ບຸນປະຈຳເດືອນສີ່ຕາມຮີດ 12 ຂອງລາວແມ່ນບຸນພະເຫວດ ຫຼື ບຸນພະເວດສັນດອນ ແລະເອີ້ນກັນວ່າ: ບຸນມະຫາຊາດ, ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານເພື່ອລະນຶກເຖິງຊາດໜຶ່ງຂອງພຣະພຸດທະອົງເກີດມາເປັນພະເຫວດສັນດອນອັນເປັນການໃຊ້ຊາດເທື່ອສຸດທ້າຍຂອງພຣະອົງ (ເຫວດສັນຕຣະ) ບຸນນີ້ຄວາມຈິງແລ້ວເປັນບຸນປ່າງໃຫຍ່ປະຈຳປີ, ມີການຄົບງັນໃຫຍ່ໂຕຄຶກຄື້ນຫຼາຍ.
ຕາມຂໍ້ມູນທີ່ຄັດມາຈາກຄູ່ມືຮີດສິບສອງຄອງສິບສີ່ປະເພນີລາວໃຫ້ຮູ້ວ່າ: ການເຮັດບຸນພະເຫວດມີເລື່ອງກ່າວໄວ້ໃນໜັງສືມະໄລໜື່ນມະໄລແສນວ່າພຣະມະໄລຂຶ້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງໄດ້ພົບກັບພຣະອະຣິຍະເມດໄຕຣເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພຣະມະໄລວ່າ: “ຖ້າຢາກພົບພຣະອົງຈົ່ງຢ່າໄດ້ຂ້າຕີພໍ່ແມ່, ຢ່າທຳຮ້າຍພຣະພຸດທະເຈົ້າ, ຢ່າຍຸຍົງໃຫ້ພຣະແຕກແຍກກັນ ແລະໃຫ້ອາສາຫະຟັງເທດເລື່ອງສັນຕະຊາດົກຊຶ່ງມີຢູ່ 13 ກັນໃຫ້ຈົບໃນມື້ດຽວ“ ຍ້ອນແນວນີ້ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.
ເລື່ອງພະເວດສັນດອນທີ່ມີຢູ່ໃນພະຄຳພີທັງ 13 ກັນນັ້ນແມ່ນລຳດັບເຫດການຂອງການໃຫ້ທານການເສຍສະລະ ແລະການທຳບຸນຂອງພະເວດສັນດອນ ແຕ່ລະຊາດທີ່ພະອົງເກີດມາກ່ອນຈະໄດ້ຕັດສະຮູ້ເປັນພະສັມມາສັມພຸທເຈົ້າຕາມປົກກະຕິແລ້ວບຸນພະເວດໃຊ້ເວລາສາມມື້ສາມຄືນ. ມື້ທຳອິດແມ່ນການຫ້າງ ຫາປຸກຜາສາດເຜີ້ງໃສ່ໃນສີມ ຫຼື ຫໍແຈກທີ່ເຫັນວ່າກວ້າງຂວາງພໍສຳລັບພຸທບໍຣິສັດນັ່ງຟັງເທດອ້ອມຜາສາດນັ້ນບາງວັດທີ່ບໍ່ປຸກຜາສາດເຜີ້ງກໍ່ໃຊ້ທັມມາສໃຫ້ພະນັ່ງເທດ, ສ່ວນຜາສາດເຜີ້ງນັ້ນໃຊ້ໄມ້ໄຜ່ເປັນເສົາສີ່ເສົາເອົາໄມ້ໄຜ່ສານເພື່ອເຮັດເປັນຖັນຂອງຜາສາດໂອບດ້ວຍກ້ານກ້ວຍສຳລັບປັກດອກໄມ້ເຜີ້ງມີການເຕົ້າໂຮມຕົ້ນກາລະພຶກ ແລະກັນເທດຕັ້ງໄວ້ອ້ອມຜາສາດ ຫຼື ທັມມາສບ່ອນທີ່ພະຈະເທດນັ້ນຕອນຄ່ຳຂອງມື້ທຳອິດມີການໄຫວ້ພະຮັບສິນວຽນທຽນອ້ອມສີມ ຫຼື ພະທາດເຈດີສາມຮອບພາຍໃຕ້ການນຳຂອງພະສົງແລ້ວຟັງສູດໂພທິສັດບັ້ນຕົ້ນ ແລະບັ້ນປາຍອັນເປັນການບັນຍາຍເຖິງບາລະມີທີ່ພະເວດສັນດອນໄດ້ບຳເພັນມາ.
ໃນຕອນເຊົ້າມືດມື້ຕໍ່ມາປະມານ 3 ໂມງເຊົ້າມີການແຮ່ເຂົ້າພັນກ້ອນອ້ອມສີມສາມຮອບເຂົ້າພັນກ້ອນແມ່ນຊື່ສົມມຸດຂອງອາຫານ ແລະເຂົ້າຕົ້ມເຂົ້າໜົມທີ່ຊາວບ້ານຈະຖວາຍເປັນຈັງຫັນໃຫ້ພະສັນນັ້ນເອງໃນຕອນເຊົ້າມີການໄຫວ້ພະຮັບສິນຖວາຍສັງຄະທານ ແລະຖວາຍຈັງຫັນແກ່ພະພິກຂຸສົງຫຼັງຈາກຈັງຫັນແກ່ພະພິກຂຸສົງຫຼັງຈາກພະສັນເຂົ້າມີການຟັງເທດມາໄລໝື່ນມາໄລແສນຈາກນັ້ນກໍ່ເລີ່ມຕົ້ນເທດມະຫາຊາດຊຶ່ງມີຢູ່ 13 ກັນໃຫ້ແລ້ວພາຍໃນມື້ດຽວ.
ມະຫາຊາດທັງ 13 ກັນນັ້ນກໍ່ມີທັດສະພອນຄືພະອິນໃຫ້ພອນສິບປະການແກ່ນາງພຸດສະດີ, ກັນຕໍ່ໄປກໍ່ແມ່ນຫິມະພານຕອນພະເວດເດີນດົງຢູ່ໃນປ່າຫິມະພານທີ່ເຕັມໄປດ້ວຍປ່າດົງພົງໄພທານະຂັນແມ່ນບັ້ນພະເວດໃຫ້ທານຊຶ່ງມີທານຊ້າງທານມ້ານອກຈາກນັ້ນກໍ່ມີກັນວັນນະພະເວດຕອນພະເວດເດີນດົງຢູ່ໃນປ່າທີ່ເຕັມໄປດ້ວຍເສືອສິງ, ຈຸລະພົນມະຫາພົນ, ກຸມມານບັ້ນຕົ້ນ, ກຸມມານບັ້ນປາຍທີ່ບັນລະຍາຍເຖິງ ຄວາມທຸກຂອງກັນຫາຊາລີທີ່ພະເວດສັນດອນມອບໃຫ້ເປັນທານແກ່ພາມ, ມັດທີແມ່ນຕອນພະນາງມັດທີໂສກເສົ້າຫາກັນຫາສາລີທີ່ພະເຫວດທານໃຫ້ແກ່ພາມ ແລະພາມທຸບຕີຊູຊະກະເປັນຊື່ຂອງພາມທີ່ພະເວດສັນດອນມອບກັນຫາສາລີໃຫ້ເປັນທານ ແລະສັກກະຕິຄືຫົກກະສັດມາປະຊຸມກັນເພື່ອແຫ່ພະເວດສັນດອນເຂົ້າເມືອງ ແລະກັນສຸດທ້າຍແມ່ນມະຫາຣາຊ.
ພະເວດສັນດອນທັງ 13 ກັນນີ້ແມ່ນລຳດັບເຫດການຊີວະປະຫວັດໃນການບຳເພັນການກຸສົນການເສຍສະລະການບໍລິຈາກໃຫ້ທານ ແລະການໃຊ້ເວນໃຊ້ກຳຂອງພະເວດສັນດອນກອນຈະໄດ້ຕັດສະຮູ້ເປັນສຳມາສັມພຸດທະເຈົ້າພະເວດສັນດອນຊາດົກແມ່ນວັນນະຄະດີຊັ້ນເອກເລື່ອງໜຶ່ງຂອງລາວທີ່ນັກປາດໂບຮານໄດ້ຣິຈນາເລື່ອງເປັນໜັງສືເທດຄຳກອນໃຊ້ລັກການຂຽນບັນທຶກໃສ່ໃບລານ 13 ຜູກດ້ວຍກັນເພື່ອໃຫ້ພະສົງເທດເຜີຍແຜ່ມາໄດ້ຫຼາຍສະຕະວັດແລ້ວແຕ່ລະຜູ້ມີລີລາໃຊ້ສຽງໃນການເທດຕ່າງກັນ.
ຕາມປົກກະຕິກັນເທດທັງ 13 ກັນນັ້ນແມ່ນເອົາໄປຕັ້ງໄວ້ອ້ອມຜາສາດເຜີ້ງບ່ອນພະນັ່ງເທດເມື່ອເວລາພະເທດຈົບລົງແຕ່ລະກັນຜູ້ເປັນເຈົ້າສັດທາກັນເທດກໍ່ຈະຖວາຍກັນເທດນັ້ນທັນທີ່ບາງເທື່ອກໍ່ມີກັນຫຼອນ ຫຼື ກັນແຖມສົມພານແກ່ພະທີ່ເທດການເທດທີ່ດຳເນີນມາແຕ່ເຊົ້ານັ້ນຈະສິ້ນສຸດລົງໃນເວລາກາງຄືນຂອງມື້ດຽວກັນ, ຕາມຫຼັກການແລ້ວບຸນພະເວດຈະຈັດຂຶ້ນໃນມື້ອອກໃໝ່ 15 ຄໍ່າ ຫຼື ວັນເພັງເດືອນສີ່ຂອງທຸກໆປີຕາມຮີດ 12 ຂອງ ລາວ.
ຂ່າວ: ນສພ ເສດຖະກິດ-ສັງຄົມ