ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄຂຂື້ນເປັນທາງການ

  ໄຂຂຶ້ນຢ່າງເປັນທາງການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນຕອນເຊົ້າວັນທີ 13 ມັງກອນ ແລະຈະດຳເນີນໄປເຖິງວັນ ທີ 15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ພ້ອມນີ້ກໍມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດພ້ອມດ້ວຍບັນດາສະມາຊິກພັກສົມບູນຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະແຂກຖືກເຊີນ ຈຳນວນ 147 ສະຫາຍທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆທັງພາກລັດ ແລະເອກະຊົນກໍຄືປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ, ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງສູນກາງພັກໃນການຈັດຕັ້ງປະຕິບັດມະຕິ X ຂອງພັກຕະຫຼອດໄລຍະ 5 ປີຜ່ານມາໃນທ່າມກາງສະພາບແວດລ້ອມສາກົ ລະພາກພື້ນມີການຜັນແປໄປຢ່າງໄວວາສັບສົນຄາດການໄດ້ຍາກແລະການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ຊຶ່ງເຕັມໄປດ້ວຍກາລະໂອກາດ ແລະສິ່ງທ້າທາຍນັ້ນ, ເຫັນວ່າຂະບວນການພັດທະນາສ້າງສາປະເທດຊາດໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະມີຜົນສໍາເລັດໃຫຍ່ຫຼາຍດ້ານຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນແລະໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພວກເຮົາຍັງສາມາດຢັບຢັ້ງບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍາລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງກາຍເປັນກໍາລັງທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບ ແຜນທັນສະໄໝ; ບັນດາອົງການອໍານາດລັດໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການເຄື່ອນໄຫວຕາມທິດປົກຄອງດ້ວຍກົດໝາຍອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນຢ່າງເປັນເຈົ້າການການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະ ສາດ ແລະ ເພື່ອນມິດສາກົນໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່ບົດບາດອິດທິພົນຂອງພັກ ແລະ ລັດເຮົາໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານໄດ້ຮັບການເອົາໃຈໃສ່ປັບປຸງ ແລະຍົກລະດັບຂຶ້ນຢ່າງຕໍ່ເນື່ອງຕາມທິດສ້າງພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ.

  ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ, ເຖິງວ່າພັກ ແລະລັດເຮົາໄດ້ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິ X ຂອງພັກດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະການຄຸ້ມຄອງຂອງລັດຊຶ່ງບັນຫາໃຫຍ່ກໍຍັງແມ່ນບັນຫາທີ່ພວກເຮົາໄດ້ຕີລາຄາຢ່າງກົງໄປກົງມາກ່ອນໜ້ານີ້ແລ້ວ, ທັງໝົດເຫຼົ່ານັ້ນ, ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດວັດທະນະທໍາ-ສັງຄົມ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບການສ້າງພັກ-ພະນັກງານທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະພິຈາລະນາຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຂອງພວກເຮົາໃນຊຸມປີຕໍ່ໜ້ານີ້ໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

  ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຕິດພັນກັບການປະເມີນຢ່າງກວມລວມການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະຕົກລົງແນວທາງ, ທິດທາງ,ໜ້າທີ່ລວມ,ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດໃນຕໍ່ໜ້າເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນສ້າງບັນດາປະຖົມປັດໄຈໃຫ້ແກ່ ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

  ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມແຂງ ແລະໜັກແໜ້ນກ້າວຂຶ້ນເຮັດຫຼ້ອນພາລະກໍາປະຫວັດສາດອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່ ແລະຈະໄດ້ສໍາຫຼວດຕີລາຄາການນໍາພາຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ສະແດງອອກເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະ ສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົານັບມື້ນັບໜຸ່ມແໜ້ນປ່ຽມລົ້ນໄປດ້ວຍສະຕິປັນຍາໂດຍຄັດເລືອກເອົາບັນດາສະຫາຍທີ່ມີມາດຖານ ແລະເງື່ອນ ໄຂຄົບຖ້ວນເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະປະເທດຊາດໄດ້ມອບໝາຍໃຫ້.

  ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຈະເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາ ທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງຳ ແລະປະກອບຄວາມເຫັນຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງດ້ວຍຈິດໃຈປະຕິວັດບຸກເຮັດໃຫ້ກອງປະຊຸມພວກເຮົາບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍຢ່າງສະຫງ່າງາມ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນຄັ້ງນີ້.