ຜາອຸດົມ ຮັບຮອງບ້ານຫາງດອຍເປັນບ້ານວັດທະນະທຳ

  ເມື່ອວັນທີ 28 ທັນວາ 2020 ຜ່ານມາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ປະກາດຮັບຮອງເອົາບ້ານຫາງດອຍເປັນບ້ານວັດທະນະທໍາໃໝ່ອັນດັບທີ 46 ຂອງ ເມືອງຜາອຸດົມ, ໂດຍການເຂົ້າຮ່ວມຂອງທ່ານ ຈັນທອນ ພົນທະລາ ເຈົ້າເມືອງຜາອຸດົມ, ທ່ານ ທອງດຳ ອຸດົມສານ ເລຂາຄະນະພັກຮາກຖານ, ທ່ານ ແສງອາລຸນ ສຸພາພອນຮອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງ, ມີພະນັກງານກໍ່ສ້າງຮາກຖານການເມືອງ, ອົງການຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນ.

   ທ່ານ ຮົວວາ ລີ ນາຍບ້ານໆຫາງດອຍ ໄດ້ລາຍງານການເຄື່ອນໄຫວການສ້າງບ້ານວັດທະນະທຳໃຫ້ຮູ້ວ່າ: ໃນໄລຍະຜ່ານມາຄະນະພັກ, ອຳນາດການປົກຄອງບ້ານໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ກັບພໍ່ແມ່ປະຊາຊົນໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການຊີ້ນໍາໆພາຂອງພັກ-ອົງການຈັດຕັ້ງຂອງລັດປະຕິບັດ ແນວທາງນະໂຍບາຍຂອງຂັ້ນເທິງ, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆໃຫ້ກັບປະຊາຊົນໃນການອະນຸລັກຮັກສາ ແລະສົ່ງເສີມຮິດຄອງປະເພນີຂອງບັນເຜົ່າໃຫ້ຍືນຍົງ, ປຸກລະດົມຂະບວນການສ້າງຄວາມສາມັກຄີປອງດອງຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບສຸກ ແລະຮຸ່ງເຮືອງສີວິໄລ.

 ບ້ານຫາງດອຍ ມີ 35 ຫຼັງຄາ, ມີ 130 ຄອບຄົວ, ພົນລະເມືອງ 872 ຄົນ ໃນນີ້ມີ 122 ຄອບຄົວ ທີ່ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂຂອງການສ້າງຄອບ ຄົວວັດທະນະທຳເທົ່າກັບ 93,84 % ຂອງຄອບຄົວທັງໝົດ, ທົ່ວບ້ານມີຄອບຄົວກຸ້ມກິນ 101 ຄອບຄົວ ແລະ ຄອບຄົວທຸກຍາກ 39 ຄອບຄົວ, ໃນຂະບວນການສ້າງບ້ານວັດທະນະທຳໂດຍອີງໃສ່ພື້ນຖານໂຄງລ່າງຂອງປະຊາຊົນແມ່ນມີທີ່ ຢູ່ອາໄສ ແລະມີບ່ອນທໍາການຜະລິດຕາມລະດູການ, ປະຊາຊົນສ່ວນໃຫຍ່ແມ່ນໄດ້ຖືເອົາການເຮັດນາເປັນຕົ້ນຕໍຖືເອົາການປູກຝັງ-ລ້ຽງສັດ ແລະການຄ້າຂາຍເປັນອາຊີບສໍາຮອງບ້ານຫາງດອຍມີເນື້ອທີ່ນາ 145 ເຮັກຕາສາມາດຜະລິດເຂົ້າເປືອກໄດ້ 315 ກິໂລ ຕໍ່ຄົນຕໍ່ປີ, ມີຍອດລາຍຮັບສະເລ່ຍ 6,3 ລ້ານກີບ ຕໍ່ຄົນຕໍ່ປີ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍ່ແກ້ວວ່າດ້ວຍການມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ໃຫ້ບ້ານຫາງດອຍ, ຈາກນັ້ນທ່ານ ຈັນທອນ ພົນທະລາເຈົ້າ ເມືອງຜາອຸດົມໄດ້ໃຫ້ກຽດມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ ແລະຮັບໂດຍທ່ານ ຮົວວາ ລີ ນາຍບ້ານຫາງດອຍພ້ອມທັງໃຫ້ກຽດເປີດປ້າຍ ແລະລັ່ນຄ້ອງ 9 ບາດເພື່ອເປັນສັນຍາລັກໃນພິທີອີກດ້ວຍ.

  ໂອກາດດັ່ງກ່າວທ່ານເຈົ້າເມືອງຜາອຸດົມໄດ້ຍ້ອງຍໍໍຊົມເຊີຍທີ່ບ້ານດັ່ງກ່າວສາມາດຍາດເອົາຜົນງານມາໄດ້ ແລະຮຽກຮ້ອງມາຍັງອໍານາດການປົກຄອງບ້ານຈົ່ງເປັນເຈົ້າ ການໃນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະພ້ອມກັນປົກປັກຮັກສາວັດທະນະທຳອັນດີງາມກໍ່ຄືນາມມະຍົດບ້ານວັດທະນະທຳໃຫ້ຢູ່ກັບບ້ານຕະຫຼອດໄປ, ເອົາໃຈໃສ່ປະຕິບັດວຽກງານອົງການຈັດຕັ້ງຕ່າງໆທີ່ໄດ້ມອບໝາຍ ແລະຊ່ວຍກັນແກ້ໄຂບັນຫາຂໍ້ຄົງຄ້າງ, ສືບຕໍ່ປຸກລະດົມສ້າງຄອບຄົວທີ່ຍັງປະຕິບັດບໍ່ໄດ້ມາດຖານຄອບຄົວວັດທະນະທຳທີ່ຍັງເຫຼືອໃຫ້ກາຍເປັນຄອບຄົວວັດທະນະທຳໃນຕໍ່ໜ້າ.