ສຸດເສົ້າໂບອິ້ງ 737 ສາຍການບິນຂອງອິນໂດເນເຊຍຕົກສູນຫາຍຍົກລໍາ 62 ຊີວິດ

  ຍົນອິນໂດເນເຊຍຕົກສູນຫາຍຍົກລຳ 62 ຊີວິດເກີດເຫດສຸດເສົ້າມື້ວານ (9/1/2021)​ນີ້ເວລາ 14:40 ໂມງ ເຄື່ອງບິນ Sriwijaya Air boeing 737-500 ຈາກນະຄອນຫຼວງຈາກາຕາຂອງອິນໂດເນເຊຍ-ປອນເຕຍນັດ ຖ້ຽວບິນ SJ 182 ໄດ້ຂາດການຕິດຕໍ່ຈາກຈໍເລດາຫຼັງຂຶ້ນບິນໄດ້ 4 ນາທີ.

ໃນເຮືອບິນລຳດັ່ງກ່າວມີຜູ້ໂດຍສານພ້ອມລູກເຮືອ( ພະນັກງານທາງເຄື່ອງບິນ ) ລວມ 62 ຊີວິດ ໃນນັ້ນເປັນຜູ້ໃຫຍ່ 46 ຄົນ, ເດັກ 7 ຄົນ, ແອນ້ອຍ 3 ຄົນ, ນັກບິນ 2 ຄົນພ້ອມລູກເຮືອໃນຫ້ອງໂດຍສານ 4 ຄົນໄດ້ສູນຫາຍໄປກັບເຮືອບິນ.

 ຕາມລາຍງານຂ່າວຫຼ້າສຸດຈາກຊາວປະມົງແຈ້ງວ່າໄດ້ຍິນສຽງລະເບີດ 2 ຄັ້ງ ຄິດວ່າເປັນສຽງຟ້າຮ້ອງແຕ່ຫຼັງຈາກນັ້ນໄດ້ຮັບການຢືນຢັນຈາກທີມຄົ້ນຫາວ່າເຄື່ອງບິນລຳດັ່ງກ່າວໄດ້ຕົກລົງທະເລຕອນນີ້ໄດ້ພົບຊິ້ນສ່ວນເຄື່ອງແລ້ວບາງສ່ວນແຕ່ຍັງບໍ່ພົບຜູ້ລອດຊີວິດ.