ພິດໂຄວິດ ດຶງແຮງງານຫຼວງພະບາງ 800 ກວ່າຄົນຕົກວຽກ

   ແຂວງຫຼວງພະບາງ ເປັນແຂວງໜຶ່ງທີ່ມີບັນດາບໍລິສັດ,ໂຮງແຮມ-ຣີສອດ, ເຮືອນພັກ ແລະຮ້ານອາຫານທີ່ຜູ້ປະກອບການທຸລະກິດໄດ້ສ້າງຂຶ້ນຫຼາຍພໍສົມຄວນເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມເມືອງມໍລະດົກໂລກກາຍເປັນບ່ອນຊ່ວຍສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນຊາວແຂວງຫຼວງພະບາງນັບຫຼາຍພັນຄົນແຕ່ປີ 2020ຜ່ານມານີ້ເນື່ອງຈາກຜົນກະທົບຈາກໂຄວິດ-19 ມີແຮງງານຕົກວຽກ 800 ກວ່າຄົນ ທີ່ລາຍງານຈາກ 16 ຫົວໜ່ວຍທຸລະກິດ.

  ນັບແຕ່ໂຄວິດ-19 ໄດ້ເຂົ້າມາແຜ່ລະບາດຢູ່ປະເທດລາວກໍຄືແຂວງຫຼວງພະບາງມີຜູ້ຕິດເຊື້ອໂຄວິດ-19 ໃນເບື້ອງຕົ້ນຈາກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຢູ່ແຂວງຫຼວງພະບາງຈຶ່ງເຮັດໃຫ້ທາງຂັ້ນເທິງໄດ້ອອກມາດຕະການປ້ອງກັນບໍ່ໃຫ້ມີການແຜ່ລະບາດອອກເປັນວົງກວ້າງຢູ່ພາຍໃນປະເທດເຮັດໃຫ້ບັນດາຜູ້ປະກອບການທຸລະກິດໂດຍສະ ເພາະແມ່ນຂະແໜງບໍລິການໆທ່ອງທ່ຽວມີຄວາມກັງວົນຕໍ່ຜົນກະທົບທາງດ້ານທຸລະກິດຊຶ່ງປະຈຸບັນນີ້ກໍມີພຽງແຕ່ນັກທ່ອງທ່ຽວແບບລາວທ່ຽວລາວເທົ່ານັ້ນ, ສະນັ້ນບັນ ດາໂຮງແຮມ, ບໍລິສັດຈຶ່ງໄດ້ຄັດພະນັກງານອອກເພື່ອຄວາມຢູ່ລອດຂອງທຸລະກິດ.

   ຈາກບົດລາຍງານສັງລວມຫົວໜ່ວຍແຮງງານທີ່ປົດປ່ອຍແຮງງານອອກຈາກວຽກຂອງພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງຮູ້ວ່າ: ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ປີ 2020 ມີຫົວໜ່ວຍແຮງງານໄດ້ປົດແຮງງານອອກເນື່ອງຈາກວ່າບໍ່ສາມາດດໍາເນີນກິດຈະການຕໍ່ໄດ້ ແລະຫົວ ໜ່ວຍທີ່ໄດ້ປົດແຮງງານທັງໝົດ 16 ຫົວໜ່ວຍຄື: ໂຮງແຮມຊຽງແກ້ວ 5 ຄົນ, ວັງທອງ 16 ຄົນ, ແມ່ຂອງວິວ 32 ຄົນ, ພູວ່າວ 19 ຄົນ, ວິນລາມາລີ 51 ຄົນ, ຊຽງທອງ 26 ຄົນ, ສັນຕິ 109 ຄົນ, ສະຕີເຮົ້າ 58 ຄົນ, ຄີລີດາລາ 57ຄົນ, ເມືອງທອງບູຕິກ 11 ຄົນ, ປາລາໂຊນບັງ 22 ຄົນ, ລີສອດ ລີເບີແອ 3 ຄົນ, ຮ້ານອາຫານເອເລຟັງ 22 ຄົນ, ບໍລິ ສັດເອັກໂຊຕີຊີ 3 ຄົນ, ບໍລິສັດທ່ອງທ່ຽວລາວ 3ຄົນ ແລະຫຼາຍສຸດແມ່ນ ບໍລິສັດໂທບັກໂກ 365 ຄົນ. ລວມທັງໝົດ 802 ຄົນ, ຍິງ 145 ຄົນ.

  ໃນນີ້ຫົວໜ່ວຍທີ່ໄດ້ຈ່າຍຊົດເຊີຍຄ່າແຮງງານທີ່ປົດອອກມີໂຮງແຮມພູວ່າວ 19 ຄົນ ເປັນເງິນ 110 ລ້ານກວ່າກີບ, ໂຮງແຮມຊຽງແກ້ວ 5 ຄົນ ເປັນເງິນ 39 ລ້ານກວ່າກີບ, ສ່ວນຫົວໜ່ວຍງານອື່ນຍັງບໍ່ທັນລາຍງານໂຕເລກໃຫ້ທາງຂະແໜງຄຸ້ມຄອງແຮງງານຊາບເທື່ອ. ນອກຈາກນັ້ນຍັງມີຫົວໜ່ວຍແຮງງານທີ່ບໍ່ປົດພະນັກງານອອກແຕ່ໄດ້ໃຫ້ພະນັກງານຢຸດພັກວຽກຊົ່ວຄາວແຕ່ຍັງສຶບຕໍ່ຈ່າຍເງິນເດືອນໃຫ້ພະນັກງານ 30%, 50% ຂອງເງິນເດືອນຕົວຈິງ.

    ອິດທິພົນຂອງໂຄວິດ-19 ທີ່ໄດ້ແຜ່ລະບາດອອກເປັນວົງກວ້າງໄປທົ່ວໂລກເປັນເຊື້ອໄວຣັດທີ່ອັນຕະລາຍຮ້າຍແຮງຂ້າຄົນຕາຍຫຼາຍກວ່າສົງຄາມໂລກ. ສະນັ້ນທຸກຄົນຕ້ອງຍົກສູງຄວາມຄໍາຄັນປ້ອງກັນຕົວເອງ, ປະຕິບັດຕາມຄໍາສັ່ງຈາກຄະນະສະເພາະກິດປ້ອງກັນໂຄວິດ-19 ຢ່າງເຂັ່ງຄັດເພື່ອປ້ອງກັນບໍ່ໃຫ້ເກີດການລະບາດຂຶ້ນຢູ່ພາຍ ໃນປະເທດເຮົາອີກ.

__________

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ