ສະຫວັນແຕ່ງຕັ້ງຮອງເຈົ້າແຂວງ

ວັນທີ 6 ມັງກອນ 2021 ແຂວງສະຫວັນນະເຂດໄດ້ຈັດພິທີປະກາດໃຫ້ພະນັກງານພັກການ-ຮັບອຸດໜູນບໍານານພ້ອມທັງປະກາດຍົກຍ້າຍ ແລະແຕ່ງຕັ້ງພະນັກງານການນໍາຂອງແຂວງຂຶ້ນທີ່ຫ້ອງວ່າການປົກຄອງແຂວງ.ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ມີບັນດາຫົວໜ້າພະແນກການອ້ອມຂ້າງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ບົວສອນ ມະຫາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກຮັບເບ້ຍບໍານານຈໍານວນ 6 ທ່ານຄື: ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ,ທ່ານ ທອງທ່ຽງ ສີດາວົງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ປະທານອົງການກວດກາລັດແຂວງ, ທ່ານ ພູຂົງ ນາມມະຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ບຸນລົບ ໂຄດຫຼັກຄໍາ ຫົວໜ້າພະແນກແຮງ ງານ ແລະສະຫວັດດີການສັງຄົມ ແລະທ່ານ ບຸນຍົງ ຈັນນີຍະວົງ ຮອງປະທານແນວລາວສ້າງຊາດແຂວງ.

   ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຍົກຍ້າຍພະນັກງານ 3 ທ່ານຄື: ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ຫຼິງທອງ ແສງຕາວັນ ກໍາມະການປະຈໍາພັກແຂວງຫົວໜ້າພະແນກສຶກສາທິການ ແລະກິລາໄປປະຈໍາການຢູ່ຫ້ອງວ່າການປົກຄອງແຂວງ ແລະທ່ານ ສີວິໄລ ຈັນທໍາມະວົງ ຫົວໜ້າຂະແໜງກວດກາພະແນກກະສິກໍາ ແລະປ່າໄມ້ແຂວງໄປປະຈໍາການຢູ່ຄະນະກວດກາພັກແຂວງ.

   ໂອກາດດຽວກັນນີ້, ກໍ່ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງພະນັກງານການນໍາຂັ້ນສູງຂອງແຂວງ 4 ທ່ານຄື: ທ່ານ ວຽງທະວີ ສອນເທບພະຈັນ ກໍາມະການປະຈໍາພັກແຂວງ ແລະທ່ານ ນາງ ຫຼິງທອງ ແສງຕາວັນ ເປັນຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງເປັນຫົວໜ້າອົງການກວດກາລັດແຂວງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ທ່ານ ບົວສອນ ມະຫາວົງ ກໍາມະການປະຈໍາພັກແຂວງເປັນຫົວໜ້າຄະນະຈັດຕັ້ງແຂວງ ແລະ ປະກາດແຕ່ງຕັ້ງຮອງປະທານກວດກາລັດແຂວງຮອງຫົວໜ້າອົງການຕ້ານການສໍ້າລາດບັງຫຼວງແຂວງ 4 ທ່ານຄື: ທ່ານ ແຖວຄໍາ ພົມມະວົງ, ທ່ານ ສີວິໄລ ຈັນທໍາມະຈັກ, ທ່ານ ນາງ ກິ່ນນາລອນ ວົງຄໍາໂສພາ ແລະທ່ານ ທໍາມະ ລາດມະນີວົງ.

--------------

ຂ່າວ: ສະຫວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ