ພຣະສົງ-ສາມະເນນຫຼວງພະບາງ ປະຕິບັດ ທັມວິປັດສະນາກັມມະຖານ

  ພິທີເປີດງານປະຕິບັດທັມວິປັດສະນາກັມມະຖານໃຫ້ແກ່ພຣະສົງ-ສາມະເນນນັກຮຽນສົງທົ່ວແຂວງຫຼວງພະບາງຈຳນວນ 658 ຕົນໄດ້ຈັດຂຶ້ນໃນຕອນບ່າຍວັນທີ 4 ມັງກອນ 2021 ທີ່ວັດພູຄວາຍ ໂພຄາຣາມ ໃຫ້ຄວາມເມດຕາກ່າວເປີດ ແລະໃຫ້ໂອ້ວາດຕໍ່ພິທີໂດຍສາທຸ ອ່ອນແກ້ວ ກິຕິພັທໂທ ເຈົ້າຄະນະສົງອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ.
  ກິດຈະກຳນີ້ ຈະມີການໄຫວ້ພຣະສູດມົນ, ບີນທະບາດ, ນັ່ງສະມາທິ, ເດີນຈົງກົມ, ຟັງບັນຍາຍທັມ, ຮຽນສິນລະທັມ ຫຼື ທັມມະວິໄນ, ໂດຍຈະດຳເນີນໄປຈົນຮອດວັນທີ 12 ມັງກອນ 2021, ການຝຶກອົບຮົມວິປັດສະນາກັມມະຖານຄັ້ງນີ້ເປັນການຊຸກຍູ້-ສົ່ງເສີມໃນການເຜີຍແຜ່ສິນ-ທຳຕາມຫຼັກຂອງພຣະພຸດທະສາສະໜາໃຫ້ກວ້າງຂວາງ ໂດຍສະເພາະແມ່ນພຣະສົງ-ສາມະເນນທີ່ໜຸ່ມນ້ອຍໃຫ້ມີຄວາມໜັກແໜ້ນທາງດ້ານສາສະໜາ, ດ້ານພຣະທຳ-ວິໄນແລະເຜີຍແຜ່ສີນ-ທຳ ໃຫ້ແກ່ສັງຄົມທີ່ເປັນຄະລືຫັດ ໂດຍສະເພາະແມ່ນເຍົາວະຊົນ-ຊາວໜຸ່ມ ແລະອອກຕົນຍາດໂຍມ ໄດ້ສຶກສາຮຽນຮູ້ຫຼັກທຳຄຳສອນຂອງພຣະພຸດທະສາສະໜາ ແລະນຳໄປປະຕິບັດໃນການດຳເນີນຊີວິດໃນສັງຄົມຢ່າງທົ່ວເຖິງ.
  ດັ່ງນັ້ນຂໍເຊີນຊວນທຸກທ່ານໃນ ທົ່ວສັງຄົມພ້ອມກັນມີສ່ວນຮ່ວມເປັນສັດທາຖວາຍອາຫານ, ນ້ໍາດື່ມ ແລະວັດຖຸປັດໄຈຕ່າງໆຕາມກຳລັງສັດທາ ຊຶ່ງສາມາດຕິດກັບຄະນະກຳມະການຮັບຜິດຊອບງານບຸນຢູ່ວັດພູຄວາຍໂພຄາຣາມບ້ານນາສ້າງເຫວີຍນະຄອນຫຼວງພະບາງ.

----

ຂ່າວ: ແປ