ສຶກສາ ຫົວພັນ ປະກາດພະນັກງານເຂົ້າຮັບບຳນານ

  ວັນທີ 30 ທັນວາ 2020 ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງຫົວພັນ ໄດ້ຈັດພິທີປະກາດພະນັກງານຫຼັກແຫຼ່ງເຂົ້າຮັບເບ້ຍບຳນານຢ່າງສົມກຽດ 2 ທ່ານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມົນທອງ ລຽນຕິຄຸນຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ມີຫົວໜ້າຂະແໜງ 13 ຂະແໜງ, ສູນໄອຊີທີ, ສູນນິເທດມັດທະຍົມສຶກສາ, ພະນັກງານພາຍໃນພະແນກ, ມີຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງທີ່ຂຶ້ນກັບ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ໃນພິທີ ທ່ານ ບົວພອນ ຮຸ່ງບຸນ ບາລິດຫົວໜ້າຂະແໜງຈັດຕັ້ງ-ພະນັກງານພະແນກສຶກສາທິການ ແລະກີລາແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາສະບັບເລກທີ 5485\ສສກ. ລົງວັນທີ 12 ພະຈິກ 2020 ວ່າດ້ວຍ: ການອະນຸມັດອອກພັກການເພື່ອເຂົ້າຮັບເບ້ຍບຳນານ,kພິທີປະກາດພະ ນັກງານຫຼັກແຫຼ່ງເຂົ້າຮັບເບ້ຍບຳນານໃນຄັ້ງນີ້ປະກອບມີ 2 ທ່ານຄື: ທ່ານ ສີພອນ ຈັນດາວົງໄຊ ຫົວໜ້າຂະແໜງສາມັນສຶກສາ ແລະ ທ່ານ ນາງ ພູວອນ ລໍວັນຕຽມວິຊາການຂະແໜງການສຶກສານອກໂຮງ ຮຽນພະແນກສຶກສາທິການ ແລະກີລາແຂວງ, ໂອກາດດຽວກັນຄະນະຮັບຜິດຊອບ ແລະຂະແໜງກ່ຽວຂ້ອງກໍ່ໄດ້ຂຶ້ນມອບເງິນນະໂຍບາຍຂອງພະແນກສຶກສາທິການ ແລະກີລາແຂວງພ້ອມດ້ວຍກະຕ໋າຂອງຂວັນອວຍພອນໃຫ້ແກ່ພະນັກງານຜູ້ທີ່ເຂົ້າຮັບເບ້ຍບຳນານໂອກາດນີ້ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າ ພະແນກສຶກສາທິການ ແລະກີລາແຂວງຍັງໄດ້ມອບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາວ່າດ້ວຍ: ການຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດໜ້າທີ່ຈົນສຸດກົກສຸດປາຍຂອງພະນັກງານບຳນານທັງສອງທ່ານ.

 ໂອກາດນີ້ທ່ານຫົວໜ້າພະແນກ ຍັງໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງ 2 ທ່ານ ພະນັກງານບຳນານຕະຫຼອດໄລຍະຜ່ານມາທີ່ເປັນແວ່ນແຍງ ແລະໃຫ້ປະສົບການແກ່ພະນັກງານລຸ້ນສືບທອດທີ່ຈະຕ້ອງໄດ້ເອົາໃຈໃສ່ຝຶກຜົນຫຼໍ່ຫຼອມເອົາເປັນແບບຢ່າງໃນອະນາຄົດທັງນີ້ກໍ່ຍັງເຮັດໃຫ້ພະແນກສຶກສາທິການ ແລະ ກີລາ ແຂວງຈະຕ້ອງຂາດພະນັກງານຫຼັກແຫຼ່ງຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນແບບຢ່າງທີ່ດີທີ່ອອກພັກການຮັບເບ້ຍບຳນານໃນຄັ້ງນີ້ເຖິງຢ່າງໃດກໍ່ຕາມຜູ້ທີ່ໄດ້ຮັບ ບຳນານກໍ່ຂໍໃຫ້ສືບຕໍ່ໃຫ້ຄຳປຶກສາຫາລືໃນຂັ້ນຕໍ່ໄປ, ຜູ້ຍັງບໍ່ໄດ້ພັກບຳນານກໍ່ຈົ່ງສືບຕໍ່ປະຕິບັດໜ້າທີ່ໃຫ້ສຳເລັດຜົນຕາມກຳນົດເວລາ.

  ທ້າຍພິທີຍັງໄດ້ປະກາດຊັບຊ້ອນບ່ອນປະຈຳການຂອງຫົວໜ້າຂະແໜງ ແລະຮອງຂະແໜງຄືດັ່ງນີ້: ຍົກຍ້າຍທ່ານ ສຸພາກອນ ແກ້ວຄຳພູ ຫົວໜ້າຂະແໜງເດັກກ່ອນໄວຮຽນໄປເປັນຫົວໜ້າຂະແໜງສາມັນສຶກສາ,ຍົກຍ້າຍ ທ່ານ ເພັດລາວອນ ບໍລະສິງ ຫົວໜ້າຂະ ແໜງພະລະ ແລະ ສິລະປະສຶກສາໄປເປັນຫົວໜ້າຂະແໜງເດັກກ່ອນໄວຮຽນ ແລະແຕ່ງຕັ້ງ ທ່ານ ເວີນສິງ ວິໄລພັນ ຂຶ້ນເປັນຜູ້ຮັກສາການຫົວໜ້າຂະແໜງພະລະ ແລະສິລະປະສຶກສາ.