ປະຊາຊົນເມືອງນອງ ພ້ອມພາກັນເຮັດນາແຊງຢ່າງເປັນຂະບວນ

  ຊາວກະສິກອນເມືອງນອງ ແຂວງສະຫວັນນະເຂດ ໄດ້ພ້ອມພາກັນຜະລິດພືດລະດູແລ້ງຢ່າງເປັນຂະບວນຟົດຟື້ນໃນເນື້ອທີ່ 45,5 ເຮັກຕາ ມາຮອດປະຈຸບັນປັກດຳໄດ້ແລ້ວ 75,5% ຂອງເນື້ອທີ່ນາແຊງທັງໝົດ.

  ຕາມການລາຍງານຂອງທ່ານ ບຸຕາ ແກ້ວວົງໄຊ ຮອງຫົວໜ້າໜ່ວຍງານປູກຝັງເມືອງນອງໃນວັນທີ 5 ມັງກອນ 2021 ໄດ້ໃຫ້ຮູ້ວ່າ: ເນື່ອງຈາກປີ 2020 ຜ່ານມານີ້, ເປັນປີທີ່ຝົນຕົກຫຼ້າຝົນຕົກຫຼາຍເຮັດໃຫ້ນໍ້າຝົນຍັງຖ້ວມຂັງຢູ່ຕາມທົ່ງນາປະຊາຊົນຊາວຊຶ່ງພາຍຫຼັງທີ່ເກັບກ່ຽວເຂົ້ານາປີທີ່ເຫຼືອຈາກນໍ້າຖ້ວມແລ້ວເຫັນວ່ານໍ້າທີ່ຢູ່ຕາມໄຮ່ນາຍັງສາມາດເຮັດນາໄດ້ອີກລະດູໜຶ່ງເມື່ອເຫັນໄດ້ຄືແນວນັ້ນ,ພໍ່ແມ່ປະຊາຊົນກໍ່ໄດ້ກະກຽມຫາແນວພັນເຂົ້າປູກເພື່ອທີ່ຈະລົງມືຕົກກ້າເຮັດນາແຊງ, ພ້ອມນີ້, ທາງຄະ ນະຫ້ອງການກະສິກຳ ແລະປ່າໄມ້ເມືອງກໍ່ໄດ້ມີການຊຸກຍູ້ປຸກລະດົມເຮັດການຜະລິດເຂົ້ານາແຊງບວກກັບພໍ່ແມ່ປະຊາຊົນກໍ່ມີຄວາມຫ້າວຫັນຕື່ນຕົວຢາກຈະທົດລອງເຮັດນາແຊງຊຶ່ງທາງຫ້ອງການກະສິກຳພວກເຮົາຈຶ່ງໄດ້ແຈກຢາຍແນວພັນເຂົ້າຈຳນວນ 10 ໂຕນ, ເປັນແນວພັນເຂົ້າທ່າດອກຄຳ 8 ແລະທ່າດອກ ຄຳ 11 ມີຈຳນວນຄອບ ຄົວທີ່ເຮັດນາແຊງທັງໝົດ 82 ຄອບຄົວ, ໃນເນື້ອທີ່ 45,5 ເຮັກຕາ ມາຮອດປະຈຸບັນການໄຖຮຸດນາໄດ້ 100%, ຕົກກ້າ 100% ແລະປັກດຳໄດ້ 75,5% ຂອງເນື້ອທີ່ນາແຊງທັງໝົດສ່ວນແນວພັນເຂົ້າທີ່ທາງຫ້ອງການກະສິກຳ ແລະປ່າໄມ້ເມືອງມອບໃຫ້ບາງຄອບຄົວກໍ່ເກັບຮັກສາໄວ້ເພື່ອເຮັດເຂົ້າປູກໃນປີໜ້າ.

   ນອກນັ້ນ, ທາງຫ້ອງການກະສິກຳ ແລະປ່າໄມ້ເມືອງນອງກໍ່ຍັງໄດ້ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນປູກພືດຊະນິດຕ່າງໆ ແລະໄດ້ສະໜອງແນວພັນພືດລົ້ມລຸກໃຫ້ປູກຕື່ມເປັນ ຕົ້ນ: ສາລີຈຳນວນ 16 ກິໂລ, ໝາກ ຖົ່ວ 60 ກະປ໋ອງ, ໝາກແຕງ 60 ກະປ໋ອງ, ຜັກສະຫຼັດ 60 ກະປ໋ອງ ແລະຜັກກາດປະເພດຕ່າງໆ 60 ກະປ໋ອງທັງນີ້ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມດຸໝັ່ນໄດ້ນຳໄປປູກເພື່ອກຸ້ມກິນພາຍໃນຄອບຄົວຂອງຕົນເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍພາຍໃນຄອບຄົວຕື່ມອີກ.

----------

ຂ່າວ: ສະຫວັນ, ຮູບພາບໜັງສືພິມເສດຖະກິດສັງຄົມ