ບີແອນ ທີສະກີນແຄຣ ສິນຄ້າຄຸນນະພາບສັງຄົມໃຫ້ການຕອບຮັບດີ

  ບີແອນ ທີສະກິນແຄຣ ໜຶ່ງ ສິນຄ້າທີ່ຮັກສາຄວາມງາມ ແລະສຸຂະພາບຖືວ່າຢູ່ລະດັບແຖວໜ້າລາວ ແລະເປັນທີ່ຮູ້ຈັກກັນດີສັງຄົມປະຈຸບັນໂດຍສະເພາະກຸ່ມໄວ້ ໜຸ່ມທີ່ມັກຮັກຄວາມງາມ ແລະຄົນຮັກສາສຸກຂະພາບ.

  ທ່ານ ນາງ ຕາດຳ ຫຼວງຜ່ານ ເຈົ້າຂອງຍີ່ຫໍ້ສິນຄ້າ ບີແອນ ທີສະກິນແຄຣ ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມຮູ້ ວ່າ: ເມື່ອກ່ອນຕົນເອງແມ່ນເລີ່ມສ້າງຍີ່ຫໍ້ຂຶ້ນມາເພາະເຄີຍຂາຍເຄື່ອງອອນລາຍ ແລະເປັນໜຶ່ງຄົນທີ່ຂາຍດີ ແລະໄດ້ຮັບການຕອບຮັບຈາກສັງຄົມຫຼາຍສົນຄວນ ແລະເປັນທີ່ຮູ້ຈັກສັງຄົມວົງກວ້າງຫຼັງຈາກຂາຍມາໄລຍະ 1 ຜູ້ ຄົນ ແນະນຳບອກໃຫ້ສ້າງຍີ່ຫໍ້ສິນຄ້າເປັນຂອງໂຕເອງຂື້ນມາ ແລະກໍ່ສ້າງເລີ່ມແຕ່ປີ 2016 ໂດຍຈະຂາຍສົ່ງຕົວແທນ ແລະອອນລາຍທີ່ໄດ້ຮັບການຕອບຮັບດີຈົນເປັນທີ່ຮູ້ຈັກປະຈຸບັນ.

  ສຳລັບຍີ່ຫໍ້ສິນຄ້າ ທີສະກິນ ແຄຣ ສ້າງມາໄດ້ 3 ປີກວ່າ ເປັນສິນຄ້າກ່ຽວກັບຄວາມງານ ແລະຮັກສາສຸຂະພາບຊຶ່ງປະຈຸບັນກໍ່ມີຕົວແທນທົ່ວປະເທດ ແລະສິນຄ້າເປັນທີ່ຮູ້ຈັກກັນດີແມ່ນການບອກຕໍ່ປາກຕໍ່ປາກຊຶ່ງຈຸດເດັ່ນຂອງພວກເຮົາເນັ້ນຄວາມຈິງໃຈ ແລະບໍລິການດ້ວຍຄວາມເຊື່ອໝັ້ນຈິງໃຈເຮັດໃຫ້ລູກຄ້າຕິດໃຈຍອມຮັບ.