ອພສ ເຊກອງ ສຳເລັດກອງປະຊຸມໃຫຍ່ ສະໄໝທີ V

  ກອງປະຊຸມໃຫຍ່ຜູ້ແທນສົງທົ່ວແຂວງ ສະໄໝທີ V ຂອງອົງການພຸດທະສາສະໜາສຳພັນລາວ ແຂວງເຊກອງໄດ້ໄຂຂຶ້ນໃນວັນທີ 7 ມັງກອນ 2021 ແລະອັດລົງດ້ວຍຜົນສຳເລັດອັນຈົບງາມໃນ ຕອນແລງຂອງວັນດຽວກັນຢູ່ທີ່ສະ ໂມສອນຂອງແຂວງ ພາຍໃຕ້ການເປັນປະທານຂອງພຣະຫຼັກຄຳທຳມະເພຣີສັງຄະນາຈານ(ບຸນໂຖ້ຍ ໄຊຍະບຸດ)ເຈົ້າຄະນະແຂວງເຊກອງ, ໃຫ້ຄວາມເມດຕາເຂົ້າຮ່ວມຂອງພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາສິມມາ ພົມ)ຮັກສາການປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ບັນດາພຣະມະຫາເຖຣານຸ-ເຖຣະແຂກ ອພສ 3 ແຂວງສາລະວັນ, ອັດຕະປື ແລະຈຳປາສັກ ແລະຜູ້ແທນກອງປະຊຸມ, ພາຍນອກມີທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ມີທ່ານ ນາງ ບຸນຮຽງ ບຸນຈິດປະທານແນວລາວສ້າງຊາດແຂວງ, ບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍບ້ານພາຍໃນແຂວງ-ເມືອງເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ຂອງອົງການພຸດທະສາສະໜາສຳພັນລາວ ແຂວງເຊກອງ ສະໄໝທີ V ໄດ້ຕົກລົງປະຊາມະຕິເປັນເອກະສັນ ແລະຮັບຮອງເອົາບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສຳພັນລາວ ແຂວງເຊກອງໃນໄລຍະ 5 ປີຜ່ານມາ( 2016-2020) , ທິດທາງແຜນການດຳເນີນງານ ແລະໜ້າທີ່ຂອງອົງການພຸດທະສາສະໜາສຳພັນລາວແຂວງເຊກອງ ໃນໄລຍະ 5 ປີຕໍ່( 2021-2025), ບົດສຳ ຫຼວດການຊີ້ນຳ-ນຳພາຂອງຄະ ນະບໍລິຫານງານ ອພສ ແຂວງຊຸດເກົ່າກອງປະຊຸມໄດ້ຕີລາຄາຜົນສຳເລັດການເຄື່ອນໄຫວວຽກງານໃນແຕ່ລະດ້ານ, ຕີລາຄາຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະພ້ອມທັງບົດຮຽນຖອດຖອນໄດ້ຈາກການຊີ້ນຳ -ນຳພາການຈັດຕັ້ງມະຕິກອງປະຊຸມໃຫຍ່ສະໄໝທີ IV ທີ່ຜ່ານມາ, ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ (ແຕ່ປີ 2021-2025) ຊຶ່ງມີເນື້ອໃນຕົ້ນຕໍການນຳພາວຽກງານຫ້ອງການບໍລິຫານງານ, ການປົກຄອງ ສົງ, ວຽກງານສຶກສາສົງ, ວຽກງານເຜີຍແຜ່ສີລະທຳ ແລະວິປັດສະນາກຳມະຖານ, ວຽກງານສາທຣະນູປະການ ແລະວຽກງານການພົວ ພັນຕ່າງປະເທດ.
ນອກຈາກນັ້ນໃນກອງປະຊຸມຍັງໄດ້ຮັບຮອງເອົາຄະນະກຳມະ ການບໍລິຫານງານອົງການພຸດທະສາສະໜາສຳພັນລາວແຂວງເຊກອງປະກອບດ້ວຍ 17 ອົງ, ຮັບຮອງເອົາຄະນະທ່ີປຶກສາຄະນະບໍລິຫານງານ 3 ອົງ : ພຣະຫຼັກຄຳທຳມະນັນທິສີວໍຣະຄຸນ(ສົມສະໜຸກ ບຸດຕາລາດ), ພຣະອາຈານ ບຸນຫ່ວງ ດວງນິມິດ ແລະ ພຣະອາຈານ ບົວລາ ຄຳຜົງ ໄຊຍະສິດ ເປັນທ່ີປຶກສາ, ພ້ອມນັ້ນກອງປະຊຸມຮັບຮອງເອົາເຈົ້າຄະນະແຂວງ ແລະຮອງເຈົ້າຄະນະແຂວງປະກອບດ້ວຍ 3 ອົງຄື : ພຣະຫຼັກຄຳທຳມະເພຣີສີສັງຄະນາຈານ( ບຸນໂຖ້ຍ ໄຊຍະບຸດ) ເປັນເຈົ້າຄະນະແຂວງ, ຊີ້ນຳລວມໃນຄົງເຂດວຽກງານອົງການພຸດທະສາສະໜາສຳພັນລາວແຂວງເຊກອງ, ພຣະປຣີຊາອະຣິຍະທຳມະ ຍານເຖຣະ (ມະຫາກິກະຕະສີໂລ) ແລະພຣະປຣີຊາປຸນຍະຈິຣັດຖິຕິຄຸນ (ບຸນຍືນບັ້ງທອງ) ເປັນຮອງເຈົ້າຄະນະແຂວງ ສະໄໝທີ V, ໃນ ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງຄຳໂອວາດຈາກພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາສິມມາພົມ)ຮັກສາການປະ ທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ນຳອີກດ້ວຍ.

----

ຂ່າວ: ສຸລິຍາ