ການນໍາຂັ້ນສູງ ວາງພວງມາລາຢູ່ອະນຸວະລີ ນັກຮົບນິລະນາມ ແລະກະຕ່າດອກໄມ້ຢູ່ພິພິທະພັນ ປະທານໄກສອນ ພົມວິຫານ

  ຂປລ. ໃນວັນທີ 12 ມັງກອນ 2021 ນີ້, ການນໍາຂັ້ນສູງຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະຈາລຶກຄຸນງາມຄວາມ ດີຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ-ພົນທະຫານ, ປະຊາຊົນລາວບັນດາເຜົ່າທີ່ເສຍສະຫລະເລືອດເນື້ອ ແລະຊີວິດໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ພ້ອມທັງສະແດງຄວາມຮູ້ບຸນຄຸນ ແລະຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດ, ສະມາຊິກພັກທຸກສະຫາຍທີ່ເສຍສະຫລະເລືອດເນື້ອເຫື່ອແຮງ, ສະຕິປັນຍາເພື່ອພາລະກິດປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກ ກະພັດຕ່າງດ້າວ. ຈາກນັ້ນ, ການນໍາຂັ້ນສູງຂອງພັກໄດ້ໄປວາງກະຕ່າດອກໄມ້ຢູ່ພິພິທະພັນ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດເພື່ອສະແດງຄວາມກະຕັນ ຍູຮູ້ບຸນຄຸນ ແລະຈົ່ງຮັກພັກດີ ທີ່ປະທານ ໄກສອນ ພົມວິຫານ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຕະຫລອດຊີວິດຂອງເພີ່ນເຂົ້າໃນພາລະກິດປະຕິວັດ, ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະຢ່າງສົມບູນ,ລົບລ້າງລະບອບຣາຊາທິປະໄຕ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນ ວາ 1975 ຢ່າງສະຫງ່າຜ່າເຜີຍ.
 
  ການວາງພວງມະລາ ແລະກະຕ່າດອກໄມ້ຂອງການນໍາຂັ້ນສູງຂອງພັກໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນຢ່າງເປັນທາງການໃນລະຫວ່າງ ວັນທີ 13-15 ມັງກອນ 2021 ນີ້.