ຕາດຫ້ວຍເລີຍ ເມືອງຮຸນ

  ຕາດຫ້ວຍເລີຍຕັ້ງຢູ່ບ້ານສົມພອນ ເມືອງຮຸນ ແຂວງອຸດົມໄຊຫ່າງຈາກເທສະບານເມືອງຮຸນປະມານ 8 ກິໂລແມັດ, ຊຶ່ງຕາດດັ່ງກ່າວມີຄວາມສວຍສົດງົດງາມທາງດ້ານທຳມະຊາດຊີວະນາໆພັນ ມີອ່າງຫຼິ້ນນໍ້າທີ່ເກີດຈາກທຳມະຊາດມີຄວາມໃສເຢັນຢູ່ຕະຫຼອດເວລາ ແລະມີຜາຫີນລຽນກັນເປັນຊັ້ນ-ເປັນຊໍ່ເຫຼື້ອມຍິບຍັບຄືກັບແກ້ວເພັດມະນີໃນຕອນທີ່ມີແສງຕາເວັນສ່ອງລົງມາກະທົບຜາຫີນນັ້ນ, ເໝາະສົມສຳລັບຜູ້ທີ່ມັກຫຼິ້ນນໍ້າໄປພ້ອມກັບນໍ້າຕົກຕາດທີ່ແສນເຍືອກເຢັນ ແລະເຕັມໄປດ້ວຍພູຜາປ່າໄມ້ ແລະຊີວະນາໆພັນ.

 ນໍ້າຕົກຕາດແຫ່ງນີ້ ໃນເມື່ອກ່ອນມີນໍ້າລອດອອກຈາກຮູຕາດ ຊຶ່ງໃນຮູນໍ້າມີ (ຄົກເງືອກ), ແຕ່ປະຈຸບັນບໍ່ມີແລ້ວ, ປະຊາຊົນທ້ອງຖິ່ນຢູ່ໃນເຂດນີ້ອາຊີບຕົ້ນຕໍທຳການກະສິກຳ, ໄດ້ຫຼາຍປີຜ່ານໄປເກີດ ມີໄພແຫ້ງແລ້ງທຸກປີປະຊາຊົນ ເຂດດັ່ງກ່າວໄດ້ເຊື່ອຖືຜີເລີຍພາກັນໄປຫຼິ້ນນໍ້າ ຫຼື ກວນນໍ້າໃນວັງນໍ້າລອດອອກຈາກຮູປະກົດວ່າມີຟ້າລົມ, ຝົນຕົກມາ ຮອດລະດູທຳການຜະລິດທຸກໆປີລະຫວ່າງເດືອນກໍລະກົດຫາເດືອນສິງຫາປະຊາຊົນທ້ອງຖິ່ນຈະກວນນໍ້າ ຫຼືຫຼິ້ນນໍ້າເພື່ອໃຫ້ຝົນຕົກ, ສ່ວນຄຳວ່າຕາດຫ້ວຍເລີຍນັ້ນແມ່ນເອີ້ນຕາມຊື່ຂອງນໍ້າຫ້ວຍເລີຍນັ້ນເອງ.

  ສຳລັບເສັ້ນທາງທີ່ເຂົ້າໄປຕາດນັ້ນກໍມີຄວາມສະດວກສະບາຍສາມາດໄປສຳຜັດຕົວຈິງໄດ້, ທ່ານຈະໄປເປັນກຸ່ມ ຫຼືໄປແບບຄອບຄົວກໍດີ, ມີອາຫານການກິນແບບພື້ນບ້ານຂອງແມ່ຄ້າທີ່ຂາຍຢູ່ຕາມທາງເຂົ້າໄປຕາດນັ້ນ ແລະຖ້າທ່ານໃດຢາກນຳເອົາອາຫານເພື່ອໄປປຸງ ແຕ່ງຢູ່ບໍລິເວນຕາດນັ້ນໄດ້ເຊັ່ນດຽວກັນ.

----

ໂດຍ: ວົງມະນີ