ກອງຄຸ້ມຄອງພາສີ III ລາຍຮັບເພີ່ມຂື້ນທຸກປີ

 ໃນໄລຍະ 5 ປີຜ່ານມາ (2016-2020) ແມ່ນໄລຍະທີ່ມີຄວາມທ້າທາຍຫຼາຍປະການຈາກໄພທໍາມະຊາດ, ໄພແຫ້ງແລ້ງ, ນໍ້າຖ້ວມ,ການລະບາດສັດ ແລະສັດຕູພືດເຮັດໃຫ້ມີຜົນກະທົບເສຍຫາຍຕໍ່ຜົນຜະລິດຂອງປະຊາຊົນ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຊ້າ, ການຄ້າຂາຍສິນຄ້າຢູ່ຕາມຊາຍແດນບາງປີມີຄວາມຫຍຸ້ງຍາກ ເຮັດໃຫ້ການຈັດເກັບລາຍຮັບພາສີຕໍ່ການສົ່ງອອກ-ນໍາເຂົ້າສິນຄ້າເຄື່ອງຂອງບາງປີບໍ່ບັນລຸຕາມແຜນການຮ້າຍແຮງກວ່ານັ້ນຢູ່ໃນທ້າຍປີ 2019 ເປັນຕົ້ນມາຍັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ດ່ານສາກົນ ແລະດ່ານທ້ອງຖິ່ນປະເພນີຖືກປິດ.

ເຖິງແນວໃດກໍຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນບວກກັບຄວາມບຸກບືນເອົາໃຈໃສ່ຂອງພະນັກງານເຈົ້າໜ້າທີ່ພາສີ ແລະປະຊາຊົນບັນດາເຜົ່າ, ການສະໜັບສະໜູນຂອງບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ອົງການຈັດຕັ້ງສາກົນຕ່າງໆຈຶ່ງເຮັດໃຫ້ການປະຕິບັດແຜນງົບປະມານໄດ້ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງຕົວເລກຈັດເກັບລາຍຮັບແມ່ນໄດ້ເພີ່ມຂຶ້ນແຕ່ລະປີ.

  ທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີໄດ້ລາຍງານຕໍ່ກອງປະຊຸມປະຈໍາປີ 2020 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີທີ່ຫາກໍ່ສໍາເລັດລົງວ່າງບໍ່ດົນມານີ້ວ່າ: ແຂວງໄຊຍະບູລີມີດ່ານສາກົນຈໍານວນ 4 ດ່ານຄື: ດ່ານພາສີສາກົນນໍ້າເຫືອງ, ດ່ານພາສີສາ ກົນພູດູ່, ດ່ານພາສີສາກົນນໍ້າເງິນ, ດ່ານພາສີສາກົນປາງມອນ,ດ່ານປະເພນີມີ 3 ດ່ານຄື: ດ່ານພາສີນາຂ່າ, ດ່ານພາສີເມືອງທົ່ງມີໄຊ ແລະ ດ່ານພາສີຫ້ວຍຕອງ, ບັນ ດາດ່ານເຫຼົ່ານັ້ນແມ່ນການຊີ້ນໍາໆພາຈາກກອງຄຸ້ມຄອງພາສີ III ໃນແຕ່ລະປີສາມາດສ້າງລາຍຮັບເພີ່ມຂຶ້ນສະແດງອອກແຜນຈັດເກັບສົກງົບປະມານ(2015-2016) 439 ຕື້ກວ່າກີບ ບວກໃສ່ແຜນຈັດເກັບ 3 ເດືອນຂ້າມຜ່ານ 64 ຕື້ກວ່າກີບ ເທົ່າກັບ 504 ຕື້ກວ່າກີບ ຈັດຕັ້ງປະຕິບັດໄດ້ຕາມສົກງົບປະມານ (2015-2016) 338 ຕື້ກວ່າກີບ ບວກໃສ່ປະຕິບັດໄດ້ 3 ເດືອນຂ້າມຜ່ານ 124 ຕື້ກວ່າກີບ ເທົ່າກັບ 463 ຕື້ກວ່າກີບ ເທົ່າ 91,83%.

  ແຜນຈັດເກັບສົກງົບປະມານ (2017) 469 ຕື້ກວ່າກີບ ຫຼຸດລົງຈາກແຜນປີຜ່ານມາ 34 ຕື້ກວ່າກີບ ເທົ່າກັບ 6,83%, ຈັດຕັ້ງປະຕິບັດໄດ້ 544 ຕື້ກວ່າກີບ ສົມທຽບເທົ່າກັບ 116,01% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາເພີ່ມຂຶ້ນ 127 ຕື້ກວ່າກີບ ເທົ່າກັບ 27,56% ແຜນຈັດເກັບສົກງົບປະມານ (2018) 589 ຕື້ກວ່າກີບ ເພີ່ມຂຶ້ນຈາກປີຜ່ານມາ 119 ຕື້ກວ່າກີບ ເທົ່າກັບ 25,40% ຈັດຕັ້ງປະຕິບັດໄດ້ 614 ຕື້ກວ່າກີບ ສົມທຽບເທົ່າກັບ 104,30% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາເພີ່ມຂຶ້ນ 69 ຕື້ກວ່າກີບ ເທົ່າກັບ 12,74%.

  ແຜນຈັດເກັບສົກງົບປະມານ (2019) 707 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 120 ຕື້ກວ່າກີບ ເທົ່າກັບ 20,05% ຈັດຕັ້ງປະຕິບັດໄດ້ 697 ຕື້ກວ່າກີບ ສົມທຽບເທົ່າກັບ 98,86% ຂອງແຜນການປີ, ທຽບໃສ່ການປະຕິບັດໄດ້ປີຜ່ານມາເພີ່ມຂຶ້ນ 75 ຕື້ກວ່າກີບ ເທົ່າກັບ 11,93%. ແຜນຈັດເກັບສົກງົບປະມານ (2020) ໃນເບື້ອງຕົ້ນ 791 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 84 ຕື້ກີບ ເທົ່າກັບ 11,88%.

  ແຜນຈັດເກັບສົກງົບປະມານ 2020 ແຜນດັດແກ້ 934 ຕື້ກວ່າກີບ ເພີ່ມຂຶ້ນຈາກແຜນເບື້ອງຕົ້ນ 143 ຕື້ກວ່າກີບ ເທົ່າກັບ 18,13%, ຈັດຕັ້ງປະຕິບັດໄດ້ 869 ຕື້ກວ່າກີບ ເທົ່າກັບ 109,91% ຂອງແຜນການປີ ເທົ່າກັບ 93,04% ຂອງແຜນດັດແກ້, ທຽບໃສ່ການປະຕິບັດໄດ້ປີຜ່ານມາເພີ່ມຂຶ້ນ 171 ຕື້ກວ່າກີບ ເທົ່າກັບ 30,17%.

ທ່ານຍັງໄດ້ກ່າວຕື່ມວ່າສະເພາະປີ 2020 ກອງຄຸ້ມຄອງພາສີ III ສາມາດເກັບລາຍຮັບຈາກໝວດສິນຄ້າຕ່າງໆທີ່ເຂົ້າ-ອອກດ່ານໄດ້ທັງໝົດ 869 ຕື້ກວ່າກີບ ເທົ່າກັບ 109,91% ໃນນີ້ຮັບຄ່າຊັກພິເສດ-ຂາອອກປະຕິບັດໄດ້ 1 ຕື້ກວ່າກີບ, ນໍາເຂົ້າເພື່ອສົ່ງອອກເຄື່ອງ 879 ລ້ານກວ່າກີບ,ນໍ້າມັນເຊື້ອໄຟ 436 ຕື້ກວ່າກີບ,ນໍ້າມັນເຄື່ອງ 113 ລ້ານກວ່າກີບ, ພາຫະນະເສຍພາສີ 10 ຕື້ກວ່າກີບ, ເຄື່ອງອາໄຫຼ່ 3 ຕື້ກວ່າກີບ, ເຄື່ອງ ກໍ່ສ້າງ 11 ຕື້ກວ່າກີບ, ເຄື່ອງໄຟຟ້າ 1 ຕື້ກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກ 20 ຕື້ກວ່າກີບ, ຄ່າທໍານຽມຄັງແຮ 377 ຕື້ກວ່າກີບ, ຄ່າທໍານຽມພາຫະນະ-ຄົນ 4 ຕື້ກວ່າກີບ ແລະຄ່າປັບໃໝ 1 ຕື້ກວ່າກີບ.

--------------

ຂ່າວ: ບຸນທີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ