ວຽງຈັນ ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການແຂວງ

   ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນເຫັນດີຍົກຍ້າຍ ແລະບົ່ງຕົວແຕ່ງຕັ້ງ ສະຫາຍ ພູຄຳ ສຸດທິຈັກ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ເກົ່າເປັນເລຂາຄະນະພັກຮາກຖານ,ຫົວໜ້າພະແນກພາຍໃນແຂວງວຽງຈັນ,ພ້ອມທັງຍົກຍ້າຍ ແລະບົ່ງຕົວແຕ່ງຕັ້ງ ສະຫາຍ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ,ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງເປັນກຳມະການພັກແຂວງ,ເລຂາຄະນະ ພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງວຽງຈັນ.

  ໃນວັນທີ 6 ມັງກອນ 2021 ຢູ່ທີ່ຫ້ອງວ່າການແຂວງວຽງຈັນຈຶ່ງໄດ້ຈັດໃຫ້ມີພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ເກົ່າ ແລະຜູ້ໃໝ່ລະຫວ່າງ ທ່ານ ພູຄຳ ສຸດທິຈັກ ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ເກົ່າ ແລະທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ໃໝ່, ໂດຍການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາພະນັກງານພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.

   ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງວຽງຈັນໃຫ້ເປັນຮູບປະທຳ ແລະທ່ວງທັນກັບເວລາ, ທັງນີ້ກໍ່ເພື່ອເຮັດໃຫ້ການສືບຕໍ່ຊີ້ນໍາ-ນຳພາວຽກງານຫ້ອງວ່າການແຂວງວຽງຈັນຢ່າງຕໍ່ເນື່ອງຂຶ້ນເລື້ອຍໆ, ທ່ານ ພູຄຳ ສຸດທິຈັກ ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ເກົ່າໄດ້ກ່າວມອບໜ້າທີ່ໃຫ້ຜູ້ໃໝ່ວ່າ: ຕະ ຫຼອດໄລຍະ 3 ປີກວ່າຜ່ານມາທີ່ຕົນເອງໄດ້ຮັບໜ້າທີ່ເປັນຫົວໜ້າຫ້ອງວ່າການແຂວງໄດ້ຊີ້ນຳໆພາວຽກງານຮອບດ້ານໃນຂອບເຂດທີ່ແຂວງວຽງຈັນໄດ້ຮັບການພັດທະ ນາມີຜົນສຳເລັດໃນຫຼາຍດ້ານ, ຄຽງຄູ່ກັນນັ້ນກໍ່ມີວຽກງານຈຳນວນໜຶ່ງທີ່ຍັງຄົງຄ້າງບໍ່ທັນໄດ້ຮັບຜົນສຳເລັດຈຶ່ງໄດ້ຂໍມອບໃຫ້ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ໃໝ່ ສືບຕໍ່ຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

  ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງວຽງຈັນຜູ້ໃໝ່ ໄດ້ກ່າວຮັບເອົາໜ້າທີ່ໃໝ່ຢ່າງສົມກຽດພ້ອມແລ້ວທີ່ຈະຮ່ວມກັນກັບໝູ່ຄະນະສືບຕໍ່ຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

--------------

ຂ່າວ: ບຸນມາ ແກ້ວບຸດດາ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ