ສຶກສາ ເມືອງໄຊພູທອງປະກາດການຈັດຕັ້ງ

  ເມື່ອບໍ່ດົນມານີ້ທີ່ສະໂມສອນຂອງຫ້ອງການສຶກສາເມືອງໄຊພູທອງ ແຂວງສະຫວັນນະເຂດ, ໄດ້ປະກາດການຈັດຕັ້ງໂດຍເຂົ້າຮ່ວມເປັນປະທານຂອງທ່ານ ຄຳວິໃສ ຜຸຍຍະວົງ ເລຂາພັກເມືອງເຈົ້າ ເມືອງໄຊພູທອງ, ທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີບັນດາທ່ານໃນຄະນະປະຈໍາພັກ ເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການຕະຫຼອດຮອດພະນັກງານຄູ-ອາຈານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ນາງ ບຸນໂຮມ ນັນທະວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງກໍ່ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງສະບັບເລກທີ 267/ ຄປພ, ຊທ, ລົງວັນທີ 14 ທັນວາ 2020 ວ່າດ້ວຍການບົງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະຄະນະໜ່ວຍພັກຫ້ອງການສຶກສາທິການ ແລະກີລາເມືອງຕົກລົງແຕ່ງຕັ້ງຄະນະພັກຮາກຖານຫ້ອງການສຶກສາທິການ ແລະກີລາຕົກລົງແຕ່ງຕັ້ງທ່ານ ນາງ ພູເງິນ ເທບພະນົມໄຊ ເປັນຮອງປະທານກວດກາພັກ, ຕົກລົງແຕ່ງຕັ້ງທ່ານ ບຸນຍູ ແກ້ວວິໄລ ເປັນຮອງເລຂາໜ່ວຍພັກວິຊາການ, ທ່ານ ກິໄຫວ ແຫວນວົງ ເປັນກວດກາໜ່ວຍພັກ, ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊພູທອງເລກທີ 664/ຈມ, ຊທ, ລົງວັນທີ 10 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານໂດຍຕົກລົງແຕ່ງຕັ້ງທ່ານ ນາງ ພູເງິນ ເທບພະນົນໄຊ ເປັນຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ແລະຜ່ານຂໍ້ຕົກລົງສະບັບເລກທີ 665/ຈມ, ຊທ,ລົງວັນທີ 10 ທັນວາ 2020 ວ່າດ້ວຍການຍົກຍ້າຍພະນັກງານເຈົ້າເມືອງໄຊພູທອງຕົກລົງຍົກຍ້າຍ ທ່ານ ນາງ ບຸນໂຮມ ຫົງສາວະດີ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໄປປະຈຳການຢູ່ຫ້ອງການສະຫະພັນກຳມະບານເມືອງ.

   ໃນພິທີກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງຊຶ່ງກ່ອນອື່ນກໍ່ໄດ້ຍໍ້ຍໍຊົມເຊີຍ ແລະໄດ້ຮຽກຮ້ອງໃຫ້ພະນັກງານທີ່ຖືກແຕ່ງຕັ້ງໃນຄັ້ງນີ້ຈົ່ງເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ, ສືບຕໍ່ສ້າງຄວາມສາມັກຄີພາຍໃນກົມກອງໃຫ້ແໜ້ນແຟ້ນ ແລະ ວາງແຜນງານໃຫ້ລະອຽດ.