ລາວມີແຜນເຂົ້າເຖີງການບໍລິການດ້ານການເງິນ

  ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບລັດຖະບານອົດສະຕຣາລີ ແລະກອງທຶນເພື່ອການພັດທະນາອົງການສະຫະປະຊາຊາດ (UNCDF) ໄດ້ຈັດຕັ້ງການນຳສະເໜີແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ (2018-2025)” ທີ່ໂຮງແຮມລາວພລາຊາໃນວັນທີ 12 ມັງກອນ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທຫລ, ພ້ອມດ້ວຍທ່ານ ນາ Jane Chandler ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະເຂົ້າຮ່ວມຜ່ານລະບົບອອນລາຍຂອງທ່ານ ນາງ ດຣ. Kameshnee Naidoo, Global Program Manager ຈາກອົງການກອງທຶນເພື່ອການພັດທະນາອົງການສະຫະປະຊາຊາດ; ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະພາກສ່ວນທີ່ກ່ຽວຂ້ອງກັບແຜນດຳເນີນງານດັ່ງກ່າວ.

   ກອງປະຊຸມຄັ້ງນີ້ມີຈຸດປະສົງເຜີຍແຜ່ຄວາມໝາຍຄວາມສຳຄັນແລະໜ້າວຽກຂອງແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ (2018-2025) ທີ່ໄດ້ຮັບການຮັບຮອງໂດຍ ທຫລ ໃນເດືອນສິງຫາ 2019.

   ການເຂົ້າເຖິງການບໍລິການທາງດ້ານການເງິນມີຄວາມສຳຄັນເນື່ອງຈາກສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໂດຍການສ້າງວຽກເຮັດງານທຳປະ ກອບສ່ວນໃນຫັນເປັນລະບົບເສດຖະກິດດິຈີຕອລ, ຊ່ວຍເຫຼືອປະຊາຊົນໃນເວລາເຈັບເປັນ,ຈາກໄພທຳມະຊາດ ແລະອຸບັດເຫດ,ນອກຈາກນັ້ນການເຂົ້າເຖິງການບໍລິການທາງດ້ານການເງິນຍັງຊ່ວຍໃນການສົ່ງເສີມບົດບາດຂອງແມ່ຍິງ, ການເພີ່ມລາຍຮັບ ແລະ ການສົ່ງເສີມການຜະລິດສິ່ງເຫຼົ່ານີ້ມີຜົນປະໂຫຍດຈາກການເຂົ້າເຖິງການບໍລິການທາງດ້ານການເງິນທີ່ມີຕໍ່ບຸກຄົນ, ຄອບຄົວ, ຊຸົນ ແລະຕໍ່ປະຊາຊົນລາວທົ່ວປະເທດ.

   ສະນັ້ນທຫລ ຈຶ່ງເປັນເຈົ້າການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະສ້າງແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນ; ແຜນດຳເນີນ ງານດັ່ງກ່າວຈະເປັນແນວທາງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງຜະລິດຕະພັນແລະການບໍລິການທາງດ້ານການເງິນໃຫ້ນັບມື້ນັບທົ່ວເຖິງທັງທາງກວ້າງ ແລະທາງເລິກ ແລະໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງຢ່າງຍືນຍົງ, ດັ່ງນັ້ນໃນທ້າຍປີ 2014 ທຫລ ໄດ້ຮ່ວມກັບສູນສະຖິຕິແຫ່ງຊາດດຳເນີນການສຳຫຼວດການເຂົ້າເຖິງການບໍລິ ການທາງດ້ານການເງິນຢູ່ ສປປ ລາວ ໂດຍຜ່ານຂັ້ນຕອນ ແລະຂະບວນການຂອງການເຂົ້າເຖິງການບໍລິການທາງດ້ານການເງິນທີ່ສາມາດເປັນໄປໄດ້ຊຶ່ງເປັນແຜນງານໜຶ່ງທີ່ຢູ່ພາຍໃຕ້ໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃຫ້ຫຼາຍ.

   ຜ່ານຂະບວນການສຶກສາຄົ້ນຄວ້າ ແລະປຶກສາຫາລືຮ່ວມກັບບັນດາຜູ້ມີສ່ວນຮ່ວມຫຼາຍຄັ້ງ ທຫລ ຈຶ່ງໄດ້ກໍານົດເອົາ 5 ວຽກງານບູລິມະສິດໃນແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ຊຶ່ງປະກອບດ້ວຍການປັບປຸງການສະໜອງສິນເຊື່ອ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຊົມໃຊ້ທາງການເງິນ; ການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນບ້ານ;ປັບປຸງລະບົບການຊຳລະ ແລະການຂະຫຍາຍຕາໜ່າງການບໍລິການທາງດ້ານການເງິນ,ການເຂົ້າເຖິງການບໍລິການທາງດ້ານການເງິນມີລັກສະນະກວ້າງຂວາງສະນັ້ນເພື່ອໃຫ້ບັນລຸຕາມວິໄສທັດທີ່ໄດ້ກ່າວກ່ອນໜ້ານີ້ຈະຕ້ອງຈັດຕັ້ງປະຕິບັດໂດຍເບິ່ງຈາກພາບລວມ ແລະ ລະບົບນິເວດທັງ ໝົດຂອງວຽກງານດັ່ງກ່າວຊຶ່ງກວມເອົາການອອມ,ສິນເຊື່ອທີ່ມີຄຸນນະພາບ, ການປະກັນໄພ, ການປົກປ້ອງ ແລະການສົ່ງເສີມບົດບາດຂອງຜູ້ຊົມໃຊ້ທາງດ້ານການເງິນ, ການສົ່ງເສີມສະຖາບັນການເງິນເຄິ່ງທາງການຫຼືກອງທຶນບ້ານເພື່ອເຮັດໃຫ້ເຂົາເຈົ້າມີຄວາມເຂັ້ມແຂງແລະຍືນຍົງ,ການພັດທະນາລະບົບການຊຳລະ ແລະການຂະຫຍາຍສະຖາບັນການເງິນໃຫ້ໄປສູ່ຂົງເຂດທີ່ມີຄວາມຕ້ອງການໂດຍສະເພາະເຂດຊົນນະບົດ,ດ້ວຍການປັບປຸງລະບຽບການ,ການສົ່ງເສີມພາກສ່ວນເອກກະຊົນ ແລະການເຄື່ອນ ໄຫວທາງດ້ານເສດຖະກິດເພື່ອສ້າງຄວາມຕ້ອງການສຳລັບການເຂົ້າເຖິງການບໍລິການທາງດ້ານການເງິນ.  

ສະໜັບສະໜູນໂດຍ: HONDA

----------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ