນະ (ສຶກສາ, ສາທາ) ຢູ່ເຂດຫ່າງໄກສອກຫຼີກ.

   ຕໍ່ມາແກ້ໄຂຄວາມບອບບາງທາງດ້ານເສດຖະກິດເປັນຕົ້ນແມ່ນ: ການເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະນໍາໃຊ້ຊັບພະຍາກອນທໍາມະຊາດທີ່ບໍ່ທັນມີປະສິດທິຜົນເທົ່າທີ່ຄວນ, ຸນນະພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດບໍ່ທັນໜັກແໜ້ນ.

3) ແກ້ໄຂຄວາມບອບບາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ ລະມີການຮົ່ວໄຫຼບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ, ງົບປະ ມານບໍ່ພຽງພໍກັບຄວາມຈໍາເປັນຂອງການພັດທະນາ (ສ່ວນຫຼາຍແມ່ນສຸມໃສ່ແກ້ໜີ້ສິນ).

4) ແກ້ໄຂຄວາມບອບບາງທາງດ້ານເງິນຕາ: ດ້ານການຄ້າເຫັນວ່າມີເກີນດູນ, ແຕ່ດູນການຊໍາລະກັບຕ່າງປະເທດ (BOP) ມີທ່າອ່ຽງຫຼຸດລົງ, ລາຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນ (ເງິນເຟີ້) ແລະອັດຕາແລກປ່ຽນມີການເໜັງຕີງແຮງໃນບາງໄລຍະພາໃຫ້ເກີດມີຕະຫຼາດນອກລະບົບ.

5) ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເປັນຕົ້ນບັນຫາແຮງງານ (ການຫວ່າງງານ), ການຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວໃຫ້ຄືນສູ່ສະພາບປົກກະຕິ.

6) ແກ້ໄຂການຄຸ້ມຄອງລັດຄຸ້ມຄອງສັງຄົມໃຫ້ມີປະສິດທິພາບຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍຢ່າງເຂັ້ມງວດ ແລະເດັດຂາດລວມທັງການປັບປຸງ ແລະສ້າງສະ ພາບແວດລ້ອມເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນ.

ສຸດທ້າຍບັນຫາທີ 7) ແມ່ນຈະສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບແລະການຫັນເປັນຊ່ຽວຊານຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະວິຖີຊີວິດແບບໃໝ່ (New Normal).