ຮອງເຈົ້າແຂວງອັດຕະປືລົງຊຸກຍູ້ສວນກະສິກຳປອດສານພິດ

   ພາຍຫຼັງທີ່ສຳເລັດການເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໃນໄລຍະ 1 ປີຜ່ານມາຂອງພະແນກກະສິກຳ ແລະປ່າໄມ້ທີ່ຈັດຂຶ້ນໃນວັນທີ 6 ມັງກອນ 2021 ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງຮອງເຈົ້າແຂວງອັດຕະປືຜູ້ຊີ້ນຳວຽກງານຂົງ ເຂດເສດຖະກິດແຂວງອັດຕະປື ແລະຄະນະພະແນກກະສິກຳ ແລະ ປ່າໄມ້ກໍ່ໄດ້ລົງໄປເບິ່ງສວນກະສິກຳປອດສານພິດແບບປະສົມປະສານຂອງ ທ່ານ ພັນມະສາ ສຸວັນນະເດດ ຢູ່ບ້ານກະຍື ເມືອງສາ ມັກຄີໄຊ.

 ທ່ານ ພັນມະສາ ສຸວັນນະເດດ ເຈົ້າຂອງສວນກ່າວວ່າ: ເນື້ອທີ່ສວນທັງໝົດ 6 ເຮັກຕາ ໂດຍໄດ້ແບ່ງໂຊນດິນປູກໃນນັ້ນມີປູກກ້ວຍ 3 ເຮັກຕາ ປູກໄຜ່ 1 ເຮັກຕາ, ປູກພືດຜັກ ແລະໄມ້ໃຫ້ໝາກ 1 ເຮັກຕາ ແລະປູກມັນ 1 ເຮັກຕາ ສ້າງລາຍຮັບເຂົ້າຄອບຄົວສະເລ່ຍບໍຫຼຸດ 5 ແສນກີບຕໍ່ວັນ ແລະສູງສຸດ 1,5 ລ້ານກີບວັນ, ເນື້ອທີ່ດິນຢູ່ ແຄມນໍ້າເຊກອງດັ່ງນັ້ນຈຶ່ງນຳໃຊ້ນໍ້າເຊກອງນີ້ຫົດເນື້ອທີ່ໂດຍນຳໃຊ້ພະລັງງານໄຟຟ້າຊຶ່ງຈະເສຍຄ່າກະແສໄຟຟ້າສະເລ່ຍ 5 ແສນກີບ ຕໍ່ເດືອນ.

   ເວລາຕໍ່ມາທ່ານຮອງເຈົ້າແຂວງກໍ່ໄດ້ໄປເບິ່ງນາແຊງເຂດທົ່ງນາແກ້ງຂາມທີ່ເຮັດນາແບບຢອດເມັດໃນເນື້ອທີ່ນາ 9 ພັນຕາແມັດ ນຳໃຊ້ແນວພັນປັບປຸງປະຈຸບັນສຳເລັດການໄຖຄາດ, ປັບໜ້າດິນ ແລະກຽມລົງມືຢອດເມັດຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນມັງກອນນີ້, ຈາກນັ້ນກໍ່ໄດ້ໄປເບິ່ງຫົວງານຊົນລະປະທານນາແກ້ງຂາມຫົວງານນີ້ໃຊ້ງານໃດ້ປົກກະຕິແຕ່ຍັງມີຈຸດທໍ່ຫົວງານແຕກທາງພະແນກກຳລັງສ້ອມແປງເພື່ອໃຫ້ໃຊ້ງານໃດ້ດີຂຶ້ນກວ່າເກົ່າ.

  ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງຮອງເຈົ້າແຂວງຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແຂວງອັດຕະປື ຊີ້ນຳຕໍ່ຄະນະພະແນກທີ່ຮ່ວມຕິດຕາມໄປນຳວ່າ: ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ຜູ້ຜະລິດສົ່ງພະນັກງານວິຊາການລົງການຊຸກຍູ້, ສົ່ງເສີມ, ຕິດຕາມ ແລະໃຫ້ການແນະນຳແກ່ຜູ້ຜະລິດຢ່າງໃກ້ຊິດ ແລະ ຕໍ່ເນື່ອງຕ້ອງກຳແໜ້ນສະພາບພື້ນທີ່ການຜະລິດ, ທ່າແຮງຂອງແຕ່ລະເຂດ, ຄວາມສາມາດໃນການເຮັດການຜະລິດຂອງປະຊາຊົນບວກກັບການແນະນຳເຕັກນິກທີ່ລະອຽດຈະແຈ້ງຂອງວິຊາການຈຶ່ງຈະເຮັດໃຫ້ການຜະລິດຂອງປະຊາຊົນບັນລຸຄາດໝາຍ.