ຫາກຜູ້ຜະລິດເລືອກໃຊ້ວັດສະດຸ ແລະວັດຖຸດິບໃນການປະກອບອາຫານບໍ່ໄດ້ຄຸນນະພາບເຊັ່ນ: ສີເຄືອບໃນກະປ໋ອງ, ວັດສະຖຸກັນບູດຫຼືສານກັນບູດ, ສີປະສົມອາຫານ, ເຊື້ອແບັກທີເຣຍຄລໍສະຕລີດຽມ, ໂບທູລີນໍາທີ່ເກີດຂຶ້ນລະຫວ່າງຂະບວນການຜະລິດຫາກມີການຂ້າເຊື້ອທີ່ບໍ່ສົມດູນເຊັ່ນໃຊ້ເວລາຂ້າເຊື້ອໜ້ອຍເກີນໄປ ຫຼື ອຸນຫະພູມຮ້ອນບໍ່ພຽງພໍ ຫຼື ອາດມາຈາກເຄື່ອງຈັກ ແລະຜູ້ຄວບຄຸມການຜະລິດທີ່ບໍ່ໄດ້ມາດຕະຖານແບັກທີເຣຍຊະນິດນີ້ກໍ່ອາດຈະເລີນ ເຕີບໂຕໄດ້.
ຕົວຢ່າງອາຫານກະປ໋ອງທີ່ອາດພົບເຫັນເຊື້ອແບັກທີເຣຍຫາກຜະລິດແບບບໍ່ຖືກຕ້ອງຕາມມາດຕະຖານເຊັ່ນ: ປາກະປ໋ອງ, ຜັກກະປ໋ອງ, ໝາກໄມ້ກະປ໋ອງ, ໜໍ່ໄມ້ກະປ໋ອງ, ອາຫານສໍາເລັດຮູບກະປ໋ອງຕ່າງໆ, ຊີ້ນສັດແປຮູບໃສ່ກະປ໋ອງ ແລະອື່ນໆ ໂດຍອາການຂອງຜູ້ທີ່ໄດ້ຮັບເຊື້ອແບັກທີເຣຍທີ່ພົບໃນ ອາຫານກະປ໋ອງຄື: ເຈັບທ້ອງ, ຖອກທ້ອງ, ອາຫານບໍ່ຍ່ອຍ,ປວດຮາກ, ປາກແຫ້ງ, ແຂນຂາອ່ອນເພຍງ່າຍ, ເຈັບຄໍ ແລະອື່ນໆເຖິງຢ່າງໃດກໍຕາມຫາກສາມາຫາອາຫານສົດກິນໄດ້ກໍ່ຈະເປັນຜົນດີຕໍ່ຮ່າງ ກາຍຫຼາຍກວ່າເພາະບໍ່ມີອາຫານໃດແຊບ ແລະໃຫ້ຄຸນຄ່າທາງອາ ຫານໄດ້ຄົບຫຼາຍກວ່າທີ່ອາຫານປຸງແຕ່ງສຸກ ແລະສົດໃໝ່ຢ່າງແນ່ ນອນ.
----
ໜັງສືພິມ ເສດຖະກິດ-ສັງຄົມ