ພຣະສົງ-ສາມະເນນຫຼວງພະບາງ ປະຕິບັດທັມວິປັດສະນາກັມມະຖານ

   ພິທີເປີດງານປະຕິບັດທັມວິປັດສະນາກັມມະຖານໃຫ້ແກ່ພຣະສົງ-ສາມະເນນນັກຮຽນສົງທົ່ວແຂວງຫຼວງພະບາງຈຳນວນ 658 ຕົນໄດ້ຈັດຂຶ້ນໃນຕອນບ່າຍວັນທີ 4 ມັງກອນ 2021 ທີ່ວັດພູຄວາຍໂພຄາຣາມໃຫ້ຄວາມເມດຕາກ່າວເປີດ ແລະໃຫ້ໂອ້ວາດຕໍ່ພິທີໂດຍສາທຸ ອ່ອນແກ້ວ ກິຕິພັທໂທ ເຈົ້າຄະນະສົງອົງການພຸດທະສາສະໜາ ສຳພັນລາວແຂວງຫຼວງພະບາງ.

  ກິດຈະກຳນີ້ຈະມີການໄຫວ້ພຣະສູດມົນ, ບີນທະບາດ, ນັ່ງສະມາທິ, ເດີນຈົງກົມ, ຟັງບັນຍາຍທັມ, ຮຽນສິນລະທັມ ຫຼືທັມມະວິໄນ, ໂດຍຈະດຳເນີນໄປຈົນຮອດວັນທີ 12 ມັງກອນ 2021, ການຝຶກອົບຮົມວິປັດສະນາກັມມະຖານຄັ້ງນີ້ເປັນການຊຸກຍູ້-ສົ່ງເສີມ ໃນການເຜີຍແຜ່ສິນ-ທຳຕາມຫຼັກຂອງພຣະພຸດທະສາສະໜາໃຫ້ກວ້າງ ຂວາງໂດຍສະເພາະແມ່ນພຣະສົງ-ສາມະເນນທີ່ໜຸ່ມນ້ອຍໃຫ້ມີຄວາມໜັກແໜ້ນທາງດ້ານສາສະໜາ, ດ້ານພຣະທຳ-ວິໄນແລະເຜີຍແຜ່ສີນທຳໃຫ້ແກ່ສັງຄົມທີ່ເປັນຄະລືຫັດໂດຍສະເພາະແມ່ນເຍົາວະຊົນຊາວໜຸ່ມ ແລະອອກຕົນຍາດໂຍມໄດ້ສຶກສາຮຽນຮູ້ຫຼັກທຳຄຳສອນຂອງພຣະພຸດທະສາສະໜາ ແລະນຳໄປປະຕິບັດໃນການດຳເນີນຊີ ວິດໃນສັງຄົມຢ່າງທົ່ວເຖິງ. 

  ດັ່ງນັ້ນຂໍເຊີນຊວນທຸກທ່ານໃນທົ່ວສັງຄົມພ້ອມກັນມີສ່ວນຮ່ວມເປັນສັດທາຖວາຍອາຫານ,ນໍ້າດື່ມ ແລະວັດຖຸປັດໄຈຕ່າງໆຕາມກຳລັງສັດທາຊຶ່ງສາມາດຕິດກັບຄະນະກຳ ມະການຮັບຜິດຊອບງານບຸນຢູ່ວັດພູຄວາຍໂພຄາຣາມບ້ານນາສ້າງເຫວີຍນະຄອນຫຼວງພະບາງ.