ສາຍສະໄໝ ຕັ້ງເປົ້າສົ່ງອອກມັນຕົ້ນກວ່າແສນໂຕນ

  ການປູກມັນຕົ້ນແມ່ນທາງເລືອກໜຶ່ງທີ່ຖືວ່າເປັນອາຊີບເສີມສ້າງລາຍໄດ້ໃຫ້ແກ່ຊາວກະສິກອນໃນທ້ອງຖິ່ນຕ່າງໆ ແລະຖືວ່າການປູກມັນຕົ້ນແມ່ນພືດເສດຖະກິດໃໝ່, ເພາະວ່າໃນໄລຍະຜ່ານມານັ້ນຊາວນາ-ຊາວກະສິກອນສ່ວນໃຫຍ່ໄດ້ທຳການປູກພືດເປັນສິນຄ້າເພື່ອເສີມລາຍໄດ້ນອກຈາກການປູກເຂົ້ານາປີເຊັ່ນວ່າ: ບາງທ້ອງຖິ່ນທີ່ມີ ເງື່ອນໄຂແມ່ນພືດຜັກ ຫຼືປູກເຂົ້ານາແຊງເປັນອາຊີບເສີມເພື່ອສ້າງລາຍໄດ້ໃຫ້ກັບຄອບຄົວ, ແຕ່ວ່າບໍ່ພໍເທົ່າໃດປີມານີ້ປະຊາຊົນໃນບັນດາເມືອງຕ່າງໆ ໃນທົ່ວແຂວງໄດ້ຫັນມາປູກມັນຕົ້ນເປັນສິນຄ້າຊຶ່ງຖືວ່າເປັນທາງເລືອກໃໝ່ທີ່ດີກວ່າການປູກພືດສຳຮອງຊະນິດຕ່າງໆທີ່ເປັນການສ້າງລາຍຮັບໃຫ້ແກ່ຄອບຄົວໂດຍບໍ່ຈຳກັດລະດູການ.

 ເວົ້າເຖິງການປູກມັນຕົ້ນຂາຍເປັນສິນຄ້າ, ໝາກຫົວໃຈຫຼັກກໍ່ແມ່ນຂອດການເກັບຊື້-ຂອດການຈຳໜ່າຍເພາະວ່າຖ້າປູກໄດ້ຜົນຜະລິດມາແລ້ວຫາກບໍ່ສາມາດຂາຍສິນຄ້າການກະເສດໄດ້ກໍ່ຖືໄດ້ວ່າເປັນການລົງທຶນລົງແຮງທີ່ສູນເປົ່າ, ດັ່ງນັ້ນໃນໂອກາດນີ້ພວກເຮົາໄດ້ໄປສຳພາດທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ອຳນວຍການບໍລິສັດສາຍສະໄໝການຄ້າຊຶ່ງເປັນບໍລິສັດຮັບຊື້ມັນຕົ້ນແຫ້ງ ແລະມັນຕົ້ນດິບຈາກພໍ່ແມ່ປະຊາຊົນຢູ່ຕາມບັນດາເມືອງຕ່າງໆຂອງແຂວງສະຫວັນນະເຂດ,ນອກນັ້ນບໍລິສັດດັ່ງກ່າວຍັງໄດ້ເກັບຊື້ມັນຕົ້ນຈາກແຂວງສາລະວັນ ແລະສ່ວນໜຶ່ງຂອງແຂວງບໍລິຄຳໄຊຕື່ມອີກ.

  ທ່ານ ສີວິໄຊ ກ່າວວ່າ: ປີ 2020 ທີ່ຜ່ານມາ, ທາງບໍລິສັດໄດ້ສົ່ງມັນຕົ້ນແຫ້ງອອກໄປ ສປ ຈີນ ເກືອບ 1 ແສນໂຕນ ແລະຄາດວ່າໃນປີ 2021 ນີ້ຈະສົ່ງອອກມັນຕົ້ນແຫ້ງໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ,ປະຈຸບັນທົ່ວແຂວງສະຫວັນນະເຂດມີລານຕາກ ແລະລານເກັບຊື້ມັນຕົ້ນຢູ່ບັນດາເມືອງຕ່າງໆຂອງແຂວງຄື: ເມືອງນອງ,ໄຊບູລີ,ຈຳພອນໄຊພູທອງສອງຄອນ ແລະເມືອງຊົນນະບູລີ ຊຶ່ງໃນແຕ່ລະວັນຈະມີປະຊາຊົນນຳເອົາມັນຕົ້ນແຫ້ງມາຂາຍເປັນສິນຄ້າຕາມຈຸດເກັບຊື້ທີ່ໃນເມືອງຕົນ ຫຼື ເມືອງໃກ້ ຄຽງ, ສ່ວນລາຄາໃນການເກັບຊື້ແມ່ນແຕກຕ່າງກັນຕາມແຕ່ລະຊ່ວງ (ມັນຕົ້ນແຫ້ງລາຄາປະມານ 1.600-2.000ກີບ/ກິໂລ), ການສົ່ງອອກຫຼ້າສຸດແມ່ນໃນອາທິດທີ່ຜ່ານມາມີຈຳນວນ 780 ໂຕນຜ່ານດ່ານຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ.

  ໃນນີ້ມີປະຊາຊົນທ່ານໜຶ່ງຊຶ່ງເປັນຊາວກະສິກອນຂອງເມືອງໄຊບູລີໄດ້ລາຍງານໃຫ້ຮູ້ວ່າ: ຕົນເອງໄດ້ປຽບທຽບຕົ້ນທຶນການປູກເຂົ້ານາແຊງ ແລະ ຕົ້ນທຶນຂອງການປູກມັນຕົ້ນໂດຍເຫັນໄດ້ວ່າການປູກມັນຕົ້ນແມ່ນມີລາຍໄດ້ດີກວ່າ ແລະປູກງ່າຍກວ່າເພາະວ່າທາງບໍລິສັດຜູ້ຮັບຊື້ມັນຕົ້ນແມ່ນໄດ້ລົງມາຕິດຕາມ ແລະໃຫ້ຄຳແນະນຳທາງດ້ານການບົວລະບັດຮັກສາ ແລະໃຫ້ການຊີ້ນາງດ້ານວິຊາການເລື້ອຍໆ, ທີ່ສຳຄັນການປູກມັນຕົ້ນຂາຍເປັນສິນຄ້າແມ່ນຂາຍງ່າຍ ແລະຂາຍໄດ້ຕະຫຼອດປີ.

--------

ຂ່າວຂ່າວສະຫວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ