ພະແນກພາຍໃນແຂວງໄຊຍະປະເມີນວຽກງານຂອງພະນັກງານ

  ພະແນກພາຍໃນແຂວງໄຊຍະບູລີ ໄດ້ຈັດການຮັບຮອງການປະເມີນປະຕິບັດວຽກງານຂອງພະນັກງານ-ລັດຖະກອນປະຈໍາປີ 2020 ຂຶ້ນໃນວັນທີ 7 ມັງກອນ 2021 ນີ້ຢູ່ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ, ເຂົ້າຮ່ວມມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

  ໃນພິທີຫົວໜ້າພະແນກ ແລະຄະນະພະແນກພາຍໃນແຂວງໄຊຍະບູລີໄດ້ຂຶ້ນຜ່ານໃບປະເມີນຜົນງານ ແລະ ການໃຫ້ຄະແນນຂອງຕົນໃນການຊີ້ນໍາ-ນໍາພາວຽກງານ ຮອບດ້ານໃນໄລຍະໜຶ່ງປີຜ່ານມາ, ຈາກນັ້ນທ່ານ ສີລິວັດທະນາ ສົມພັນ ຫົວໜ້າພະແນກພາຍໃນແຂວງໄດ້ຂຶ້ນຜ່ານຜົນສໍາເລັດການປະເມີນຜົນຂອງພະນັກງານ-ລັດ ຖະກອນປະຈໍາປີ 2020 ຊຶ່ງທ່ານ ໄດ້ໃຫ້ຮູ້ວ່າ: ພະແນກພາຍໃນ ແຂວງໄຊຍະບູລີ ປະກອບມີ 6 ຂະແໜງ, ມີພະນັກງານທັງໝົດ 36 ຄົນ, ຍິງ19 ຄົນ, ການດໍາເນີນປະເມີນຜົນໄດ້ປະຕິບັດໄປຕາມຂັ້ນຕອນເຊັ່ນ: ໃນວັນທີ 30 ທັນວາ 2020 ໄດ້ຈັດຕັ້ງການເຊື່ອມຊຶມເອກະສານກ່ຽວກັບການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນໂດຍສະເພາະດໍາລັດ 300/ລບລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດ ຖະກອນຄໍາແນະນໍາເລກທີ 06/ພນ, ລົງວັນທີ 2 ພຶດສະພາ 2018 ຂອງກະຊວງພາຍໃນພ້ອມທັງແຈກຢາຍແບບຟອມປະເມີນຜົນພະນັກງານ-ລັດຖະກອນ ພາຍຫຼັງເຊື່ອມຊຶມສໍາເລັດແລ້ວກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການປະເມີນຄົບຊຸດໂດຍແບ່ງອອກເປັນກຸ່ມຄືຂະແໜງບໍລິຫານຈັດຕັ້ງກວດກາປົກຄອງ ແລະແຜນທີ່ຂະແໜງພັດທະນາບໍລິຫານລັດ ແລະຂະແໜງຄຸ້ມຄອງພົນລະເມືອງ, ຊົນເຜົ່າ ແລະສາສະໜາ, ຂະແໜງຄຸ້ມຄອງພະນັກງານ-ລັດຖະກອນ ແລະຂະແໜງຄຸ້ມຄອງເອກະສານແຂ່ງຂັນ ແລະຍ້ອງຍໍ, ຄະນະພະແນກ. ຜ່ານການປະເມີນສາມາດສະຫຼຸບໄດ້ພະນັກງານຂັ້ນຂະແໜງລົງມາ 29 ຄົນ, ຍິງ 18 ຄົນ ໄດ້ປະເພດດີຫຼາຍ 14 ຄົນ, ຍິງ 9 ຄົນ, ປະເພດດີ 15 ຄົນ, ຍິງ 9 ຄົນ, ບໍ່ໄດ້ປະເມີນມີ 4 ຄົນ ຍ້ອນຮຽນຕໍ່ ແລະຖືກປະຕິບັດວິໄນ 1 ຄົນ; ສໍາລັບຄະນະພະແນກຈໍານວນ 2 ຄົນ ແມ່ນໄດ້ປະເມີນຂັ້ນໜຶ່ງໂດຍແມ່ນຫົວໜ້າ, ຮອງຫົວໜ້າຂະແໜງປະເມີນໃຫ້ແມ່ນໄດ້ປະເພດດີຫຼາຍສ່ວນຄະນະພະແນກ 1 ຄົນ ແມ່ນໄດ້ປະເມີນມາຈາກເມືອງແລ້ວ.

  ຕອນທ້າຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີໄດ້ມີຄໍາເຫັນຊີ້ແນະໃຫ້ຄະນະພະແນກ ແລະພະນັກງານລັດຖະກອນທຸກຄົນຈົ່ງໄດ້ເຊີດຊູ, ຍົກສູງບົດ ບາດການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາເອກະສານ ແລະນິຕິກໍາຕ່າງໆ ເພື່ອຮັບຮອງ ໃຫ້ແກ່ວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບໃຫ້ສູງຂຶ້ນ,ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະກໍຄືສັງຄົມທົ່ວໄປໃຫ້ໜັກແໜ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານທີ່ພັກ-ລັດກໍ່ຄືສັງຄົມມອບໝາຍໃຫ້ດີກວ່າເກົ່າຕັ້ງໜ້າປັບປຸງບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງທີ່ພະແນກພາຍໃນແຂວງຍັງມີຢູ່ໃຫ້ໝົດໄປເພື່ອສູ້ຊົນຮັກສາເສີມຂະຫຍາຍມູນເຊື້ອໃນການປະເມີນຜົນວຽກງານພະນັກງານ-ລັດຖະກອນ ໃນປີ 2021 ໃຫ້ດີຂຶ້ນໄປຢ່າງຕໍ່ເນື່ອງ.

--------------

ຂ່າວ: ບຸນທີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ